Breaking News

ກົດໝາຍຄວນຮູ້! ຜົວຂົ່ມຂືນເມຍຕົນເອງ ກໍມີຄວາມຜິດ

ແບ່ງປັນ

ນອກຈາກມາດຕະການລົງໂທດ ຜູ້ຂົ່ມຂືນ ໃນກົດໝາຍອາຍາແລ້ວ ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຍັງໄດ້ລະບຸໂທດໃນກໍລະນີ ຜົວທີ່ບັງຄັບຮ່ວມເພດກັບເມຍຕົນເອງ ແລະຜູ້ທີ່ຮ່ວມເພດກັບເດັກຍິງຫຼືຊາຍ ທີ່ອາຍຸຕ່ຳກວ່າ 18 ປີ ເຖິງວ່າເດັກນັ້ນຈະຍິນຍອມ ກໍຖືວ່າມີຄວາມຜິດ ແລະເປັນຄວາມຮຸນແຮງ ດັ່ງເນື້ອໃນລຸ່ມນີ້:

ບຸກຄົນທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຫຼືເດັກ ທີ່ເປັນການກະທຳຜິດທາງອາຍາ ຈະຖືກດຳເນີນຄະດີ ແລະລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ (ມາດຕາ 128-129). ນອກຈາກນັ້ນ ຜູ້ໃຊ້ຄວາມຮຸນແຮງລຸ່ມນີ້ ກໍຈະຖືກລົງໂທດ ດັ່ງນີ້:

1.   ບຸກຄົນຜູ້ເປັນຜົວ ທີ່ໄດ້ບັງຄັບຮ່ວມເພດກັບເມຍຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 ກີບ ຫາ 1,000,000 ກີບ. ໃນກໍລະນີການບັງຄັບຮ່ວມເພດ ທີ່ພາໃຫ້ມີການບາດເຈັບໜັກ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ແລະຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 3,000,000 ກີບ;

2.   ບຸກຄົນທີ່ໄດ້ຮ່ວມເພດກັບເດັກຍິງ ຫຼືເເດັກຊາຍ ທີ່ມີອາຍຸຕ່ຳກວ່າ 18 ປີ ລົງມາ ຫາ 15 ປີ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