Breaking News

ໄວໜຸ່ມຍຸກໃໝ່ຄວນຮູ້! ມາຮູ້ຈັກກັບປະຫວັດຄວາມເປັນມາຂອງ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ)

ແບ່ງປັນ

​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ຄູ​ແຫ່ງ​ຊາດ ຂວັນໃຈເຮົາກໍ່ບໍ່ພາດທີ່ຈະໄປຊອກຫາຂໍ້ມູນ ປະຫວັດຄວາມເປັນມາຂອງ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ) ມາຝາກໝູ່ເພື່ອນ ແລະ ນ້ອງໆທຸກໆຄົນ ເຊິ່ງຮູ້ຫຼືບໍ່ວ່າກ່ອນຈະມາເປັນ ວັນຄູແຫ່ງຊາດ ແມ່ນມີປະຫວັດຄວາມເປັນມາ ແລະ ທີ່ມາທີ່ໄປ…ມາມາ ລອງມາຮູ້ຈັກ ແລະ ທຳຄວາມເຂົ້າໃຈກັບວັນສຳຄັນດັ່ງກ່າວ…

* ນັບແຕ່ສະຕະວັດທີ 19 ເປັນຕົ້ນມາ ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເລີ່ມແຊກແຊງ ເຂົ້າລາວດ້ວຍ ຫລາຍຮູບການ ເພື່ອເອົາປະເທດລາວ ເປັນຫົວເມືອງຂຶ້ນ ຂອງພວກເຂົາ ໂດຍໄດ້ນຳໃຊ້ ລູກແຫລ້ງຕີນມື ສະເພາະແມ່ນພວກສັກດີນາລາວ  ເພື່ອເປັນບ່ອນອີງ ໃນການເອົາລາວ ເປັນຫົວເມືອງຂຶ້ນ. ນັບແຕ່ສັນຍາ ບາງກອກ ໃນວັນທີ 4 ຕຸລາປີ 1893  ເຊິ່ງໄດ້ລົງນາມ ໃນການແບ່ງດິນແດນລາວລ້ານຊ້າງ ອອກເປັນສອງສ່ວນນັ້ນ ກໍຄືຝັ່ງຊ້າຍ ຂອງແມ່ນ້ຳຂອງ ແມ່ນປະເທດລາວ ໃນປັດຈຸບັນນີ້, ສຳລັບຝັ່ງ ຂວາແມ່ນຂຶ້ນກັບລາຊະອານາຈັກໄທ ພວກເຂົາໄດ້ຈັດຕັ້ງການປົກຄອງລາວ ຄືນໃໝ່ ແລະ ໄດ້ວາງນະໂຍບາຍ ຫລາຍຢ່າງຫລາຍຮູບການ ເພື່ອຂູດຮີດກອບໂກຍ ເອົາຊັບພະຍາກອນທຳມະຊາດ ທີ່ອຸດົມຮັ່ງມີ ຂອງລາວໄປເສີມຄວາມຮັ່ງຄູນມີ ໃຫ້ກັບພວກເຂົາ, ເກນເອົາປະຊາຊົນລາວ ໄປອອກແຮງງານລວມ ເພື່ອຮັບໃຊ້ໃນການ ຂະຫຍາຍລ່າເມືອງຂຶ້ນ ຮູບການເກັບພາສີນຳປະຊາຊົນ.

