Breaking News

5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ

ແບ່ງປັນ

5 ເຫດຜົນເປັນຫຍັງ ນິດສັນເອັກສເທວ 2018 ຈິ່ງດີທີ່ສຸດສໍາລັບຄອບຄົວ ແລະ ການປະຈົນໄພ

  • ຮູບລັກພາຍນອກໃໝ່ທັນສະໄໝ

ນິດສັນເອັກສເທວ 2018 ນໍາເຂົ້າຈາກຍີ່ປຸ່ນ ແມ່ນມີຮູບຮ່າງທີ່ງາມ ແລະ ເບິ່ງທັນສະໄໝກວ່າ ດ້ວຍໄຟLEDເດທາມ ຣັນນີ້ງໄຣ ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ລົດຂອງທ່ານສາມາດຖືກເບິ່ງເຫັນໄດ້ດີຂຶ້ນ ຈາກຍານພາຫະນະອື່ນໆ ຫລື ຄົນຍ່າງຂ້າງທາງ ກາງເວັນ ແລະ ເວລາມີໝອກ. ໄຟແອວອີດີ ຮູບຊົງສັນຍາລັກບູມເບີແລງຍັງສະທ້ອນໃຫ້ເຫັນໄຟດ້ານຫລັງ ເຊິ່ງຈະເຮັດໃຫ້ຍານພາຫະນະມີຮູບຊົງ ແລະ ຄວາມຮູ້ສຶກທີ່ສົມບູນແບບ.

ເສົາອາກາດຄີບປາສະຫລາມ ແລະ ກັນຊົນທ້າຍດ້ວຍປາຍທໍ່ໄອເສຍແບບໂຄມ້ຽມ ແລະ ໄຟສະທ້ອນ ຍັງຈະຊ່ວຍເພີ່ມຮູບລັກອັນທັນສະໄໝ ເບິ່ງສະຫງ່າງາມ.

  • ກວ້າງຂວາງ &ວາງໃຈໄດ້

ປະຕູຫລັງເປີດກວ້າງ (77 ອົງສາ) ຂອງນິດສັນເອັກສເທວ ຈະເຮັດໃຫ້ການເຂົ້າອອກ ທີ່ນັ່ງຜູ້ໂດຍສານດ້ານຫລັງໄດ້ງ່າຍຂຶ້ນ.

ສໍາລັບຄອບຄົວຂະໜາດໃຫຍ່, ລະບົບທີ່ນັ່ງແບບ EZ Flex ນະວັດຕະກໍາໃໝ່ (ທີ່ນັ່ງ 5+2) ຈະເຮັດໃຫ້ທີ່ນັ່ງດ້ານຫລັງ ເລື່ອນໄປຂ້າງໜ້າ ຫລື ດ້ານຫລັງ ຫລື ສາມາດພັບເກັບໄດ້ງ່າຍຂຶ້ນ. ໂຄງສ້າງມີການປັບປ່ຽນທີ່ຍືດຍຸ່ນ ລະຫວ່າງກະເປົ່າເດີນທາງ ແລະ ຈໍານວນຜູ້ໂດຍສານ ແລະ ຖ້າທ່ານຕ້ອງການທີ່ຫວ່າງສໍາລັບກະເປົາຂະໜາດໃຫຍ່, ທີ່ນັ່ງແຖວ 2 ແລະ 3 ສາມາດພັບເກັບລົງໄດ້ ເຊິ່ງຈະເພີ່ມທີ່ຫວ່າງທັງໝົດຂະໜາດ1,520 ລິດ.

