Breaking News

ຟ່ານ ປິງປິງ ອອກມາໂພສຈົດໝາຍບອກປະເທດຊາດ ສັງຄົມ ແລະ ແຟນໆຈາກກົ້ນບຶ້ງຫົວໃຈແບບນີ້…

ແບ່ງປັນ

ຫຼັງຈາກທີ່ສຳນັກຂ່າວຈີນ ຊິນຫວາ ອອກຂ່າວຕັດສິນໂທດ ຊຸບເປີສະຕາ ຟ່ານ ປິງປິງ ເປັນເງິນເຖິງ 892 ລ້ານຢວນ ໃນຖານຄວາມຜິດທີ່ຫຼົບລ່ຽງພາສີ ແລະ ຄວາມຜິດອື່ນໆ.

ດັ່ງທີ່ທຸກໆຄົນອາດຈະໄດ້ຕິດຕາມຂ່າວກັນມາແດ່ແລ້ວວ່າ ຟ່ານ ປິງປິງ ໄດ້ຫາຍຕົວໄປເປັນເດືອນໆ ທ່າມກາງຂ່າວລືທີ່ວ່າຖືກກັກໂຕສອບຂໍ້ຫາໂກງພາສີ ແລະ ໃນຊ່ວງບ່າຍ ຂອງວັນທີ 3 ຕຸລາ 2018 ຟ່ານ ປິງປິງ ກໍ່ໄດ້ໂພສຈົດໝາຍເພື່ອ “ຂໍໂທດ”  ໃນ ເວປົ໋ວ.

(ເວປົ໋ວ ເປັນສື່ໂຊຊ່ຽວມີເດຍຂອງ ສປ ຈີນ ຄ້າຍກັບທະວິດເຕີ້)



ໃນຈົດໝາຍຂອງ ຟ່ານ ປິງປິງ ມີເນື້ອຫາດັ່ງນີ້:

“ຂ້ອຍໄດ້ພົບກັບຄວາມເຈັບປວດຢ່າງບໍ່ເຄີບພົບເຈິມາກ່ອນໃນຊີວິດ ຊ່ວງທີ່ຜ່ານມາໄດ້ຄິດທົບທວນກັບສິ່ງທີ່ຕົວເອງໄດ້ເຮັດລົງໄປແລ້ວຮູ້ສຶກລະອາຍໃຈ ແລະ ຢາກຂໍໂທດທຸກໆຄົນຢ່າງຈິງໃຈແທ້ໆ”

ຫຼາຍປີມານີ້ ຂ້ອຍບໍ່ໄດ້ຄຳນຶງເຖິງຜົນປະໂຫຍດຂອງປະເທດຊາດ ສັງຄົມ ເອົາແຕ່ຜົນປະໂຫຍດຂອງຕົວເອງເປັນຫຼັກ ໂດຍໃຊ້ເລ່ອຸບາຍແບ່ງແຍກສັຍຍາຄ່າຈ້າງລາຍໄດ້ ເພື່ອຫຼີກລ່ຽງພາສີ ຊ່ວງທີ່ຜ່ານມາເຈົ້າໜ້າທີ່ສັນພາກອນໄດ້ກວດສອບຂ້ອຍ ແລະ ບໍລິສັດຂອງຂ້ອຍ ລະຫວ່າງນັ້ນຂ້ອຍໄດ້ຄິດທົບທວນ ແລະ ຮູ້ສຶກລະອາຍໃຈທີ່ສຸດໃນຖານະບຸກຄົນ ສະທາລະນະ ຈະຕ້ອງປະຕິບັດຕາມກົດໝາຍ ແລະ ເປັນແບບຢ່າງທີ່ດີຂອງວົງການ ແລະ ສັງຄົມ ບໍ່ເກີດຄວາມໂລບມາກໄປກັບຜົນປະໂຫຍກກ້ອນໃຫ່ຍ ຈົນເຂົ້າຂັ້ນຜ່າຝືນກົດໝາຍ ດັ່ງນັ້ນ ຈຶ່ງຂໍອະໄພຈາກສັງຄົມ ເພື່ອນທີ່ຮັກແລະຫ່ວງໃຍຂ້ອຍ ປະເທດຊາດ ແລະ ກົມສັນພາກອນ”

