Breaking News

8 ພຶດຕິກໍາທີ່ບົ່ງບອກວ່າ ເຈົ້າຄວນອອກໄປທ່ອງທ່ຽວໄດ້ແລ້ວ!!!

ແບ່ງປັນ

ສາວໆ! ຄົນເຮົາມີເຫດຜົນທີ່ຢາກຈະອອກໄປທ່ອງທ່ຽວຢູ່ສະເໝີ! ແຕ່ບາງເທື່ອເຮົາອາດຈະບໍ່ຮູ້ສຶກຕົວເອງເລີຍ… ເພາະຫຼາຍຄັ້ງທີ່ເຮັດວຽກຢູ່ດີໆ ບໍ່ໄດ້ຄິດຫຍັງ ແຕ່ໝູ່ພັດມາຖາມວ່າ ຢາກພັກວຽກໄປທ່ອງທ່ຽວແມ່ນບໍ່? ເຮັດໃຫ້ບາງເທື່ອເຮົາກໍເກີດອາການງົງວ່າ ໝູ່ຮູ້ໄດ້ແນວໃດ? ເຮົາຍັງບໍ່ໄດ້ຄິດຫຍັງຊໍ້ານ່າ… ສະນັ້ນ ມາເບິ່ງກັນວ່າ ພຶດຕິກໍາຫຍັງທີ່ເປັນຕົວບົ່ງບອກວ່າ ເຈົ້າຢາກອອກໄປທ່ອງໂລກກວ້າງຈົນເຮັດໃຫ້ຄົນອື່ນເບິ່ງອອກຂະໜາດນັ້ນ…

1. ເບິ່ງປະຕິທິນຕະຫຼອດ ບໍ່ໄດ້ເບິ່ງພຽງແຕ່ວ່າມື້ນີ້ວັນທີຫຍັງ? ແຕ່ເບິ່ງລ່ວງໜ້າໄປ 1 ເດືອນ, ເຄິ່ງປີ ຫຼືຂ້າມປີໄປເລີຍ… ບໍ່ແມ່ນຫຍັງໃດ໋! ພຶດຕິກໍານີ້ສະແດງໃຫ້ເຫັນວ່າເຈົ້າກໍາລັງເບິ່ງວ່າມີຊ່ວງໃດທີ່ເປັນມື້ພັກຍາວໆແດ່ ຫຼືຊ່ວງໃດພໍຈະລາພັກເພີ່ມໄດ້ແດ່ ຈະໄດ້ໄປທ່ອງທ່ຽວຍາວໄປເລີຍ.

2. ເລີ່ມເກັບເງິນ ປະຢັດເງິນ ງົດຊື້ເຄື່ອງທີ່ບໍ່ຈໍາເປັນ (ບາງເທື່ອກໍອາດຈະບໍ່ໄດ້ເອົາໄວ້ໄປທ່ອງທ່ຽວກໍໄດ້) ສ່ວນຫຼາຍສໍາລັບຄົນທີ່ເດີນທາງຕະຫຼອດ ຖ້າເລີ່ມຮູ້ສຶກເສຍດາຍທີ່ຈະຈ່າຍເງິນໃນເລື່ອງອື່ນແລ້ວ ເລິກໆຂອງຈິດໃຈແມ່ນກໍາລັງຄິດຢູ່ວ່າ ແທນທີ່ຈະຈ່າຍເງິນກັບສິ່ງຂອງນັ້ນ ເກັບເງິນພວກນີ້ເອົາໄວ້ໄປທ່ອງທ່ຽວຈະດີກວ່າ.

3. ເລົ່າເລື່ອງປະສົບການ ການໄປທ່ອງທ່ຽວຫຼາຍ ບາງເທື່ອລົມກັບໝູ່ເລື່ອງອື່ນຢູ່ ກໍພານອກເລື່ອງມາລົມເລື່ອງທ່ອງທ່ຽວວ່າເຄີຍໄປສະຖານທີ່ນີ້ນັ້ນມາແລ້ວ, ບາງເທື່ອເບິ່ງຮູບເງົາຕ່າງປະເທດຢູ່ດີໆ ກໍມາເວົ້າເຖິງການທ່ອງທ່ຽວຂອງປະເທດນັ້ນໆ ວ່າມີຄວາມງົດງາມ ແລະ ໜ້າທ່ຽວຊົມຫຼາຍ.

