Breaking News

ອາເລັກຊານດຼາ ຮ່ວມງານເທສະການເພງທີ່ປະເທດຍີ່ປຸ່ນ ພ້ອມໃສ່ຊຸດໄໝລາວເພື່ອເຜີຍແຜ່ວັດທະນາທໍາ!!!

ແບ່ງປັນ

ອາເລັກຊານດຼາ ບຸນຊ່ວຍ ມີໂອກາດໄດ້ເດີນທາງໄປເປັນຕົວແທນສິລະປິນປະເທດລາວ ເພື່ອຮ່ວມໃນງານ ASEAN Japan Music Festival 2018 ທີ່ຈັດຂຶ້ນໃນເມືອງ ຊິບູຍ່າ ກຣຸງ ໂຕກຽວ.

ພ້ອມກັນນັ້ນ ອາເລັກຊານດຼາ ຍັງໄດ້ພົບກັບທູດໄມຕີຈິດປະຈໍາໂຄງການ ທ່ານ.​ຣິວທາໂຣ​ ຊູງິ​ ພ້ອມສິລະປິນທັງ 10ປະເທດອາຊຽນ ເພື່ອຟັງຄວາມຄິດເຫັນກ່ຽວກັບການມາ ປະເທດ ຍິປຸ່ນ ໃນຄັ້ງນີ້.

ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ສາວ ອາເລັກຊານດຼາ ກໍ່ບໍ່ພາດທີ່ຈະສວມໃສ່ຊຸດໄໝລາວງາມໆ ເພື່ອເຜີຍແຜ່ວັດທະນະທຳໃຫ້ຄົນທີ່ໄປຮ່ວມໃນງານ ອີກທັງຊາວໂລກ ໃຫ້ໄດ້ຮູ້ເຖິງ ວັດທະນະທຳ ຮີດຄອງອັນດີ ແລະ ຄວາມງົດງາມຂອງຊຸດໄໝລາວອີກດ້ວຍ.

ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

ແບ່ງປັນ