Breaking News

ຈະເປັນແນວໃດ? ເມື່ອ ແທັກ ພະລັນຍູ ນັກສະແດງສຸດແນວປະເທດເພື່ອນບ້ານ ທ່ອງທ່ຽວຕະຫຼາດຂົວດິນ ປະເທດລາວ!!!

ແບ່ງປັນ

ມາເບິ່ງກັນວ່າຈະເປັນແນວໃດເມື່ອ??? ພະລັນຍູ ໂລດຈະນະວຸດທຳ (ແທັກ)  ນັກສະແດງ-ພິທີກອນສຸດແນວຈາກປະເທດເພື່ອນບ້ານ ໄດ້ເດີນທາງມາທ່ອງທ່ຽວພ້ອມກັບຖ່າຍທຳລາຍການ ເຊິ່ງການເດີນທາງມາຂອງ ແທັກ ໃນຄັ້ງນີ້ເພິ່ນກໍໄດ້ມີໂອກາດເດີນທາງໄປທີ່ ຕະຫຼາດຂົວດິນ ນະຄອນຫຼວງວຽງຈັນ ປະເທດລາວ ແລະ ກໍໄດ້ຍ່າງທ່ຽວຊົມເບິ່ງວິຖີຊີວິດໃນຍາມເຊົ້າຂອງພໍ່ແມ່ພີ່ນ້ອງຊາວລາວ.

(ມີຄລິບລາຍການມາຝາກ) 

ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນໄດ້ມາເຖິງ ນະຄອນຫຼວງວຽງຈັນ ປະເທດລາວ ທັງທີ ໜຸ່ມ ແທັກ ພະລັນຍູ ກໍບໍ່ພາດທີ່ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ເປັນຈຸດແລນມາກບໍ່ວ່າຈະເປັນ ພຣະທາດຫຼວງວຽງຈັນ, ພິພິທະພັນ ຫໍພຣະແກ້ວ ແລະ ສວນປະຕູໄຊ…

(ລອງມາເບິ່ງຄລິບລາຍການທີ່ຖ່າຍທຳໃນປະເທດລາວ)

ເບິ່ງແລ້ວປະເທດລາວງົດງາມແທ້ໆເລີຍວ່າບໍ່ແຟນໆ???, ຢ່າງໃດກໍຝາກ ໜຸ່ມ ແທັກ ພະລັນຍູ ຢ່າລືມມາຢ້ຽມຍາມປະເທດລາວກັນອີກແດ່ ແຟນໆຊາວລາວຍິນດີຕ້ອນຮັບ!!!

ຮູບພາບ: IG/tack_pharunyoo

ຄລິບ: BRIGHT TV/บิน กิน เฮ

ແບ່ງປັນ