Breaking News

ສາວລາວມີຄວາມກ້າຫານ ເດີນທາງໄປແຂ່ງຂັນຮ້ອງເພງຢູ່ປະເທດໄທ!

ແບ່ງປັນ

ສາວລາວມີຄວາມກ້າຫານ ເດີນທາງໄປແຂ່ງຂັນຮ້ອງເພງຢູ່ປະເທດໄທ!

ນາງ ທັນຍາພອນ ສຸວັນນະລາດ (ຕ້າ) ສາວລາວຈາກແຂວງສະຫວັນນະເຂດ ຂໍເຮັດຕາມຄວາມຝັນເດີນທາງໄປແຂ່ງຂັນຮ້ອງເພງທີ່ ປະເທດ ໄທ ໃນລາຍການແຂ່ງຂັນຮ້ອງເພງຊື່ດັງ “ສຶກວັນດວນເພງ” ແລະ ໃນເທື່ອນີ້ສາວຕ້າໄດ້ໂຊສຽງຊົງພະລັງໃນເພງທຳນອງໝໍລຳພື້ນບ້ານ ຈົນເຮັດໃຫ້ກຳມະການທັງ 3 ທ່ານຕົກຕະລຶງໃນນ້ຳສຽງທີ່ເປັນເອກະລັກ, ແຕ່ກໍເປັນອັນໜ້າເສຍດາຍທີ່ນາງບໍ່ສາມາດເອົາຊະນະແຊ໋ມເກົ່າໄດ້ ແຕ່ຖືວ່າເຮັດດີທີ່ສຸດແລ້ວເດີ້ ເພາະການທີ່ເຮັດຕາມຄວາມຝັນບໍ່ມີສິ່ງໃດທີ່ຜິດ ຖືວ່າເປັນການໄປເກັບກ່ຽວເອົາປະສົບການເພື່ອມາພັດທະນາເຮົາໃນມື້ໜ້າເດີ້ ເປັນກຳລັງໃຈໃຫ້ ສູ້ໆ!

ຢ່າລືມກົດໄລ້-ກົດແຊຣ ໃຫ້ກັບຄົນທີ່ມີຄວາມສາມາດ ແລະ ຕາມຫາຄວາມຝັນຢ່າງນີ້ແດ່ເດີ້!

ຂໍຂອບໃຈຮູບພາບຈາກລາຍການ: ສຶກວັນດວນເພງ

ແບ່ງປັນ