Breaking News

ໄວໜຸ່ມລາວ! ເຂົ້າຮ່ວມແລກປ່ຽນດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດທີ່ປະເທດຍີ່ປຸ່ນ

ແບ່ງປັນ

ໃນວັນທີ 15 ຕຸລາ 2018 ທີ່ຜ່ານມາ, ໄວໜຸ່ມລາວ ໂດຍມີນັກຮຽນມັດທະຍົມຕອນປາຍ 8 ຄົນ, ນັກສຶກສາມະຫາວິທະຍາໄລ 8 ຄົນ ແລະ ລັດຖະກອນ 1 ທ່ານໄດ້ເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມ “ການແລກປ່ຽນທາງດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 16 ເຖິງ 23 ຕຸລາ 2018.

ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະ ໄພພິບັດຢູ່ຍີ່ປຸ່ນ. ນັກສຶກສາທັງ 16 ຄົນນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຫລາຍກວ່າ 370 ກວ່າຄົນໂດຍຄະນະກໍາມະການຂັດເລືອກເຊິ່ງປະກອບດ້ວຍຕົວແທນຈາກສູນກາງຊາວໜຸ່ມລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ.

ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

ແບ່ງປັນ