Breaking News

Happy Ending! ໃນທີ່ສຸດພາບນີ້ກໍມາເຖິງ “ອ໋ອບ” ຂໍແຕ່ງ “ນຸນີ່” ແລ້ວ… ແຟນຄລັບຮ່ວມສະແດງຄວາມຍິນດີ!!!

ແບ່ງປັນ

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ແຟນໆຫຼາຍໆທ່ານຄົງເປັນແຟນຄລັບຂອງ ຄູ່ຮັກສາວລາວ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ບ່າວໄທ ທີ່ທັງສອງໂດ່ງດັງມາຈາກລາຍການເລືອກຄູ່ Take Me Out Thailand  ແລະ ມາຮອດໃນວັນທີ 14 ຕຸລາ 2018 ທີ່່ຜ່ານມາ ເຊິ່ງເປັນວັນຄ້າຍວັນເກີດຂອງ ສາວ ນຸນີ່ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໄດ້ປະກົດຮູບພາບຄຸກເຂົ່າສວມແຫວນລະຫວ່າງ ສາວລາວ-ບ່າວໄທ ຄູ່ນີ້ເກີດຂຶ້ນ…

ການຄຸກເຂົ່າໃນເທື່ອນີ້ແມ່ນ ໜຸ່ມອ໋ອບ ໄດ້ຈັດເຊີໄພ້ ຂໍໝັ້ນ ສາວ ນຸນີ່ (ໂອ້ຍ!!! ເຫັນແລ້ວເຂີນແທນ) ໜຸ່ມອ໋ອບໄດ້ກຽມຈັດເຊີໄພ້ຕັ້ງແຕ່ 2ເດືອນກ່ອນໜ້າວັນເກີດ ແລະ ທີ່ສຳຄັນໃນງານນີ້ຍັງມີແມ່ຂອງນຸນີ່ ແລະ ພໍ່ຂອງອ໋ອບມາເປັນສັກຂີພະຍານອີກດ້ວຍ.

ເບິ່ງແລ້ວ “Happy Ending” ສຸດໆ ເບິ່ງໄປຍິ້ມໄປ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ສາວ ນຸນີ່ ແລະ ໜຸ່ມ ອ໋ອບ ແຕ່ງມື້ໃດຢ່າລືມຊວນ ຂວັນໃຈ ແລະ ແຟນໆກັນແດ່ເດີ້.

ຮູຸບພາບ:  Noony Koumphonphakdee

ແບ່ງປັນ