Breaking News

ຊີວິດຈິງຍິ່ງກວ່າລະຄອນ! ຈາກທີ່ບໍ່ມີເງິນຮຽນ ຄອບຄົວບໍ່ມີເງິນສົ່ງເສຍ ຈົນສາມາດຄວ້າໃບປະກາດແດງມາໄດ້ເຖິງ 2 ໃບ!!!

ແບ່ງປັນ

ກ່ອນອອກຈາກບ້ານພໍ່ມີເງິນໃຫ້ລ້ານປາຍກີບ ທາງຄອບຄົວບໍ່ມີເງິນສົ່ງເສຍໃຫ້ຮຽນ…  ເປັນປະໂຫຍດທີ່ເຮັດໃຫ້ຜູ້ຄົນສົນໃຈ ເລື່ອງລາວຂອງ ຈັນແດງ ທອງສະໄໝ ນັກສຶກສາທີ່ຄວ້າໃບປະກາດແດງມາໄດ້ເຖິງ 2 ໃບ (ເກັ່ງຫຼາຍໆໆ! ຊົມເຊີຍເດີ້) ເຊິ່ງກ່ອນຈະພາກພຽນ ຂຽນອ່ານ ແລະ ຄວ້າກຽດນິຍົມມາໄດ້ນັ້ນບໍ່ແມ່ນເລື່ອງງ່າຍ ລອງມາເບິ່ງເລື່ອງລາວຂອງຊາຍຄົນນີ້…

“ຈົບແບບງຽບໆຢ່າງເປັນທາງການ!!!
ນີ້ເປັນໃບປະກາດແດງໃບທີ 2 ໃນຊີວິດຂອງຂ້ອຍ ພາຍຫຼັງທີ່ດິ້ນຮົນຜ່ານທຸກຜ່ານຍາກມາຫຼາຍປີ. ຂ້ອຍຍັງຈື່ບໍ່ລືມວ່າມື້ອອກຈາກບ້ານມາຮຽນພໍ່ແມ່ມີເງິນໃຫ້ພຽງແຕ່ລ້ານປາຍ ເຊິ່ງມັນເປັນເງິນທັງໝົດທີ່ເພິ່ນມີ. ການຕັດສິນໃຈມາຮຽນມັນເປັນສິ່ງທ້າທາຍຫຼາຍສໍາລັບຂ້ອຍ ບໍ່ຮູ້ວ່າຊີວິດຂ້າງໜ້າຊິເປັນແນວໃດ ເພາະທາງຄອບຄົວບໍ່ມີເງິນສົ່ງເສຍໃຫ້ຮຽນ. ພໍແຕ່ກ້າວເຂົ້າມາຮຽນຢູ່ໃນຮົ້ວມະຫາວິທະຍາໄລ ຊີວິດກໍບໍ່ໄດ້ສຸກສະບາຍ ຂ້ອຍຕ້ອງໄດ້ຊອກວຽກຫາເງິນເພື່ອສົ່ງຕົນເອງຮຽນ ຕັ້ງແຕ່ປີ 1 ຮອດ ປີ 4 ໂດຍບໍ່ຂໍເງິນນໍາພໍ່ແມ່ ເຊິ່ງຮຽນທັງພາກປົກກະຕິ, ຮຽນເພີ່ມ ແລະ ເຮັດວຽກເສີມຫຼາຍຢ່າງນັບຕັ້ງແຕ່ຮັບຕັດຫຍ້າ, ເປັນພະນັກງານກວດຜົນຫວຍ ຈົນມາຮອດຮັບງານອິດສະລະເຊັ່ນ ງານວິດີໂອ, ງານອອກແບບປຶ້ມ ແລະ ເປັນອາຈານສອນພາສາອັງກິດ.
4 ປີແຫ່ງການຮຽນຮູ້ຂ້ອຍໄດ້ພົບເຫັນຫຼາຍສິ່ງຫຼາຍຢ່າງ ມີທັງສຸກ ແລະ ທຸກ, ມີຮອຍຍິ້ມ ແລະ ນໍ້າຕາ, ມີຜູ້ຍ້ອງຍໍຊົມເຊີຍ ແລະ ໝິ່ນປະໝາດ, ມີຜູ້ມາຊ່ວຍເຫຼືອ ແລະ ມາຊໍ້າເຕີມ… ເຊິ່ງທຸກຢ່າງທີ່ກ່າວມານັ້ນລ້ວນແຕ່ເປັນປະສົບການຊີວິດທີ່ດີທີ່ຄັ້ງໜຶ່ງໄດ້ມີໂອກາດໄດ້ມາສໍາຜັດມັນ.