  • ເຕັກໂນໂລຊີຂັບເຄື່ອນອັດສະລິຍະຂອງນິດສັນ

ຈຸດປະສົງຂອງການຂັບເຄື່ອນອັດສະລິຍະແມ່ນເພື່ອເຮັດໃຫ້ລູກຄ້ານິດສັນຮູ້ສຶກໝັ້້ນໃຈຫລາຍຂຶ້ນ ແລະ ມ່ວນຊື່ນ, ຂະນະທີ່ເພີ່ມຄວາມປອດໄພເທິ່ງທ້ອງຖະໜົນ. ຈຸດເດັ່ນຄວາມປອດໄພໃໝ່ຂອງນິດສັນເອັກສເທວໃໝ່ລຸ້ນປີ 2018 ລວມມີ:

  • ລະບົບແຈ້ງເຕືອນຈຸດທີ່ເບິ່ງບໍ່ເຫັນ (BSW): ລະບົບນີ້ຈະກວດເບິ່ງຍານພາຫະນະຕ່າງໆທີ່ຢູ່ໃນຈຸດທີ່ເບິ່ງບໍ່ເຫັນສໍາລັບຄົນຂັບ (ຊ້າຍ ແລະ ຂວາ). ລະບົບ BSW ຈະແຈ້ງເຕືອນຜູ້ຂັບຂີ່ ຜ່ານໄຟສະແດງຖານະ ທີ່ຈະກະພິບເທິ່ງເສົາປະຕູ ພ້ອມກັບສຽງເຕືອນ.
  • ລະບົບແຈ້ງເຕືອນການຈໍລະຈອນ (CTA): ເມື່ອທ່ານຖອຍອອກຈາກພື້ນທີ່ຈອດ, ລະບົບຄຸນສົມບັດນີ້ຈະກວດເບິ່ງຍານພາຫະນະ ທີ່ທ່ານອາດຈະເບິ່ງບໍ່ເຫັນ ໄກເຖິງ 20 ແມັດ ໃນຂ້າງໃດໜຶ່ງ. ມັນຈະແຈ້ງເຕືອນຜູ້ຂັບຂີ່ ດ້ວຍລະບົບເຕືອນພາບກະພິບ (ໃຊ້ລະບົບໄຟແຈ້ງເຕືອນຈຸດທີ່ເບິ່ງບໍ່ເຫັນ) ແລະ ເຕືອນດ້ວຍສຽງ.
  • ໜ້າຈໍສໍາຜັດ ເອວຊີດີ ຂະໜາດ 8 ນີ້ວ ດ້ວຍເຄື່ອງຫລີ້ນ ດີວີດີ ບໍ່ພຽງແຕ່ ເພື່ອຄວາມບັນເທີງພາຍໃນລົດສໍາລັບຜູ້ໂດຍສານ ແຕ່ໜ້າຈໍສໍາຜັດ ຍັງເຮັດວຽກຄືເປັນກ້ອງເບິ່ງຫລັງ ທີ່ຈະເຮັດໃຫ້ຜູ້ຂັບຂີ່ເບິ່ງພາບດ້ານຫລັງໄດ້ຊັດເຈນຂຶ້ນ ບໍ່ວ່າໃນເວລາກາງເວັນ ຫລື ກາງຄືນ. (ໜ້າຈໍຂະໜາດໃຫຍ່ທີ່ສຸດໃນກຸ່ມລົດເອັສຍູວີ)
  • ລະບົບຄວບຄຸມການຂັບຂີ່ອັດສະລິຍະ (IRC): ເມື່ອກວດພົບພື້ນຜີວຖະໜົນທີ່ເປັນຄື້ນ, ແຮງບິດຂອງເຄື່ອງຈັກຈະເພີ່ມ ຫລື ຫລຸດລົງ ເພື່ອເພີ່ມປະສິດທິພາບການຂັບຂີ່ໃຫ້ມີຄວາມຄ່ອງຕົວ ແລະ ມີຄຸນນະພາບທີ່ດີຂຶ້ນ.
  • ລະບົບປ້ອງກັນລໍ້ໝູນອັດສະລິຍະ (ITC): ນໍາໃຊ້ແຮງເບຣກ ຖ້າຈໍາເປັນເມື່ອມີການລ້ຽວລົດ.
  • ລະບົບຊ່ວຍອອກຕົວເທິ່ງທາງລາດຊັນ (HSA): ຊ່ວຍປ້ອງກັນການໄຫລ່ກັບ ເມື່ອຂັບຂີ່ອອກຈາກການຫຍຸດຈຶ້ງ ເທິ່ງທາງລາດຊັນ.