“ຫຼັງຈາກທີ່ເຈົ້າໜ້າທີ່ສັນພາກອນໄດ້ດຳເນີນການກວດສອບແລ້ວ ຂ້ອຍຍິນດີທີ່ຈະຮັບໂທດທຸກປະການ ທັງຈ່າຍພາສີຊົດເຊຍ ແລະ ຄ່າປັບ”

“ຂ້ອຍມັກ ແລະ ຮັກການສະແດງຕັ້ງແຕ່ນ້ອຍໆ ໄດ້ພົບໂອກາດດີໆໃນການພັດທະນາຕົວເອງ ໄດ້ຮັບການສະໜັບສະໜຸນຈາກຜູ້ໃຫ່ຍ ອີກທັງຄວາມຮັກຈາກແຟນໆ ເຮັດໃຫ້ຂ້ອນປະສົບຜົນສຳເລັດໃນອາຊີບການສະແດງ ຈົນສາມາດໄດ້ເປັນຕົວແທນເຜີຍແຜ່ວັດທະນະທຳຂອງປະເທດເທິງເວທີໂລກ ສ້າງຄວາມພາກພູມໃຈໃຫ້ຕົວເອງ ຄວາມສຳເລັດໃນທຸກໆບົດບາດຂອງຂ້ອຍ ລ້ວນໄດ້ມາຈາກປະເທດຊາດ ແລະ ປະຊາຊົນ ຫາກບໍ່ມີນະໂຍບາຍສະໜັບສະໜຸນຈາກພັກ ແລະ ປະເທດຊາດ ບໍ່ມີຄວາມຮັກຫອມຈາກປະຊາຊົນ ກໍ່ອາດຈະບໍ່ມີ ຟ່ານ ປິງປິງ”

“ໃນຂະນະທີ່ຂ້ອຍກຳລັງຮ້ອນຮົນ ແລະ ເຈັບປວດກັບຄວາມຜິດພາດຂອງຕົວເອງ! ທີ່ສ້າງຄວາມຜິດຫວັງໃຫ້ແກ່ປະເທດຊາດ ທີ່ໄດ້ສະໜັບສະໜູນຂ້ອຍມາ ສ້າງຄວາມຜິດຫວັງໃຫ້ແກ່ສັງຄົມທີ່ເຊື່ອໝັ້ນໃນຕົວຂ້ອຍ ສ້າງຄວາມຜິດຫວັງແກ່ແຟນໆ ດັ່ງນັ້ນ! ຂອ້ຍຂໍໂທດທຸກໆຄົນອີກຄັ້ງ… ກະລຸນາໃຫ້ອະໄພຂ້ອຍດ້ວຍ!”

“ໃນເວລານີ້ຂ້ອຍໄດ້ປັບປຸງຕົວເອງ ຈັດການທຸກຢ່າງໃຫ້ຢູ່ໃນແບບແຜນ ປະຕິບັດຕາມກົດລະບຽບ ຕະຫຼອດຈົນກົດໝາຍຕ່າງໆ ຮັບຜິດຊອບຢ່າງໜັກ ຂະນະທີ່ສ້າງຜົນງານ ແລະ ສິ່ງດີໆໃຫ້ແກ່ສັງຄົມ ກໍ່ຈະເບິ່ງແຍງບໍລິສັດ ແລະ ດຳເນີນກິດຈະການພາຍໃຕ້ກົດໝາຍ ສ້າງບໍລິສັດທີ່ເຕັມໄປດ້ວຍວັດທະນະທຳອັນດີ ເພື່ອເປັນມໍລະດົກຕົກທອດແກ່ສັງຄົມ”

“ຂໍກ່າວອີກເທື່ອກັບສັງຄົມ ແຟນຄລັບທີ່ຮັກແລະຊື່ນຊົມໃນຕົວຂ້ອຍ ໝູ່ເພື່ອນທີ່ຮັກແລະຫ່ວງໃຍ ຂໍກ່າວຢ່າງຈິງໃຈວ່າ…ຂໍໂທດ”

ຟ່ານ ປິງປິງ 

3 ຕຸລາ 2018

ທີ່ມາ: https://mgronline.com/china/detail/9610000098948

ແບ່ງປັນ