4. ມີເງິນຕ່າງປະເທດຢູ່ໃນກະເປົ໋າເງິນ ບາງເທື່ອອອກໄປຊື້ກາເຟໜ້າຫ້ອງການ ແລ້ວຈັບເງິນມາຈ່າຍ ພັດແມ່ຄ້າທ້ວງມາວ່າ ຄືຈ່າຍເງິນເຢນໃຫ້! ຖ້າອາການເຖິງຂັ້ນນີ້ຖືວ່າໜັກແລ້ວ ໃນຫົວເຈົ້າຕ້ອງກຽມພ້ອມໄປທ່ຽວທຸກເວລາເລີຍກໍວ່າໄດ້.

5. ຝັນເຖິງສະຖານທີ່ແປກໆຕະຫຼອດ ເຖິງວ່າເຈົ້າຈະບໍ່ສະແດງອາການອອກມາ ແຕ່ຖ້າຕອນນອນ ແນວໃດກໍບໍ່ສາມາດຫ້າມຈິດໃຕ້ສໍານຶກຕົວເອງໄດ້ດອກ; ຖ້າເຈົ້າເລີ່ມຝັນເຖິງການທ່ອງທ່ຽວຕະຫຼອດຊ່ວງໃດ ໂປດຈົ່ງເຮັດຕາມຈິດໃຕ້ສໍານຶກຂອງຕົວເອງຊະ.

6. ຄຸກຄີຢູ່ແຕ່ກັບຂໍ້ມູນການທ່ອງທ່ຽວໂດຍບໍ່ຮູ້ຕົວເຊັ່ນ: ວ່າງໆ, ພັກກິນເຂົ້າທ່ຽງບໍ່ມີຫຍັງເຮັດກໍເປີດເວັບທ່ອງທ່ຽວຫຼິ້ນໆ, ໄປຮ້ານໜັງສືກໍເບິ່ງບ່ອນທີ່ມີໜັງສືທ່ອງທ່ຽວດົນກວ່າບ່ອນອື່ນ, ເບິ່ງໂທລະພາບກໍຫຼົງເບິ່ງແຕ່ລາຍການທ່ອງທ່ຽວ ຖ້າອາການຈະໜັກຂະໜາດນີ້ກໍອອກໄປຊະເທາະ!

7. ບັນທຶກກ່ຽວກັບການທ່ອງທ່ຽວ ທັງສາຍການບິນ, ໂປຣໂມຊັ່ນໂຮງແຮມ ຫຼືແມ່ນຫຍັງກໍແລ້ວແຕ່ທີ່ເຫັນໃນແຕ່ລະມື້; ນັ້ນສະແດງວ່າເຈົ້າເຂົ້າໄປເບິ່ງ, ເຂົ້າໄປຕິດຕາມເວັບພວກນີ້ຕະຫຼອດ ແຖມກົດຕິດຕາມໃຫ້ສົ່ງຂໍ້ຄວາມເຕືອນອີກ.

8. ກໍາລັງອ່ານບົດຄວາມນີ້ຢູ່… ຖ້າເຈົ້າເຂົ້າມາແລ້ວອ່ານບົດຄວາມນີ້ຈົນມາຮອດຂໍ້ນີ້ ຂໍສະແດງຄວາມຍິນດີນໍາ ເຈົ້າຢາກອອກໄປທ່ອງທ່ຽວທີ່ສຸດແລ້ວ ແຕ່ພະຍາຍາມຊອກວ່າມີຂໍ້ໃດກົງກັບເຈົ້າບໍ່ 555

ທີ່ມາ: Travel Kanuman.

ແບ່ງປັນ