– ຂອບໃຈ ພໍ່ແມ່ທີ່ໃຫ້ກໍາເນີດ, ລ້ຽງດູ ສັ່ງສອນ ແລະ ສົ່ງເສີມຊຸກຍູ້ໃຫ້ລູກສຶກສາຮໍ່າຮຽນມາຮອດຈຸດນີ້ ເຖິງກໍາລັງຊັບຄອບຄົວອາດຈະບໍ່ມີ ແຕ່ລູກກໍໄດ້ຮັບກໍາລັງໃຈທີ່ດີສະເໝີ.
– ຂອບໃຈ ພາກວິຊາສື່ສານມວນຊົນ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ໃຫ້ໂອກາດຂ້ອຍໄດ້ມາສຶກສາຮໍ່າຮຽນຈົນກາຍເປັນບັນດິດອີກຄົນໜຶ່ງ.
– ຂອບໃຈ ຄູອາຈານທຸກຄົນທີ່ໄດ້ສິດສອນ ແລະ ສົ່ງທອດຄວາມຮູ້ຄວາມສະຫຼາດໃຫ້.
– ຂອບໃຈ ໝູ່ເພື່ອນທຸກຄົນທີ່ຮັກແພງກັນ, ໃຫ້ມິດຕະພາບທີ່ດີຕໍ່ກັນ ແລະ ຊ່ວຍເຫຼືອກັນໃນຍາມທຸກຍາກ ຫວັງວ່າທຸກຄົນຈະບໍ່ລືມກັນ.
– ຂອບໃຈ ອ້າຍເອື້ອຍນ້ອງ, ຜູ້ມີພະຄຸນ ແລະ ຄົນຮູ້ຈັກທຸກຄົນທີ່ເປັນສ່ວນໜຶ່ງໃນການໃຊ້ຊີວິດຂອງຂ້ອຍ.
– ທີ່ຂາດບໍ່ໄດ້ຄື ຂອບໃຈຕົນເອງທີ່ບໍ່ເຄີຍຖິ້ມຕົນເອງ ເຖິງຈະທຸກຍາກລໍາບາກສໍ່າໃດກໍຍັງຢູ່ກັບຕົນເອງສະເໝີ.

ການສຶກສາໃນ ມຊ 4 ປີຈົບໄປແລ້ວ ແຕ່ຊີວິດຈິງຍັງຄົງຈະຮຽນຮູ້ອີກຫຼາຍຢ່າງໃນໂລກໃບນີ້ ສະນັ້ນຂ້ອຍຈຶ່ງຢາກຂໍຝາກຜົນງານດ້ານການຮຽນບາງສ່ວນໄວ້ທີ່ນີ້ເພື່ອເຕືອນບອກຕົນເອງວ່າ ຕົນເອງເຄີຍຜ່ານສິ່ງດີໆຫຍັງມາແດ່.

ປີ 2018 ຈົບປະລິນຍາຕີຈາກ ມຊ ໄດ້ໃບປະກາດແດງ ແລະ ໄດ້ໄປແລກປ່ຽນໃນໂຄງການ YSEALI ຢູ່ຫວຽດນາມ
– ປີ 2017 ໄດ້ທຶນໄປແລກປ່ຽນໃນໂຄງການ JENESYS ທີ່ປະເທດຍີ່ປຸ່ນ; ເປັນຜູ້ຂຽນບົດ ແລະ ກໍາກັບລາຍການໂທລະພາບສໍາລັບເດັກ ໃນໂຄງການ ProCEEd ຂອງອົງການ GIZ
– ປີ 2016 ໄດ້ໄປແລກປ່ຽນໃນໂຄງການ TF-SCALE ທີ່ປະເທດສິງກະໂປ
– ປີ 2014 ຈົບ ມ.7 ໄດ້ໃບປະກາດແດງ ແລະ ເສັງໄດ້ອັນດັບທີ 2 ໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນ ມ.ປາຍ (ຕົວແທນແຂວງຫຼວງພະບາງ)
– ປີ 2011 ຈົບ ມ.ຕົ້ນ ແລະ ເປັນຕົວແທນແຂວງຫຼວງນໍ້າທາ ມາເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.ຕົ້ນ
– ປີ 2009 ເຂົ້າຮ່ວມໂຄງການໄວໝຸ່ມຕ້ານເອດ ແຂວງຫຼວງນໍ້າທາ ແລະ ໄດ້ສອນຢູ່ໂຮງຮຽນ 1 ປີ
– ປີ 2007 ຈົບປະຖົມ ແລະ ເສັງນັກຮຽນເກັ່ງໄດ້ອັນດັບທີ 1 ຂອງເມືອງຫຼວງນໍ້າທາ ແຕ່ບໍ່ມີການເສັງຂັ້ນແຂວງ.

ນີ້ຄືຜົນງານການສຶກສາສ່ວນໜຶ່ງຂອງຊີວິດທີ່ຂ້ອຍສະສົມມາ ແລະ ຂ້ອຍຄົງຍັງຈະສະສົມອີກຕໍ່ໄປ…

ຂໍຂອບໃຈທີ່ອ່ານມາຮອດຈຸດນີ້ ຂໍສະແດງຄວາມຍິນດີກັບຕົນເອງ… Congratulations myself”

ສຳລັບ ຈັນແດງ ທອງສະໄໝ ເປັນອະດີດນັກຮຽນເກັ່ງລະດັບຊາດ ແລະ ນັກຮຽນເກັ່ງໄດ້ຮັບໃບປະກາດແດງ ຊັ້ນ ມ.ປາຍ ປັດຈຸບັນໄດ້ຮັບໃບປະກາດແດງໃບທີ 2 ຈາກພາກວິຊາສື່ສານມວນຊົນ, ຄະນະອັກສອນສາດ, ມຊ (ເປັນຄົນດຽວທີ່ໄດ້ໃບປະກາດແດງຂອງຄະນະ).ຢ່າງໃດກໍຂໍສະແດງຄວາມຍິນດີນຳຫຼາຍໆ ຈົ່ງສະສົມປະສົບການ ແລະ ເປັນແບບຢ່າງທີ່ດີຂອງນ້ອງໆໃນລຸ້ນຕໍ່ໆໄປ!!!

ທີ່ມາ: Chandeng Red Hunter

ແບ່ງປັນ