Breaking News

ບໍ່ສົນຄຳຄົນເວົ້າ! ບາບີ້ ປິຍາມາດ ເດີນໜ້າຕາມຄວາມຝັນ ລົງປະກວດນາງງາມເວທີດັງ ພ້ອມໂພສບອກແບບນີ້…

ແບ່ງປັນ

ຊ່ວງນີ້ວົງການບັນເທີງບ້ານເຮົາຖືວ່າຄຶກຄື້ນ ຄຶກຄັກເປັນພິເສດ ຫຼ້າສຸດກໍ່ມີກະແສຮືຮາມາໃຫ້ໄດ້ເວົ້າເມົ້າມອຍກັນອີກແລ້ວ ເພາະກຳລັງເປັນກະແສຮືຮາທົ່ວວົງການ ກ່ອນໜ້ານີ້ກໍ່ເຫັນຄົນດັງທີ່ມີຜົນງານມາໃຫ້ໄດ້ຊື່ນຊົມກັນລົງປະກວດໃນເວທີນາງງາມຕ່າງໆ ບໍ່ເວັ້ນແມ່ແຕ່ ບາບີ້ ປິຍາະມາດ ທີ່ຫຼ້າສຸດຕັດສິນໃຈລົງປະກວດໃນເວທີ Miss International Laos 2018 ພ້ອມກັບຂຽນລະບາຍສິ່ງທີ່ອັດອັ້ນຕັນໃຈ ໃນຊ່ວງໄລຍະ 5 ປີທີ່ຜ່ານມາ ຜ່ານເຟສບຸກສ່ວນຕົວວ່າ…

ແມ່ນແລ້ວ…ທຸກໆຄົນລ້ວນມີຄວາມຝັນ ແລະ ກໍຢາກຄວ້າຝັນຂອງຕົນເອງໃຫ້ປະສົບຜົນສຳເລັດ ແຕ່ເຖິງວ່າສິ່ງທີ່ເຮົາເຮັດໄປຜົນຈະອອກມາແນວໃດກໍ່ບໍ່ສຳຄັນ ເພາະຍັງຖືວ່າເຮົາໄດ້ລຸກຂຶ້ນມາ ແລະ ເຮັດສິ່ງນັ້ນແລ້ວ ບໍ່ໄດ້ເປັນພຽງແຕ່ຄວາມຝັນແບບລົມໆ ທີ່ພຽງແຕ່ຄິດແຕ່ບໍ່ເຮັດຫຍັງເລີຍ, ເອົ້າ!!! ເປັນຢ່າງໃດກໍ່ຢ່າລືມຝາກເປັນກຳລັງໃຈໃຫ້ ສາວ ບາບີ້ ປິຍະມາດ ໝາຍເລກ 3 ໜຶ່ງໃນຜູ້ປະກວດໃນເວທີ Miss International Laos 2018 ກັນແດ່ເດີ້ແຟນໆ ແລະ ຖ້າໃຜທີ່ມີຄວາມຝັນແບບສາວ ບາບີ້ ກໍ່ຢ່າລືມລຸກຂຶ້ນມາເຮັດ ແລະ ພິຊິດຝັນຂອງຕົວເອງໃຫ້ໄດ້ເດີ້…ສູ້ ໆໆໆ

ຮູບພາບ: FB/ B’Bie Piyamarth

ແບ່ງປັນ