Breaking News

ເທັກຊັດ ຊິກເກັນ ເປີດໂຕຮ້ານທຳອິດໃນ ສປປ. ລາວ

ແບ່ງປັນ

ເທັກຊັດ ຊິກເກັນ ເປີດໂຕຮ້ານທຳອິດໃນ ສປປ. ລາວ ແລະ ກຽມຂະຫຍາຍສາຂາຫຼາຍກວ່າ 7 ສາຂາ!!!

ໃນຕອນແລງຂອງວັນທີ 13 ມັງກອນ 2017 ຢູ່ທີ່ເດີ່ນໜອງສະພັງເລັນ ທາງຮ້ານເທັກຊັດ ຊິກເກັນ  ໄດ້ເປີດຮ້ານສາຂາແຫ່ງທໍາອິດໃນ ສ.ປ.ປ.ລາວ  ໂດຍການເປັນປະທານຮ່ວມຂອງ ທ່ານ ອາມາ ແຊນຊູ, ຜູ້ຈັດການທົ່ວໄປຂອງ ເທັກຊັດ ຊິກເກັນ, ທ່ານ ຈີນ-ບໍຣີສລຸກ ກໍາມະການຜູ້ຈັດການ  ບໍລິສັດ Express  Food Group ໃນອາຊີຕາເວັນອອກສ່ຽງໃຕ້ ທ່ານນາງຈັນທະຈອນ ວົງໄຊ ຂາຫຸ້ນເທັກຊັດ ຊິກເກັນ ພ້ອມດ້ວຍ ບັນດາແຂກຈາກຫຼາຍພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມ.

ເທັກຊັດ ຊິກເກັນ (Texas Chicken) ແມ່ນໜຶ່ງໃນເຄືອຂອງກຸ່ມບໍລິສັດ ອາເອັມເອ (RMA Group),ໄດ້ເປີດບໍລິການຮ້ານຂາຍຈືນໄກ່ແບບຕາເວັນຕົກທີ່ເນັ້ນການບໍລິການດ້ວຍຄວາມໄວແຫ່ງທໍາອິດຢູ່ ສ.ປ.ປ.ລາວ. ເຊິ່ງວາງແຜນຈະເປີດຮ້ານສາຂາ 2 ພາຍໃນປີ 2017 ແລະ ອີກບໍ່ດົນກໍຈະມີການຂະຫຍາຍສາຂາຕື່ມອີກ 7 ສາຂາ, ເຊິ່ງຈະກາຍເປັນບ່ອນສະໜອງແຮງງານຈໍານວນຫຼວງຫຼາຍສູ່ສັງຄົມລາວ.

ທ່ານ ອາມາ ແຊນຊູ ຜູ້ຈັດການທົ່ວໄປຂອງບໍລິສັດ ເທັກຊັດ ຊິກເກັນ ໄດ້ກ່າວໃນຕອນໜຶ່ງວ່າ: ພວກເຮົາມີຄວາມຍິນດີທີ່ໄດ້ເປັນຜູ້ລິເລີ່ມເປີດຮ້ານຂາຍຈືນໄກ່ແບບບຕາເວັນຕົກ ທີ່ເນັ້ນການບໍລິການດ້ວຍຄວາມໄວແຫ່ງທໍາອິດຢູ່່ທີ່ ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ ແລະ ທ່ານຍັງກ່ວຕື່ມອີກຕອນໜຶ່ງວ່າ: ເທັກຊັດຊິກ ຊິກເກັນ ຊ່ຽວຊານເລຶ່ອງຣົດຊາດແບບດັ້ງເດີມ ແລະ ຣົດຊາດທີ່ພິເສດຄືຣົດຊາດເຜັດ ແລະ ນີ້ເປັນໜຶ່ງໃນອາຫານທີ່ເປັນເອກະລັກສະເພາະຂອງພວກເຮົາທີ່ລູກຄ້າຄົນລາວຕ້ອງມັກຢ່່າງແນ່ນອນ.

ເປົ້າໝາຍໃນປີ 2017 ເທັກຊັດ ຊິກເກັນ ຍັງຈະສືບຕໍ່ຂະຫຍາຍຕຶ່ມອີກ 35 ສາຂາໃນຂົງເຂດອາຊີປາຊິຟິກ, ນອກຈາກນີ້ຍັງຂະຫຍາຍຕຶ່ມອີກ 100 ສາຂາໃນຕະຫຼາດສາກົນ ແລະ ເທັກຊັດ ຊິກເກັນລວມທັງໝົດມີຫຼາຍກວ່າ 1,650 ສາຂາຢູ່ 25 ປະເທດ ແລະ ມີລາຍຮັບຕໍ່ປີເຖິງ 1 ລ້ານຕື້ໂດລາສະຫະລັດທົ່ວໂລກ.

ຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງທີ່ www.churchs.com  ແລະ ສາມາດຕິດຕາມໄດ້ທີ່ Facebook/TexasChickenLaos  

ແບ່ງປັນ