ນອກຈາກລະບົບຄວາມປອດໄພລະດັບສູງຂ້າງເທິ່ງ, ຈຸດເດັ່ນຄວາມປອດໄພມາດຕະຖານອື່ນໆລວມມີ:

  • ລະບົບປ້ອງກັນການລື່ນໄຫລ ຂະນະທາງມື່ນ (ABLS)
  • ລະບົບຄວບຄຸມການຊົງຕົວອັດຕະໂນມັດ (VDC)
  • ຖົງລົມນິລະໄພກັນກະທົບດ້ານໜ້າ ສໍາລັບຄົນຂັບ ແລະ ຜູ້ໂດຍສານດ້ານໜ້າ
  • ການຂັບຂີ່ທີ່ສະດວກສະບາຍ ເຕັມໄປດ້ວຍພະລັງ

ລົດເອັສຍູວີ ທີ່ໂດດເດັ່ນຄັນນີ້ແມ່ນຂັບເຄື່ອນດ້ວຍຈັກແອດຊັງ 2.0 ລິດ ທີ່ໃຫ້ກໍາລັງ 106 ກວ ມີຄວາມໄວກໍາລັງຮອບສູງສຸດ 6,000 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 200 ນີ້ວຕັນແມັດ ຢູ່ທີ່ 4,400 ຮອບຕໍ່ວິນາທີ ດ້ວຍຖັງເຊື້ອເພີງຂະໜາດ 60 ລິດ ເພື່ອເພີ່ມຊ່ວງໄລຍະການຂັບຂີ່ທີ່ດີເລີດ. ເຄື່ອງຈັກແອດຊັງແບບ 4 ສູບມີປະສິດທິພາບ ແລະ ຕອບສະໜອງໄດ້ດີ ໂດຍແນ່ໃສ່ເຕັກໂນໂລຊີ DIC (Direct Injection Gasoline) ຂອງນິດສັນ ແລະ ລະບົບຄວບຄຸມວາວຄູ່ແບບແປຜັນ ເພື່ອຊ່ວຍປະຫຍັດນໍ້າມັນ ແລະ ໃຫ້ແຮງບິດສູງສຸດ.

ນິດສັນເອັກສເທວນໍາໃຊ້ລະບົບພວງມະໄລພາວເວີ້ໄຟຟ້າ (EPS), ຊ່ວຍຫລຸດຜ່ອນການສິ້ນເປືອງນໍ້າມັນ ດ້ວຍການຫລີກລ້ຽງຄວາມຕ້ອງການໃນການໃຊ້ປໍ້າໄຮໂດຣິກທີ່ຂັບເຄື່ອນດ້ວຍເຄື່ອງຈັກ.ຄວາມພະຍາຍາມໃນການລ້ຽວແມ່ນຈະປ່ຽນແປງອັດຕະໂນມັດ ອີງຕາມເງື່ອນໄຂການຂັບຂີ່. ການບັງຄັບລົດທີ່ດີເລີດ ແລະ ການຂັບຂີ່ທີ່ສະດວກສະບາຍດ້ວຍລະບົບກັນສະເທືອນແບບທ່ອນຍຶດອິດສະຫລະ ແລະ ໂຄງສ້າງເຊື່ອມຕໍ່ທີ່ຫລາກຫລາຍດ້ານຫລັງ.​

ລະບົບເກຍເອັກສໂທຣນິກຂອງເອັກສເທວຈະສົ່ງກໍາລັງການໂຫລດທີ່ຕໍ່າ-ນຸ້ມນວນເປັນພິເສດ ແລະ ສະມັດຖະນະໃນການເລັ່ງຄວາມໄວສູງ. ນອກຈາກນີ້ ຍັງຈະເຮັດໃຫ້ຜູ້ຂັບຂີ່ ສາມາດຫລີ້ນໂໝດເກຍທໍາມະດາ (+/-) ເພື່ອຄວາມມ່ວນຊື່ນ ແລະ ສ້າງຄວາມຕື່ນເຕັ້ນ.