ເມື່ອເວົ້າການກ່ໍສ້າງພື້ນຖານໂຄງລ່າງແລ້ວ ແມ່ນພວກເຂົາ ບໍ່ໄດ້ໃສ່ໃຈຫຍັງເລີຍ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ນັບມື້ມີຄວາມຫຍຸ້ງຍາກສັບສົນ ຂຶ້ນເລື້ອຍໆ ພື້ນຖານທາງດ້ານສັງຄົມ ແມ່ນຖືກທຳລາຍຢ່າງໜັກໜ່ວງ ໂດຍສະເພາະແມ່ນການ ນຳເອົາວັດທະນະທຳທາງ ຕາເວັນ ຕົກ ເຂົ້າມາເຜີຍແຜ່ ເພື່ອຫວັງທຳລາຍ ວັດທະນະທຳອັນດີງາມ ຂອງຊາດລາວ; ປະຊາຊົນເກືອບ 95% ຕ້ອງ ກືກໜັງສື ຍ້ອນບໍ່ມີໂອ ກາດໄດ້ຮຽນຮູ້. ການກົດຂີດຂູດຮີດ ນັບມື້ທະວີຄູນຂຶ້ນນັ້ນ ມັນກໍເລີ່ມ ເຊິ່ງໄດ້ສ້າງເງື່ອນໄຂ ໃຫ້ຜູ້ທີ່ມີນ້ຳໃຈຮັກຊາດ ແລະ ຢາກປົດປ່ອຍ ປະເທດຊາດ ກໍໄດ້ ເລີ່ມມີຂະບວນການ ຕໍ່ສູ້ເພື່ອຕໍ່ຕ້ານ ອຳນາດການປົກຄອງ ຂອງພວກເຂົາ ຢ່າງທໍລະຫົດອົດທົນ ແລະ ຫລາຍຮູບການ ໂດຍສະເພາະແມ່ນ: ຕ້ານການເສຍ ສ່ວຍອາກອນ, ບໍ່ຍອມໄປເປັນກູລີ, ແລະ ລວມໄປເຖິງການຈັດຕັ້ງ ກໍາລັງປະກອບອາວຸດ ເພື່ອດຳເນີນການຕໍ່ຕ້ານ ຢ່າງເປັນຂະບວນຟົດ ຟື້ນແຕ່ເໜືອຕະຫລອດໃຕ້ ໂດຍສະເພາະແມ່ນ ຂະບວນການຕໍ່ສູ້ ທີ່ນຳ ພາໂດຍ ພໍ່ກະດວດ ຢູ່ເມືອງພີນ ໃນປີ 1901-1903, ຂະ ບວນການຕໍ່ສູ້ ນຳພາ ໂດຍອົງແກ້ວ ແລະ ອົງກົມມະດໍາ ຢູ່ໃຈ ກາງພູພຽງບໍລະເວນ ໃນປີ 1901-1937, ລວມໄປເຖິງຂະບວນການຕໍ່ສູ້ ນຳພາໂດຍເຈົ້າຟ້າປາໄຈ ຢູ່ພູ ຈອມຈິກຈອມຈັນ ໃນປີ 1918-1922 ພິ ເສດແມ່ນການຕໍ່ສູ້ ຂອງປະ ຊາຊົນວຽງຈັນ ນຳພາໂດຍນາຍຄູຄຳ ໃນປີ 1920.

