Breaking News

ວ້າວໆ!! ຢ່າລືມຢ່າພາດບານເຕະນັດສໍາຄັນຂອງທີມດັງ…

ແບ່ງປັນ

ໃຜທີ່ເປັນແຟນບານຂອງທີມ ລາວອໍສະຕາຣ ແລະ ແຟນບານທີມ ເມືອງທອງ ຢູໄນເຕັດ ຫຼື ໃຜທີ່ເປັນແຟນຄັບຂອງພະເອກ Music Video ຂອງຜົນເພງທີ່ໂດ່ງດັງໄປທົ່ວປະເທດເພື່ອນບ້ານ ແລະ ໃນລາວ ນັ້ນກໍຄືຜົນງານເພງ ເຊືອກວິເສດ ເຊິ່ງເປັນຜົນງານເພງຂອງ ອ້າຍລາບານູນ ແລະ ຍັງເປັນນັກເຕະບານກອງກາງຂອງທີມ ເມືອງທອງ ຢູໄນເຕັດ  ນັ້ນເອງ ຖ້າໃຜທີ່ເປັນແຟນບານຂອງ 2 ທີມນີ້ ຢ່າລືມຢ່າພາດ ເຂົ້າມາຊົມມາເຊຍການແຂ່ງຂັນ ບານເຕະ ເພື່ອມິດຕະພາບ ໃນວັນທີ່ 25/01/2017 ເວລາ 18:30 ໂມງ ສະໜາມກິລາເຈົ້າອານຸວົງ ສາມາດຊື້ປີ້ເຂົ້າມາຊົມມາເຊຍໄດ້ ໃນລາຄາ 20.000 ກີບ ມີຂາຍຢູ່ຕາມຮ້ານ M-Point Mart, Jiffy ແລະ True Coffee ທຸກສາຂາ ຫຼື ເບິ່ງຖ່າຍທອດສົດຢູ່ຊ່ອງ TV LAO ເຊິ່ງລາຍໄດ້ທັງໝົດຈາກການຂາຍປີ້ແມ່ນຈະນໍາເອົາໄປບໍລິຈາກເພື່ອການກຸສົນ

By: Gossip Sport

ແບ່ງປັນ