Breaking News

ການເດີນທາງເປັນການເປີດໂລກເຮົາໃຫ້ກວ້າງຂຶ້ນ… ໄດ້ເຫັນ, ໄດ້ພົບ, ໄດ້ຮຽນຮູ້ສິ່ງໃໝ່ໆ (ຂໍ້ຄິດດີໆ ຈາກນັກເດີນທາງ)

ແບ່ງປັນ

ການເດີນທາງເປັນການເປີດໂລກເຮົາໃຫ້ກວ້າງຂຶ້ນ… ໄດ້ເຫັນ, ໄດ້ພົບ, ໄດ້ຮຽນຮູ້ສິ່ງໃໝ່ໆ ການເດີນທາງເປັນປະສົບການ, ເປັນການຮຽນຮູ້, ເປັນການເປີດໂລກກະທັດໃໝ່ໆ ແລະ ການເດີນທາງທ່ອງທ່ຽວໄປຍັງດິນແດນທີ່ເຮົາບໍ່ເຄີຍໄປ ມັກຈະເຮັດໃຫ້ເຮົາໄດ້ພົບກັບສິ່ງໃໝ່ໆ ໃນຊີວິດອັນແສນຕື່ນເຕັ້ນເຊັ່ນກັນ; ມື້ນີ້ ຂວັນໃຈເລີຍຢາກຈະມານໍາສະເໜີ ຂໍ້ຄິດດີໆ ຂອງການເດີນທາງຈາກນັກເດີນທາງ Traveler Blog ມາໃຫ້ສາວໆໄດ້ຮູ້ວ່າ ຄວາມຈິງແລ້ວເຮົາໄດ້ຫຍັງແດ່? ນອກຈາກຄວາມ່ວນ ແລະ ໄດ້ເຫັນສິ່ງໃໝ່ໆ…

1. ມະນຸດທຸກຄົນຕ້ອງການສິ່ງດຽວກັນ: ບໍ່ວ່າຈະເປັນເສດຖີ ຫຼືຄົນທຸກຈົນ ເມື່ອເບິ່ງເລິກລົງໄປແລ້ວຈະຮູ້ວ່າທຸກຄົນຕ້ອງການ “ຄວາມຮັກ”, “ຄວາມໝັ້ນຄົງ” ແລະ “ການຍອມຮັບ” ແລະນັ້ນກໍຄືຄວາມປາດຖະໜາຂັ້ນພື້ນຖານ ທີ່ເຮັດໃຫ້ທຸກຢ່າງເທິງໂລກນີ້ຂັບເຄື່ອນໄປໄດ້

2. ຢ່າປ່ອຍໃຫ້ຄວາມສຸກເປັນເລື່ອງຂອງອະນາຄົດ: ຄົນທີ່ຕັ້ງເປົ້າ ແລະ ຕັ້ງໜ້າຕັ້ງຕາສູ້ຢ່າງແສນສາຫັດ ບໍ່ມືນຫູມືນຕາເພື່ອໃຫ້ໄດ້ມາເຊິ່ງຄວາມສຸກໃນອະນາຄົດ ນັ້ນຄືພວກເຂົາກໍາລັງເຮັດສິ່ງທີ່ຜິດທີ່ສຸດໃນຊີວິດ ສະນັ້ນ ເຮົາຄວນເຮັດມັນຢ່າງຄ່ອຍເປັນຄ່ອຍໄປ ເພື່ອໃຫ້ມີຄວາມສຸກໃນປັດຈຸບັນ ຢ່າຕັ້ງຄວາມສຸກກັບສິ່ງທີ່ຍັງມາບໍ່ຮອດ ເພາະຍິ່ງຕັ້ງສູງເທົ່າໃດຍິ່ງເຈັບເທົ່ານັ້ນ.

3. ຢ່າຫຼົງງົມງາຍກັບໂຊກຊະຕາ: ຫຼາຍໆຄົນເພີ້ຝັນເລື່ອງໂຊກລາບ, ວາດສະໜາ, ໂຊກຊະຕາຕ່າງໆ ຂໍບອກເລີຍວ່າຖ້າຄິດແບບນັ້ນ ຊາດນີ້ທັງຊາດກໍຈະພົບແຕ່ຄວາມຜິດຫວັງ

4. ທໍາຄວາມຮູ້ຈັກກັບຄວາມເຊື່ອທີ່ແຕກຕ່າງຈາກເຮົາ: ການໃຊ້ເວລາສ່ວນໃຫຍ່ກັບກຸ່ມຄົນທີ່ມີຄວາມເຊື່ອ ຫຼື ຄວາມສົນໃຈທີ່ຄ້າຍກັບເຮົາ ເປັນສິ່ງທີ່ບໍ່ທ້າທາຍ ເພາະຈະເຮັດໃຫ້ເຮົາເປັນຄົນປິດກັ້ນສິ່ງໃໝ່ໆ ການໄດ້ທໍາຄວາມຮູ້ຈັກກັບຄົນທີ່ບໍ່ມີຫຍັງຄືເຮົາ ຈະເປັນການຮຽນຮູ້ສິ່ງແປກໃໝ່ ທີ່ບໍ່ໜ້າເບື່ອ