ວຽງຈັນເປັນຈຸດໃຫຍ່ທີ່ສໍາຄັນ ທີ່ສຸດຂອງພວກລ່າເມືອງຂຶ້ນຝຣັ່ງ ປະຈໍາຢູ່ໃນລາວ ເນື່ອງຈາກເປັນທີ່ຕັ້ງ ຂອງສຳນັກ ງານອົງການ ແລະ ກອງບັນຊາການສູງສຸດ ຂອງພວກເຂົາ, ເຖິງຈະເປັນ ແນວ ໃດກໍ ຕາມ ປະຊາຊົນເຂດວຽງຈັນ ເຊິ່ງປະກອບດ້ວຍ ນັກສຶກສາປັນຍາຊົນ ຜູ້ຊົງຄຸນວຸດທິ ພະສົງສຳມະເນນ ແລະ ຊັ້ນຄົນຕ່າງໆ ໄດ້ສາມັກຄີກັນລຸກຂຶ້ນ ຕໍ່ສູ້ ຢ່າງອົງອາດ ກ້າຫານທີ່ນຳພາໂດຍ ນາຍຄູຄຳ. ນາຍຄູ ຄຳແມ່ນ ຄົນລາວ ທີ່ມີນຳໃຈຮັກຊາດ, ກຽດຊັງ ແລະ ຄຽດແຄ້ນ ພວກລ່າເມືອງຂຶ້ນຝຣັ່ງເຊິ່ງມີບ້ານເກີດເມືອງນອນ ຢູ່ທີ່ບ້ານໜອງໄລ, ຕາແສງສີທວນ, ເມືອງເຂືອ ງແຂວງ ອຸບົນລາຊະທານີ ແຕ່ພໍ່ ແມ່ເປັນເຊື້ອສາຍວຽງຈັນ. ໃນທ້າຍປີ ຄສ 1901 ທ້າວ ຄຳພ້ອມ ດ້ວຍຄອບຄົວ ແລະ ປະຊາຊົນລາວອື່ນໆ ໄດ້ໜີຈາກອຸບົນ ມາຢູ່ວຽງຈັນ ເພື່ອໃຫ້ພົ້ນ ຈາກການປາບປາມ ຂອງພວກສະຫຍາມ ເພາະ ຄອບຄົວຂອງເພິ່ນ ໄດ້ເຂົ້າຮ່ວມຂະບວນຜູ້ມີບຸນ ເຊິ່ງເວລານັ້ນ ມີ ອາຍຸໄດ້ພຽງສິບປີ ເມື່ອມາເຖິງວຽງຈັນ ໄດ້ມີໂອກາດ ເຂົ້າຮຽນໜັງສື ຢູ່ໂຮງຮຽນຫລັງທຳອິດ ຂອງຝຣັ່ງຢູ່ວຽງຈັນ, ພາຍຫລັງທີ່ຮຽນ ຈົບ ປະຖົມ ກໍມີໂອກາດ ໄດ້ຮຽນຕໍ່ຈຶ່ງໄດ້ ເຂົ້າເຮັດ ການເປັນສະໝຽນ ແລະ ນາຍແປພາສາ. ໃນປີ 1907 ໄດ້ເຂົ້າເຝິກອົບຮົມຄູ ເລັ່ງລັດ ເຊິ່ງວັນທີ 7 ຕຸລາ ກໍ ເລີ່ມເປັນຄູສອນ. ຫລັງຈາກນັ້ນ ນາຍຄູຄຳ ກໍໄດ້ໄປສອນຢູ່ ໂຮງຮຽນ ບ້ານທ້ອມ ເຊິ່ງເປັນເຂດ ທີ່ປະຊາຊົນຄຽດແຄ້ນ ແລະ ກຽດຊັງຝຣັ່ງ ທີ່ສຸດນາຍຄູຄຳ ຈຶ່ງໄດ້ເຕົ້າໂຮມປະຊາຊົນ ເປັນຈຳນວນຫລວງຫລາຍ ຕໍ່ສູ້ຕ້ານຝຣັ່ງ ໂດຍບໍ່ເສຍພາສີ ແລະ ບໍ່ໄປ ເປັນກູລີ ເຊິ່ງເຮັດໃຫ້ຝຣັ່ງຈັບກຸມເອົາ ປະຊາຊົນ ເປັນຈຳນວນຫລວງຫລາຍ.

