Breaking News

ປະທັບໃຈ! ນັກຮ້ອງ-ນັກສະແດງດັງຈາກລາວ ໄດ້ມີໂອກາດພົບເຈົ້າຊາຍປະເທດ ອັງກິດ!!!

ແບ່ງປັນ

ມີຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເລື້ອຍໆ ສຳລັບ ອາເລັກຊານດຼາ ບຸນຊ່ວຍ ນັກຮ້ອງ-ນັກສະແດງສາວລາວເຮົາ ທີ່ຫຼ້າສຸດບິນລັດຟ້າໄປຮ່ວມກອງປະຊຸມ Illegal Wildlife Trade ທີ່ປະເທດ ອັງກິດ ແລະ ທີ່ເຮັດໃຫ້ແຟນໆປະທັບໃຈໄປກວ່ານັ້ນກໍ່ຄືນາງມີໂອກາດໄດ້ພົບເຈົ້າຊາຍ ປະເທດ ອັງກິດ, ເຊິ່ງຈາກການໂພສຮູບພາບ ແລະ ແຄັບຊັ່ນຂອງ ອາເລັກຊານດຼາ ເຮັດໃຫ້ແຟນໆໄດ້ຮູ້ວ່າ:

“ບໍ່ຮູ້ວ່າເປັນຫຍັງຮູບຖ່າຍອອກມາແບບຮູບແຕ້ມ ແຕ່ມື້ນີ້ປະທັບໃຈທີ່ສຸດທີ່ມີໂອກາດໄດ້ພົບເຈົ້າຊາຍຂອງປະເທດອັງກິດທັງສອງທ່ານ​ເຊິ່ງເພິ່ນກໍໄດ້ມາເປີດງານກອງປະຊຸມຂອງ Illegal Wildlife Trade ເປັນທາງການ.​ໃນມື້ນີ້ຍັງມີອີກຫຼາຍສິລະປິນລະດັບໂລກໄດ້ມາຮ່ວມເພື່ອເຜີຍແຜ່ກ່ຽວກັບ ການຄ້າຂາຍງາຊ້າງທີ່ຜິດກົດໝາຍ. ທາງຂ້າງແຊນດຼ້າແມ່ນທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ​ທ່ານເອກອັກຄະລະທູດລາວປະຈໍາປະເທດອັງກິດ ແລະ​ ທ່ານຫົວໜ້າກົມປ່າໄມ້.​ ຢູ່ພະລາດຊະວັງເພິ່ນບໍ່ໃຫ້ນໍາໃຊ້ກ້ອງ ແລະ ມືຖືເລີຍບໍ່ສາມາດຖ່າຍຮູບທາງໃນໄດ້”

ານນີ້…ເຮັດເອົາບັນດາແຟນຄລັບປຶ້ມປິຕິໄປຕາມໆກັນ!!!

ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

ແບ່ງປັນ