Breaking News

ຊົມເຊີຍ! ນັກສຶກສາລາວ 90 ກວ່າຄົນ ໄດ້ຮັບທຶນໄປສຶກສາຕໍ່ທີ່ ລັດເຊຍ

ແບ່ງປັນ

ວ້າວວວ!!! ຕ້ອງຕົບມືຊົມເຊີຍນັກສຶກສາລາວ ຈໍານວນ 93 ຄົນ ທີ່ໄດ້ຮັບທຶນຈາກລັດຖະບານ ລັດເຊຍ ເພື່ອໄປສຶກສາຕໍ່ໃນຫລາຍຂະແໜງວິຊາເຊັ່ນ: ເຕັກໂນໂລຊີ-ຂ່າວ ສານ, ຄົມມະນາຄົມ ແລະ ຂົນສົ່ງ, ພະນັກງານໄຟຟ້ານໍ້າຕົກ, ການແພດ, ກະສີກໍາ-ປ່າ ໄມ້, ການພົວພັນສາກົນ, ເສດຖະກິດໂລກ, ຄຸ້ມຄອງລັດ, ທະນາຄານການເງິນ, ບໍລິຫານ -ການທ່ອງທ່ຽວ, ບໍລິຫານການສຶກ ສາ ແລະ ອື່ນໆ. ພິເສດຍັງມີຂະແໜງການລົດໄຟ ຕື່ມອີກ.


ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ຕຸລາ 2018ນີ້ທີ່ສະ ຖານທູດລັດເຊຍ ປະຈໍາ ສປປ ລາວ. ໂດຍມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີທ່ານເອກອັກຄະລັດຖະທູດລັດເຊຍ, ພ້ອມດ້ວຍຜູ້ປົກຄອງ-ນັກສຶກສາ ເຂົ້າຮ່ວມ.

ທີ່ມາ: ປະເທດລາວ Pathedlao

ແບ່ງປັນ