Breaking News

5 ສະຖານທີ່ທ່ອງທ່ຽວ! ທີ່ໜ້າໄປທີ່ສຸດ… ຊ່ວງ High Season (ຕຸລາ-ເມສາ)

ແບ່ງປັນ
ຜ່ານໄປແປ໋ບດຽວກໍຈະໝົດປີອີກແລ້ວສາວໆ! ເວລາຜ່ານໄປໄວໆເນາະ ແລະ ຊ່ວງເວລາທ້າຍປີແບບນີ້ ຫຼາຍຄົນກໍມີແຜນໄປທ່ອງທ່ຽວອີກແລ້ວແມ່ນບໍ່? ອາດຈະທ່ອງທ່ຽວຢູ່ໃນ ຫຼື ຕ່າງປະເທດ! ສ່ວນໃຜທີ່ຢາກຈະໄປທ່ອງທ່ຽວຕ່າງປະເທດ ຂວັນໃຈ ກໍຢາກຈະມີສ່ວນຮ່ວມດ້ວຍການແນະນໍາ 5 ປະເທດ ທີ່ເໝາະສົມກັບໄລຍະທ້າຍປີ-ຕົ້ນປີ ມາໃຫ້ເບິ່ງກັນນໍາ…
1. Kyoto ປະເທດຍີ່ປຸ່ນ (ເດືອນ ຕຸລາ-ທັນວາ) “ກຽວໂຕ” ເປັນເມືອງທີ່ມີສະຖານທີ່ເກົ່າແກ່ທີ່ງົດງາມຢູ່ຫຼາຍແຫ່ງ, ຈຶ່ງເຮັດໃຫ້ກຽວໂຕມີສະຖາປັດຕະຍະກໍາທີ່ງົດງາມ ແລະ ມີຄວາມເປັນຍີ່ປຸ່ນຫຼາຍທີ່ສຸດ ແລະ ຖ້າຍິ່ງເປັນລະດູໃບໄມ້ປ່ຽນສີ ຫຼືໃບໄມ້ແດງແລ້ວ ກໍຈະມີຄວາມງົດງາມເປັນພິເສດ, ມີສະຖານທີ່ທ່ອງທ່ຽວທີ່ສາມາດເບິ່ງໃບໄມ້ປ່ຽນສີໄດ້ຫຼາກຫຼາຍສະຖານທີ່, ທົ່ວເມືອງຈະຖືກຍ້ອມດ້ວຍໃບໄມ້ສີແດງ, ສົ້ມ, ເຫຼືອງ… ເຊິ່ງສະຖານທີ່ທ່ອງທ່ຽວຫຼັກກໍຈະແມ່ນ ອາຣາຊິຍາມ່າ, ວັດຄິໂຍມິສຶ, ພູເຂົາທາຄາໂອະ ແລະອື່ນໆ.
2. Hokkaido ປະເທດຍີ່ປຸ່ນ (ເດືອນ ທັນວາ-ກຸມພາ) ຫຼາຍໆຄົນຄົງຮູ້ຈັກ “ຮ໋ອກໄກໂດ” ເປັນຢ່າງດີ ເນື່ອງຈາກວ່າເປັນສະຖານທີ່ຖ່າຍທໍາຫຼັກ ຂອງຮູບເງົາເລື່ອງ “ແຟນເດ” ຮ໋ອກໄກໂດ ມີເຂດທີ່ຕັ້ງຢູ່ທາງພາກເໜືອຂອງປະເທດຍີ່ປຸ່ນ ຈຶ່ງເຮັດໃຫ້ເປັນບ່ອນທີ່ໜາວທີ່ສຸດຂອງຍີ່ປຸ່ນ ແລະ ໄລຍະທີ່ເໝາະສົມແກ່ການທ່ອງທ່ຽວທີ່ສຸດກໍຄືລະດູໜາວນັ້ນເອງ, ເນື່ອງຈາກ ຈະມີບາງສະຖານທີ່ທ່ອງທ່ຽວ ແມ່ນສາມາດໄປໄດ້ພຽງລະດູໜາວເທົ່ານັ້ນເຊັ່ນ ບໍ່ນໍ້າສີຟ້າ, ໝູ່ບ້ານນໍ້າແຂງແຄມທະເລສາບ, ທະເລສາບນໍ້າແຂງ, ເກັດຫິມະ ອັນຍະມະນີ, ອຸທະຍານນົກເຕັ້ນລະບໍາ, ຫຼິ້ນຈັສກີ ແລະອື່ນໆ; ນອກຈາກນີ້ຍັງມີເທດສະການຊື່ດັງເຊັ່ນ: Snow Festival ໃຜທີ່ຍັງບໍ່ເຫັນເທສະການນີ້ຂໍແນະນໍາວ່າ ຕ້ອງໄປໃຫ້ໄດ້.
