Breaking News

ສະຖານທີ່ທ່ອງທ່ຽວເກົ່າແກ່ ທີ່ມີປະຫວັດສາດອັນຍາວນານ ຄືສະເໜທີ່ຊອກຢູ່ໃສບໍ່ໄດ້…

ແບ່ງປັນ

ເວລາໄປທ່ອງທ່ຽວປະເທດຕ່າງໆ ໂດຍສະເພາະໃນປະເທດທີ່ມີປະຫວັດສາດອັນຍາວນານນັ້ນ ເຮົາມັກຈະເພີດເພີນໄປກັບເຂດທີ່ເປັນ ສະຖານທີ່ເກົ່າແກ່ ຫຼາຍກວ່າບ່ອນທີ່ທັນສະໄໝ ເພາະວ່າໃນເຂດນີ້ລ້ວນແຕ່ອຸດົມໄປດ້ວຍປະຫວັດສາດ, ສິລະປະ ແລະ ວີຖີຊີວິດຊາວເມືອງໃນເມື່ອກ່ອນ ທີ່ຍາກຈະຊອກເບິ່ງໄດ້ຈາກບ່ອນອື່ນຈັ່ງໃດລະ! ສະນັ້ນ ມື້ນີ້ຂວັນໃຈເລີຍຢາກຈະມາພາສາວໆ ໄປເບິ່ງສະຖານທີ່ເມືອງເກົ່າທີ່ໜ້າໄປຢ້ຽມຊົມທີ່ສຸດ ຈາກທົ່ວທຸກມຸມໂລກ… ນໍາມາເບິ່ງນໍາກັນ!

1. VILNIUS LITHUANIA ສະຖານທີ່ເກົ່າແກ່ນ້ອຍໆ ຂອງປະເທດນ້ອຍໆ ລີທົວເນຍ ແຕ່ຄວາມນ້ອຍກະທັດຮັດນີ້ເອງທີ່ມັດໃຈເຮົາໃຫ້ຢູ່ມັດ… ບໍ່ວ່າຈະເປັນບ້ານເຮືອນ, ຮ້ານຄ້າ, ເດີ່ນກາງເມືອງ, ສາສະໜາສະຖານ… ທັງໝົດຍັງຢູ່ໃນສະພາບສົມບູນ ແລະ ຄົງຄວາມເກົ່າແກ່ເອົາໄວ້ຢ່າງດີ; ລອງໄດ້ໄປເບິ່ງຈັກຄັ້ງຮັບຮອງວ່າລືມບໍ່ລົງແນ່ນອນ.

2. PRAGUE CZECH ແນ່ນອນວ່າບໍ່ຕິດ Chart ບໍ່ໄດ້ສໍາລັບເມືອງເກົ່າສຸດແສນຈະ Classic ແຫ່ງນີ້… ດ້ວຍສະຖາປັດຕະຍະກໍາທີ່ໂດດເດັ່ນ ຄວາມງາມທີ່ແຝງໄປດ້ວຍຄວາມມ່ວນຊື່ນ, ຄຶກຄື້ນ, ສວນສາທາລະນະງົດງາມ ແລະ ສວນສະໜຸກຢູ່ທົ່ວທຸກມຸມຈົນເຮັດໃຫ້ຜູ້ຄົນຈາກທົ່ວໂລກ ຫຼົງໄຫຼເມືອງນີ້ມາຫຼາຍຕໍ່ຫຼາຍຄົນແລ້ວ.

3. KYOTO JAPAN ເຖິງວ່າຈະຖືກເວົ້າສະເໝີວ່າ ກຽວໂຕນັ້ນເປັນເມືອງໃຫຍ່ໄປແລ້ວ ບໍ່ແມ່ນເມືອງເກົ່າແກ່ແບບທີ່ໃຜໆຄິດ ແຕ່ໃນຫຼາຍໆມຸມນັ້ນ ກຽວໂຕຍັງຄົງສະເໜຂອງຄວາມເປັນຍີ່ປຸ່ນຢ່າງຊັດເຈນ ແລະ ແຂງແຮງ ໂດຍສະເພາະເຂດທາງຂຶ້ນວັດ ຄິໂຍມິດຊຶ ນັ້ນເປັນເຂດເມືອງເກົ່າທີ່ແສນຄຶກຄື້ນ ແລະ ເປັນຕາໄປຍ່າງຫຼິ້ນທີ່ສຸດເລີຍ! ພຽງແຕ່ຍ່າງເບິ່ງສິ່ງຂອງ ແລະ ຜູ້ຄົນກໍມ່ວນຫຼາຍແລ້ວ.

