Breaking News

ບໍ່ແພ້ຊາດໃດໃນໂລກ! ມາເບິ່ງຄວາມອະລັງການຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss Grand International (2017-2018) #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ນ້ອງ ຈິນນາລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ທີ່ສຳຄັນແມ່ນບໍ່ແພ້ຊາດໃດໃນໂລກ.

ຊຸດປະຈຳຊາດຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018  

“ຊຸດນາງສັງຂານລາວ “ຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ.

ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ.
ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ ແລະ ສີຄຳ, ເຊິ່ງສີຂຽວແມ່ນມາຈາກສີສັນຂອງນົກຍູງ ແລະ ສີຄຳແມ່ນຈາກເຄື່ອງປະດັບທີ່ສັງຄົມລາວນິຍົມໃຊ້ແຕ່ງກາຍ ແລະ ປະດັບ. ແລະ ຈຸດປະສົງຂອງການດັດແປງຊຸດນີ້ແມ່ນລ້ວນແຕ່ເຮັດເພື່ອການໂຄສະນາ ແລະ ເຜີຍແຜ່ວັດທະນະທຳ ແລະ ບຸນປະເພນີອັນດີງາມ ໂດຍການປະສົມປະສານກັບງານສິລະປະແບບດັ້ງເດີມ ແລະ ທັນສະໄໝຜ່ານເຄື່ອງແຕ່ງກາຍຂອງສາວງາມໄດ້ຢ່າງລົງຕົວ, ເຊິ່ງຊຸດດັ່ງກ່າວອອກແບບໂດຍຊ່າງແຕ່ງໜ້າຊື່ດັງ Saykeo Make ແລະ ໃຊ້ເວລາຕັດ ເຖິງ 2ເດືອນ ແລະ ມີນໍ້າໜັກເຖິງ 15 ກິໂລກຼາມ.

ຊຸດປະຈຳຊາດຂອງ ຟ້າໃສ ຈິນນາລີ ນໍລະສິງ   Miss Grand Laos 2017 

ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017  ສຳລັບຊຸດປະຈຳຊາດທີ່ນ້ອງໄດ້ໃຊ້ເຂົ້າໃນປີທີ່ຜ່ານມານັ້ນ ເຊື່ອວ່າແຟນໆທຸກໆຄົນຄົງຈະປະທັບໃຈ ແລະ ຈື່ກັນໄດ້ດີ ເຊິ່ງຊຸດດັ່ງກ່າວແມ່ນມີແຮງບັນດານໃຈມາຈາກພຣະທາດຫຼວງວຽງຈັນ ເຊີ່ງເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະ ສຳຄັນແຫ່ງໜຶ່ງຂອງປະເທດລາວ ແລະ ຍັງເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ. ການອອກແບບຊຸດແມ່ນໄດ້ຍົກເອົາເອກະລັກ ແລະ ລັກສະນະເດັ່ນຂອງພຣະທາດຫຼວງມາດັດແປງໃຫ້ເປັນອົງປະກອບຂອງຊຸດ ແລະ ພາກສ່ວນເຄື່ອງປະດັບ ແມ່ນໄດ້ນຳເອົາອົງປະກອບ ແລະ ຮູບຊົງຂອງພຣະທາດຫຼວງມາເຮັດໃຫ້ເກີດລູກຫຼິ້ນ ໂດຍສາມາດເຮັດໃຫ້ຊຸດເບີ່ງມີມິຕິ ແລະ ສະແດງໃຫ້ເຫັນເຖີງວັດທະນະທຳ, ສິນລະປະ ແລະ ລວດລາຍຄວາມເປັນລາວຫລາຍຂື້ນ. ໂທນສີຂອງຊຸດ ເນັ້ນໃຊ້ສີຄຳຄືດັ່ງພຣະທາດຫລວງ ແລະ ສີຂອງກົມມະລຽນທີ່ອ້ອມຮອບພຣະທາດມາເປັນສີຫລັກໃນການເຮັດຊຸດນີ້ ແລະ ເອົາລວດລາຍຕ່າງໆທີ່ເປັນສິລະປະລາຍລາວເພີ່ມເຂົ້າໄປໃນຊຸດ ໂດຍຜ່ານສາວງາມ ເພື່ອນຳສະເໜີ ແລະ ເຜີຍແຜ່ຊຸດໃຫ້ຊາວຕ່າງຊາດໄດ້ເຫັນເຖີງວັດທະນະທຳ , ຮີດຄອງປະເພນີ ແລະ ເອກະລັກຄວາມເປັນຊາດລາວໄດ້ຢ່າງລົງໂຕ.

ສຳລັບຊຸດນີ້ແມ່ນໄດ້ຄວາມຊື່ນຊົມ ແລະ ເຮັດໃຫ້ຊາວຕ່າງຊາດ ຕະລຶງ ແລະ ຮັບຮູ້ເຖິງປະເທດລາວ ຄວາມເປັນລາວໄດ້ເປັນຢ່າງດີ.

ເປັນແນວໃດກັນແດ່ ອະລັງການ ສົມກັບທີ່ ຊະນີIndy ໄດ້ກ່າວມາແຕ່ທຳອິດເລີຍແມ່ນບໍ່?, ໃນປີທີ່ຜ່ານມາ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017  ກໍເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນເວທີໂລກໄດ້ເປັນຢ່າງດີ ຍ້ອນຄວາມສາມາດ ແລະ ກຳລັງໃຈຈາກພໍ່ແມ່ພີ່ນ້ອງຄົນລາວທຸກໆຄົນ ແລະ ໃນປັດຈຸບັນ ນ້ອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ກໍກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Grand International 2018 ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