ກາງເດືອນພະຈິກ ປີ ຄສ 1920 ຂະບວນການຕໍ່ສູ້ ຂອງນາຍຄູຄຳ ໄດ້ຂະຫຍາຍກວ້າງອອກ ໂດຍສະເພາະປະຊາຊົນ ທົ່ວວຽງຈັນ, ເຂດອ້ອມຂ້າງ ໃຫ້ຄວາມຮ່ວມມື ຫລັ່ງໄຫລໄປຫາດກັນຊາ ຈາກ ນັ້ນຂະບວນ ກໍມຸ່ງໜ້າ ເຂົ້າວຽງຈັນ ເພື່ອ ດັບສູນຝຣັ່ງ ໂດຍຜ່ານແຕ່ລະບ້ານ ປະຊາຊົນໄດ້ ໃຫ້ຄວາມສະໜັບສະໜູນ ແລະ ປະກອບສ່ວນນໍາ. ເມື່ອຂະບວນການ ຕໍ່ສູ້ມີຄວາມຮຸນແຮງຂຶ້ນ ພວກຝຣັ່ງ ກໍ ໄດ້ນຳກຳລັງມາລັດທາງ ແລ້ວກໍຍິງປືນສຸມໃສ່ ເພື່ອເຮັດໃຫ້ກຳລັງ ຂອງປະຊາຊົນແຕກທະລາຍ, ສ່ວນກຳລັງຂອງນາຍຄູຄຳ ກໍຍັງຕໍ່ສູ້ຕ້ານຢັນກັບຝຣັ່ງ ຢ່າງອົງອາດກ້າຫານ ແຕ່ຍ້ອນ ເຫລັກຫລາຍກວ່າຖ່ານ ພ້ອມ ກັບອາວຸດ ທີ່ ຫລ້າສະໄໝ ຈຶ່ງບໍ່ສາມາດຕ້ານທານ ກັບພວກເຂົາໄດ້, ນາຍຄູຄຳ ຖືກບາດເຈັບ ແລະ ຖືກພວກມັນຈັບໄປຂັງໄວ້ ທີ່ຄຸກວຽງຈັນ, ແຕ່ເນື່ອງຈາກມີ ບາດແຜ່ຫລາຍຝຣັ່ງ ຈຶ່ງນຳມາ ປິ່ນ ປົວ ຢູ່ໂຮງ ໝໍມະໂຫສົດ ແລະເພິ່ນ ກໍໄດ້ໂດດໜີໄປ ທາງຫາດ ດອນຈັນ ດ້ວຍການລອຍຂ້າມຂອງ ໜີໄປອາໄສຢູ່ນຳພີ່ນ້ອງ ທີ່ບາງກອກປະເທດໄທ ແລ້ວເພິ່ນກໍໄດ້ເສຍຊີວິດ ດ້ວຍພະຍາດ ໃນປີ ຄສ1949. ຂະ ບວນການຕໍ່ສູ້ ຂອງປະຊາຊົນວຽງຈັນ ໃນຄັ້ງນັ້ນ ໂດຍ ການນຳພາໂດຍ ນາຍຄູຄຳ ເປັນການສະແດງ ໃຫ້ເຫັນຄວາມຄຽດແຄ້ນ ແລະ ຄວາມອົງ ອາດ ກ້າຫານເດັດດ່ຽວ ລຸກຮື້ຂຶ້ນຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຝຣັ່ງ ຜູ້ຮຸກຮານຢ່າງແທ້ຈິງ ເຖິງແມ່ນວ່າ ກຳລັງຂອງສັດຕູ ເໜືອກວ່າຫລາຍເທົ່າ, ແຕ່ກໍລຸກຂຶ້ນຕໍ່ສູ້ ດ້ວຍຄວາມເສຍສະລະ ເພື່ອປົກປ້ອງຜືນແຜ່ນດິນ ອັນແສນຫ່ວງ ຂອງພວກເຮົາ ໂດຍ ສະເພາະແມ່ນ ນາຍຄູຄຳ ເຊິ່ງເປັນ ແວ່ນແຍງ ອັນໃສສະຫງ່າ ໃຫ້ປວງຊົນລາວທັງຊາດ ໂດຍສະເພາະແມ່ນ ຄູລາວທີ່ໄດ້ເປັນ ແມ່ພີມ ຂອງຊາດ ໄດ້ຮຽນຮູ້ເອົາ ນ້ຳໃຈເສຍສະລະ, ຄວາມອົງອາດກ້າຫານຄວາມ ສະຫລຽວສະຫລາດ ແລະ ນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ເຊິ່ງເປັນຕົນແທນໃຫ້ ແກ່ຄູລາວທັງຊາດ ເຊິ່ງຄວາມດີຂອງເພິ່ນ ເຊິ່ງ ພັກລັດຈຶ່ງໄດ້ ກຳນົດເອົາວັນທີ 7 ຕຸລາ ເປັນວັນ ທີ່ນາຍຄູຄຳ ເຂົ້າ ເຮັດວຽກເປັນ ວັນຄູແຫ່ງຊາດ ແລະ ຄຸນງາມຄວາມດີ ຂອງເພີ່ນແມ່ນຍັງຄົງ ຈາລຶກໄວໃນດວງໃຈ ຂອງປວງຊົນລາວທັງຊາດ.

ທີ່ມາ: ຂປລ

ແບ່ງປັນ