ກະຊວງໂຍທາທິການ ແລະ ຂົນສົ່ງ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ການປິດເສັ້ນທາງການສັນຈອນພາຫະນະທຸກປະເພດ ໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018 ທີ່ທ່າວັດຈັນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ຕຸລາ 2018.
ເລີ່ມຕັ້ງແຕ່ວັນທີ 22 ຫາ 27 ຕຸລາ 2018 ເປັນຕົ້ນໄປ ໃຫ້ງົດການສັນຈອນທຸກປະເພດຊົ່ວຄາວ ເປັນບາງເວລາ ຕາມຖະໜົນດັ່ງລຸ່ມນີ້:
– ຖະໜົນ ດອນຈັນ (ແຄມຂອງ) ແຕ່ສາມແຍກປາກປາສັກ ຫາ ອານຸສາວະລີເຈົ້າອານຸວົງ
– ຖະໜົນ ເຈົ້າຟ່າງຸ່ມ (ແຕ່ສາມແຍກປາກປາສັກ ຫາ ຫໍພະແຫ້ວ)
(ຂໍຂອບໃຈສຳລັບຮູບພາບ)