ລົດນິດສັນເອັກສເທວທຸກລຸ້ນທີ່ມາພ້ອມກັບລະບົບເກຍເອັກສໂທຣນິກທັງໝົດຈະມາພ້ອມປຸ່ມກົດແບບ ECOໂໝດ, ຕິດຕັ້ງຢູ່ຫ້ອງຄົນຂັບໃນທີ່ຫວ່າງດ້ານລຸ່ມຊ້າຍມື ໃກ້ກັບພວງມະໄລພາວເວີ້. ລະບົບນີ້ຈະເພີ່ມປະສິດທິພາບການປະຫຍັດນໍ້າມັນດ້ວຍການຄວບຄຸມເຄື່ອງຈັກ ແລະ ການໃຊ້ງານລະບົບເກຍ ເພື່ອຊ່ວຍຫລີກລ້ຽງການເລັ່ງລົດຢ່າງໄວວາຂອງນັກຂັບຂີ່.

  • ພາຍໃນຫລູຫລາມີລະດັບ

ໜ້າຈໍສະແດງຜົນຊ່ວຍການຂັບຂີ່ທີ່ລໍ້າໜ້າ ແບບ 3 ມິຕິ TFT ຂະໜາດ 5 ນີ້ວ (ດີທີ່ສຸດໃນລຸ້ນ) ຂອງນິດສັນ ຈະມີຕົວເລືອກຮອດ 7 ລາຍການ ໂດຍໃຊ້ພວງມະໄລສາມາດປັບລະດັບໄດ້ ຮູບຊົງຕົວ D ແບບສະປອດ ພ້ອມປຸ່ມຄວບຄຸມ.

ຄຸນສົມບັດຂອງນິດສັນເອັກສເທວ ຍັງມີຄຸນສົມບັດຢູ່ທີ່ເບາະນັ່ງໄຟຟ້າ 8 ທິດທາງທີ່ປານີດ ແລະ ລະບົບຮອງຮັບແອວ 2 ທິດທາງ ສໍາລັບຜູ້ຂັບຂີ່ ຂະນະທີ່ ຜູ້ໂດຍສານດ້ານໜ້າຈະມີເບາະໜັງໄຟຟ້າ 4 ທິດທາງ. ທັງສອງຈະເປັນເບາະນັ່ງບໍ່ມີແຮງໂນ້ມຖ່ວງ ທີ່ໄດ້ແຮງບັນດານໃຈຈາກນັກບິນອາວະກາດທີ່ເປັນສັນຍາລັກຂອງນິສສັນ ຈະຊ່ວຍໃຫ້ຜູ້ຂັບຂີ່ ຫລຸດຜ່ອນຄວາມອິດເມື່ອຍ ແລະ ຊ່ວຍໃຫ້ການເດີນທາງຂັບຂີ່ສະດວກສະບາຍ ແລະ ຍາວນານຍິ່ງຂຶ້ນ.

ຜູ້ໂດຍສານຢູ່ເທິ່ງລົດຈະເພີດເພີນໄປກັບອຸນຫະພູມທີ່ສະບາຍ ແລະ ໜ້າຈໍດີຈິຕອນ ສະແດງຜົນທີ່ທັນສະໄໝຂອງລະບົບປັບອາກາດອັດຕະໂນມັດທີ່ສົມບູນແບບ ດ້ວຍລະບົບຄວບຄຸມອາກາດແບບແຍກສ່ວນ ບວກກັບຊ່ອງອາກາດດ້ານຫລັງ ທີ່ຈະກະຈາຍອາກາດເຢັນພາຍໃນຫ້ອງໂດຍສານຂະໜາດໃຫຍ່.

ແບ່ງປັນ