3. ROVANIEMI ຟີນແລນ (ປາຍເດືອນ ຕຸລາ-ທັນວາ) ເຊື່ອວ່າມີຄົນນຮູ້ຈັກທີ່ຄ້ອນຂ້າງໜ້ອຍກັບ “ໂຣວາເນຍມິ” ປະເທດຟີນແລນ ເປັນອີກໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ຕ້ອງໄປໃຫ້ໄດ້ໃນລະດູໜາວ ເຊິ່ງເຮົາຈະເຈາະເລິກສະຖານທີ່ທ່ອງທ່ຽວໃນ ໂຣວາເນຍມິ ລົງໄປອີກກໍຄື: “ໝູ່ບ້ານຊານຕ້າຄອສ” ນັ້ນເອງ, ເປັນໝູ່ບ້ານທີ່ມີຄວາມໂຣແມນຕິກ ແລະ ຄວາມໜ້າຮັກຫຼາຍ; ພາຍໃນໝູ່ບ້ານຈະມີເຄື່ອງຫຼິ້ນ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ບ່ອນພັກທີ່ໜ້າຮັກ ແລະ ຍັງມີກິດຈະກໍາໃຫ້ເຮັດຫຼາຍຢ່າງ ບໍ່ວ່າຈະເປັນ ຂີ່ລົດລາກຫິມະ ໂດຍກວາງເຣນເດຍ ຫຼື ໝາໄຊບີຣຽນອີກດ້ວຍ.
4. ໄອສແລນ (ປາຍເດືອນ ຕຸລາ-ຕົ້ນເດືອນ ມີນາ) ຖ້າໃຜຍັງບໍ່ເຄີຍເຫັນແສງເໜືອ! ແນະນໍາໃຫ້ໄປລ່າແສງເໜືອທີ່ໄອສແລນເບິ່ງຈັກເທື່ອ ຮັບຮອງວ່າການທີ່ໄດ້ໄປເຫັນດ້ວຍຕາຂອງຕົວເອງນັ້ນງາມກວ່າໃນຮູບເປັນ 100 ເທົ່າ; ເຊິ່ງໄລຍະທີ່ເໝາະແກ່ການໄປເບິ່ງແສງເໜືອທີ່ສຸດແມ່ນຊ່ວງເດືອນ ຕຸລາ-ມີນາ ເນື່ອງຈາກເປັນໄລຍະທີ່ມີກາງຄືນຍາວແບບພໍດີ ເຮັດໃຫ້ມີໂອກາດໄດ້ເຫັນແສງເໜືອຫຼາຍກວ່າ, ບໍ່ແນະນໍາໃຫ້ໄປຊ່ວງອື່ນ ເນື່ອງຈາກມີເວລາກາງຄືນໜ້ອຍ ເຈົ້າອາດຈະເມື່ອຍກັບການທ່ອງທ່ຽວໄດ້. ທັ້ງນີ້ທັ້ງນັ້ນກໍຢາກບອກວ່າ ຂຶ້ນກັບດວງແຕ່ລະຄົນແດ່ວ່າຈະເຫັນແສງເໜືອ ຫຼືບໍ່?
5. Soul ເກົາຫລີ (ໃບໄມ້ປ່ຽນສີ) “ໂຊ” ເປັນເມືອງທີ່ມີສະຖານທີ່ ທ່ຽວຊົມໃບໄມ້ປ່ຽນສີ ແລະ ເປັນເມືອງທີ່ເໝາະແກ່ການທ່ອງທ່ຽວທີ່ສຸດໃນເກົາຫລີ, ເນື່ອງຈາກວ່າຫຼາຍໆສະຖານທີ່ທ່ອງທ່ຽວໃນ ກຸງໂຊ ຈະສາມາດເບິ່ງໃບໄມ້ປ່ຽນສີໄດ້ເຊັ່ນ: ພູນໍາຊານ, ອຸທະຍານໂຊແກຣນປາກ ຫຼື ຈະເປັນທາງຄົນຍ່າງ ຊິນດົງຊາ, ຄາໂຣຊູກິນ ກໍມີໃບໄມ້ປ່ຽນສີໃຫ້ເບິ່ງ ພ້ອມກັບຍ່າງ Shopping ໄປນໍາ.
ຂອບໃຈທີ່ມາ: MTHAI
ແບ່ງປັນ