4. VARANASI INDIA ເມືອງເກົ່າແກ່ທີ່ສຸຸດໃນໂລກ ທີ່ມີຜູ້ຄົນໃຊ້ຊີວິດຢູ່ຢ່າງຕໍ່ເນື່ອງ ກໍ່ຕັ້ງເມື່ອປະມານ 4000 ປີກ່ອນ ແລະ ຍັງຄົງຈະມີຕໍ່ໄປຕາບໃດທີ່ຍັງມີຄວາມສັດທາໃນອິນເດຍ ເນື່ອງຈາກເມືອງນີ້ຕັ້ງຢູ່ແຄມແມ່ນໍ້າຄົງຄາ ຈຶ່ງມີພິທີກໍາຕ່າງໆທີ່ໜ້າສົນໃຈຫຼາກຫຼາຍ ມີສະເໜແບບທີ່ຕ້ອງລອງຊອກໂອກາດໄປຢ້ຽມຢາມຈັກຄັ້ງ.

5. CAIRO EGYPT ອີກໜຶ່ງສຸດຍອດແຫຼ່ງອາຣິຍະທໍາບູຮານທີ່ເກົ່າແກ່ ແລະ ມີມົນຂັງຫຼາຍທີ່ສຸດ ທີ່ຕະຫຼາດກາງໄຄໂຣ ເຮົາຈະເຫັນວິຖີຊີວິດຜູ້ຄົນຫຼາກຫຼາຍທີ່ຍັງດໍາລົງຊີວິດແບບດັ້ງເດີມ ທັງຮ້ານຄ້າຕ່າງໆ, ຮ້ານຊາ ຫຼື ໂຮງເຮັດເຄື່ອງປະດັບນ້ອຍໆ ທັງໝົດນີ້ຈະເຮັດໃຫ້ເຈົ້າຮູ້ສຶກຄື ກັບໄປຍັງຍຸກບູຮານເລີຍກໍວ່າໄດ້.

6. XIAN CHINA ເມືອງເກົ່າແກ່ຂອງປະເທດຈີນນີ້ ຍັງຄົງອະນຸລັກສ່ວນທີ່ເປັນເມືອງເກົ່າເອົາໄວ້ຢ່າງດີ ທັງຫໍກອງ, ພຣະຣາຊະວັງສ່ວນຕ່າງໆ, ຕະຫຼາດ ລວມໄປເຖິງກອງທັບຫຸ່ນດິນເຜົາອັນລືຊື່ອີກດ້ວຍ ແນ່ນອນວ່າໃຜໄດ້ໄປກໍຕ້ອງປະທັບໃຈທຸກຄົນ.

7. ROME ITALY ໜຶ່ງໃນທີ່ສຸດແຫ່ງເມືອງເກົ່າທີ່ທັງງົດງາມ, ຊົງຄຸນຄ່າທາງປະຫວັດສາດ ແລະ ສິລະປະຢ່າງທີ່ສຸດ ໂຣມ ມີທຸກຢ່າງທີ່ນັກທ່ອງທ່ຽວຕ້ອງການ ແລະ ຄໍາກ່າວທີ່ວ່າ ໂຣມ ສວຍງາມທຸກອະນຸພາກ ບໍ່ແມ່ນຄໍາກ່າວທີ່ເກີນຄວາມຈິງແຕ່ຢ່າງໃດ.

ຂອບໃຈທີ່ມາ: TRAVELKANUMAN ແລະ ຮູບພາບຈາກ LOFT TRAVEL

ແບ່ງປັນ