Breaking News

ດ່ວນນນ!!! ຂໍພະລັງຄວາມສາມັກຄີຈາກຄົນລາວມາຮ່ວມໂຫວດໃຫ້ ມາລີ ນົບພະລັດ Miss Grand Laos ໃຫ້ໄດ້ເຂົ້າຮອບ

ແບ່ງປັນ

ດ່ວນນນ!!! ຂໍພະລັງຄວາມສາມັກຄີຈາກຄົນລາວມາຮ່ວມໂຫວດໃຫ້ ມາລີ ນົບພະລັດ ສີໄກພັກ Miss Grand Laos ໃຫ້ໄດ້ເຂົ້າຮອບ 9 ຄົນ ທີ່ຈະໄດ້ຖ່າຍຮູບຊຸດລອຍນໍ້າທີ່ Chatrium Hotel Royal Lake Yangon ໂດຍການເຂົ້າໄປ ກົດໄລ້ ແລະ ແຊຣ ຮູບພາບຂອງສາວງາມຈາກປະເທດລາວ  ໄດ້ຕາມລິ້ງນີ້ເລີຍ ( The Top 9 most-liked and shared ) , ຄະແນນທີ່ທຸກຄົນໂຫວດຖ້າໄດ້ຫຼາຍຈະຊ່ວຍສົ່ງໃຫ້ສາວງາມຕົວແທນຈາກປະເທດລາວໄດ້ເຂົ້າຮອບໃນການແຂ່ງຂັນໂດຍອັດຕະໂນມັດ.

(ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos  ເທົ່ານັ້ນເດີ້, ຄລິກເຂົ້າໄປທີ່ອະລະບໍ້າຮູບນີ້ The Top 9 most-liked and shared. ແລ້ວຄລິກຊອກຮູບ Miss Grand Laos ເຮົາ ແລ້ວ ກົດໄລ້ ກົດແຊຣເລີຍ!!!)

ເຊິ່ງທາງກອງປະກວດ Miss Grand International 2018 ຈະຄັດເລືອກເອົາສາວງາມທີ່ມີຄະແນນຍອດໄລ້ ຍອດແຊຣຫຼາຍທີ່ສຸດທັງໝົດ 9 ປະເທດຄື: ຈາກທະວີບ ອາຊີ 3 ປະເທດ, ຈາກທະວີບຍຸໂລບ ແລະ ອາຟຮິກາ 3 ປະເທດ ແລະ ທະວີບ ອາເມລິກາ 3 ປະເທດ, 1 ໄລ້ (Like)  ເທົ່າກັບ 1 ຄະແນນ ແລະ 1 ແຊຣ (Share) ເທົ່າກັບ 5 ຄະແນນ ໝົດເຂດການຮ່ວມໂຫວດໃນວັນທີ 12 ຕຸລາ 2018 ນີ້ເດີ້ແຟນໆ , ດັ່ງນັ້ນ, ຈຶ່ງຢາກຂໍໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກໆຄົນ ມາຮ່ວມໂຫວດ ຮ່ວມເຊຍ ໃຫ້ສາວງາມຕົວແທນປະເທດລາວຂອງເຮົາດ້ວຍ ຮັກລາວເຊຍລາວກໍ່ຢ່າລືມໄປໂຫວດກັນຫຼາຍໆເລີຍເດີ້!!! (ຢ່າລືມແຊຣບອກຕໍ່ໆກັນໄປ)

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວຕົວແທນປະເທດລາວ ??????

ຮູບພາບ: Miss Grand International

ແບ່ງປັນ