Breaking News

ຖ້າໃຜທີ່ເປັນດັ່ງ 7 ສິ່ງຕໍ່ໄປນີ້! ຄວນຢຸດຄິດທີ່ຈະມີແຟນ ຖ້າບໍ່ຢາກເສຍໃຈກັບຄວາມຮັກ

ແບ່ງປັນ

7 ສິ່ງທີ່ບົ່ງບອກວ່າເຈົ້າຄວນໂສດຕໍ່ໄປກ່ອນ!!!

ສາວໆທີ່ຍັງບໍ່ເຄີຍມີແຟນອາດຈະຄິດວ່າ ຖ້າມີແຟນຈະຕ້ອງມີຄວາມສຸກທີ່ສຸດແນ່ນອນ ຈົນຫຼາຍຄົນພະຍາຍາມທຸກວິທີທາງເພື່ອຈະໄດ້ມີແຟນ ແຕ່ສາວໆ ມາເບິ່ງກັນດີໆກ່ອນບໍ່ວ່າ ເຈົ້າຄວນຈະມີແຟນຕອນນີ້ແທ້ ຫຼືບໍ່? ເພາະບາງເທື່ອຄວາມຮັກມັນບໍ່ໄດ້ມີແຕ່ເລື່ອງດີໆສະເໝີໄປ ເຮົາຄວນຈະໃຊ້ເວລາກ່ອນຕັດສິນໃຈດີບໍ່? ມາກວດນໍາກັນເບິ່ງ! ຖ້າໃຜທີ່ເປັນດັ່ງ 7 ສິ່ງຕໍ່ໄປນີ້! ຄວນຢຸດຄິດທີ່ຈະມີແຟນໄປກ່ອນ ຖ້າບໍ່ຢາກເສຍໃຈກັບຄວາມຮັກຄັ້ງທໍາອິດ.

  1. ຄິດວ່າເຮົາມີແຟນຈະມີຄວາມສຸກທີ່ສຸດ: ນັ້ນສະແດງເຖິງການຄາດຫວັງຫຼາຍເກີນໄປ ເມື່ອເຈົ້າບໍ່ໄດ້ດັ່ງທີ່ຄາດຫວັງຈະເຮັດໃຫ້ເຈົ້າເສຍໃຈທີ່ສຸດ.
  2. ຄາດຫວັງກັບຜູ້ຊາຍທີ່ຫາກໍລົມກັນ: ຖ້າເຈົ້າຮູ້ສຶກແບບຂໍ້ນີ້ ຈະເຮັດໃຫ້ເຈົ້າເສຍໃຈງ່າຍທີ່ສຸດ ເພາະຜູ້ຊາຍທີ່ຫາກໍລົມຄືຜູ້ຊາຍທີ່ເຮົາຍັງບໍ່ຮູ້ຈັກເຂົາດີພໍ
  3. ເຮົາບໍ່ໄດ້ເປັນຕົວຂອງຕົນເອງ: ໃນຂະນະທີ່ລົມກັບຜູ້ຊາຍຄົນໜຶ່ງ ເຮົາພະຍາຍາມປ່ຽນແປງຕົວເອງໃຫ້ເຂົ້າກັບສະເປັກຂອງເຂົາ ນີ້ກໍສະແດງວ່າເຈົ້າຍັງບໍ່ຄວນມີແຟນ
  4. ຄວາມເຫງົາຂອງເຮົາເລີ່ມດຶງດູດຜູ້ຊາຍເຂົ້າມາ: ເຫງົາຈົນໜ້າມືດຕາມົວ ລົມກັບຜູ້ຊາຍແບບບໍ່ເລືອກ ມັນຈະເຮັດໃຫ້ເຈົ້າເສຍໃຈຖ້າເລືອກຄົນຜິດ
  5. ເຈົ້າຫາກໍອົກຮັກຄັ້ງໃຫຍ່ມາ: ຂໍ້ນີ້ສໍາຄັນ ເພາະຖ້າເຈົ້າມີແຟນໃໝ່ໃນຕອນນີ້ ຄົນນັ້ນໃໝ່ຈະກາຍເປັນພຽງຕົວແທນຂອງແຟນເກົ່າເຈົ້າເທົ່ານັ້ນ ແລະ ສຸດທ້າຍເຈົ້າກໍໄປກັນບໍ່ລອດ ເພາະເຈົ້າເອງທີ່ຍັງລືມຄົນເກົ່າບໍ່ໄດ້
  6. ຄິດວ່າການທີ່ຕົວເອງບໍ່ມີແຟນຄືປົມອັນໜຶ່ງ: ເຈົ້າຈະກາຍເປັນຄົນທີ່ເຫັນຈຸດດ້ອຍຂອງຕົນເອງຫຼາຍເກີນໄປ ເຮັດໃຫ້ບໍ່ມີຄວາມສຸກ ເຖິງຈະມີແຟນກໍຕາມ
  7. ຫຶງຫວງຄົນທີ່ຫາກໍລົມກັນ: ເຊົາຄິດໄດ້ເລີຍວ່າຈະມີແຟນ ຂະໜາດຄົນທີ່ຫາກໍລົມເຈົ້າຍັງຫຶງຫວງຂະໜາດນີ້ ແລ້ວໃຜຈະທົນຄົບກັບເຈົ້າໄດ້.

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