5. ຢ່າເບິ່ງວ່າຄົນອື່ນໃຊ້ຊີວິດງ່າຍກວ່າຕົນເອງ: ມະນຸດຕ່າງສະແດງອອກໃນສິ່ງເຂົາຕ້ອງການໃຫ້ຄົນອື່ນຢາກຮູ້ສະເໝີ ແຕ່ເລິກລົງໄປແລ້ວເຂົາກໍມີບັນຫາຫຍຸ້ງຍາກທີ່ບໍ່ຢາກບອກໃຫ້ໃຜຮູ້ທັງໝົດ ດັ່ງນັ້ນ ຢ່າຄິດວ່າຄົນອື່ນໃຊ້ຊີວິດງ່າຍດາຍ ສ່ວນຕົວເຮົາເອງໃຊ້ຊີວິດແບບຍາກລໍາບາກຄົນດຽວ

6. ຢ່າອາຍທີ່ຈະບອກວ່າຂ້ອຍບໍ່ຮູ້: ການຍອມຮັບກັບຄົນອື່ນຢ່າງບໍ່ໜ້າອາຍວ່າ ຂ້ອຍບໍ່ຮູ້ ຍ່ອມດີກວ່າການເຮັດເປັນຮູ້ແຕ່ຖືກຈັບໄດ້ຕາມຫຼັງວ່າ ໂງ່ ການສະແດງອອກດ້ວຍຄວາມຈິງໃຈຄືສິ່ງທີ່ສໍາຄັນ

7. ເງິນບໍ່ແມ່ນພະເຈົ້າ: ການເດີນທາງໄປທົ່ວໂລກ ໄດ້ພົບກັບຜູ້ຄົນຂ້າງທາງຫຼາກຫຼາຍ ເຮັດໃຫ້ຮູ້ວ່າ ຄວາມສຸກເປັນສິ່ງທີ່ໃກ້ຕົວເຮົາ ບໍ່ຈໍາເປັນຕ້ອງໃຊ້ເງິນຊື້

8. ຢ່າໃຫ້ວັດຖຸຄອບງໍາຊີວິດ: ເຫດຜົນແທ້ຈິງທີ່ເຮົາຕ້ອງການໃຊ້ເຄື່ອງໃຊ້ແພງໆ ກໍພຽງຕ້ອງການໃຫ້ເປັນທີ່ຍອມຮັບ ຄວາມຈິງແລ້ວເຮົາບໍ່ໄດ້ຕ້ອງການມັນແທ້.

9. ຈົ່ງກ້າທີ່ຈະພົບປະກັບຜູ້ຄົນ: ເຮົາບໍ່ຄວນເສຍເວລາກັບໂລກ Internet ຫຼາຍເກິີນໄປ ການໄດ້ອອກໄປພົບຄົນຕ່າງເພດຕ່າງໄວ, ຕ່າງຄວາມຄິດ ເຮັດໃຫ້ເຮົາມີມຸມມອງໃໝ່ໆ

10. ຢ່າຈໍາກັດຕົວເອງພຽງພາສາອັງກິດເມື່ອໄປທ່ອງທ່ຽວຕ່າງແດນ: ຫຼາຍຄົນຄິດວ່າການເວົ້າພາສາອັງໄດ້ກໍພຽງພໍແລ້ວເມື່ອໄປທ່ອງທ່ຽວ ເພາະໄກ້ນໍາທ່ຽວກໍເວົ້າໄດ້ ແຕ່ການທີ່ເຮົາໄດ້ຮຽນຮູ້ພາສາທ້ອງຖີ່ນຂອງປະເທດທີ່ເຮົາໄປ ເຮົາຈະໄດ້ໃກ້ຊິດກັບວັດທະນະທໍາອັນງົດງາມຂອງປະເທດນັ້ນໆໄດ້ງ່າຍຂຶ້ນ ເປັນການເປີດຮັບສິ່ງໃໝ່ໆນັ້ນເອງ

11. ເຮັດໃຫ້ຊ້າລົງ ແລະ ເບິ່ງໃຫ້ທຸກສິ່ງງ່າຍຂຶ້ນ: ສິ່ງທີ່ໄດ້ຮຽນຮູ້ຈາກການເດີນທາງຄື ການເຮັດຫຍັງແບບບໍ່ຟ້າວ, ງ່າຍໆ ຈະເຮັດໃຫ້ເກີດຄວາມສຸກຢ່າງງ່າຍດາຍ

12. ຊອກເວລາສ້າງຄວາມສຸກໃຫ້ຕົນເອງ: ມັກຫຍັງໃຫ້ລົງມືເຮັດໂລດ ຢ້າຊ້າເພາະເວລາບໍ່ເຄີຍຖ້າໃຜ 13. ຊອກໝູ່ໃໝ່ ແລະ ສ້າງຄວາມສຸກກັບໝູ່ທີ່ມີຢູ່

ທີ່ມາ: Traveler Blog

ແບ່ງປັນ