Breaking News

ແອບສ່ອງ! Honeymoon ຫວານຄູ່ຮັກພັນລ້ານ

ແບ່ງປັນ

ແອບສ່ອງ! Honeymoon ຫວານຄູ່ຮັກພັນລ້ານ

ມາແລ້ວໆ ຊະນີIndy ມາແລ້ວ ແລະ ຍັງບໍ່ໄດ້ມາລ້າໆເດີ້ເພາະຍັງຈະມາເມົ້າມອຍເລື່ອງຂອງຄູ່ຮັກສຸດເວີ້ວັງອະລັງການ ສາຍາຄູ່ຮັກພັນລ້ານ, ແນະໆ! ນຶກອອກກັນແລ້ວບໍ່ ເພາະຈະເປັນໃຜໄປບໍ່ໄດເລີຍ ນັ້ນກໍຄືຄູ່ຮັກແຫ່ງປີ ເພັງ&ອ້າຍ, ເພາະຫຼັງຈາກທີ່ທັງສອງແຕ່ງດອງກັນແລ້ວ ຈົນສ້າງປະກົດການຮືຮາສະໜັ່ນເມືອງ ດ້ວຍຄວາມທີ່ວ່າ ລູກເສດຖີແຕ່ງກັບລູກເສດຖີ ( ອຸ້ຍໆ! ຢ່າເວົ້າດັງໄປດຽວມີໃຜໄດ້ຍິນ) ທັງສອງກໍໄດ້ບິນຕົງໄປ Sweet ຫວານກັນຮອດ ເມົາດຣີບ (Maldives) ແລະ ຍັງບໍ່ໝົດເພາະສາວເພັງ ແລະ ໜຸ່ມອ້າຍຍັງດຸໝັ່ນໂພສຮູບພາບຫວານໆ ມາໃຫ້ຂາເມົ້າໄດ້ອິດສາຕາຮ້ອນໄປຕາມໆກັນ.

ເອົ້າ…ຢ່າງໃດກໍຂໍໃຫ້ສາວເພັງ ແລະ ໜຸ່ມອ້າຍມີຄວາມສຸກກັບ Honeymoon ຫວານຄັ້ງນີ້ເດິ້ ແລະ ຢ່າລືມຜະລິດ Baby ໂຕນ້ອຍໆມາໃຫ້ແຟນໆໄວໆເດີ້.

ທີ່ມາຮູບພາບຈາກ: Pheng’s AP

ແບ່ງປັນ