Breaking News

ມາແຮງງງງ! ບາບີ້ ປິຍະມາດ ເປັນທີ່ສົນໃນຂອງຄົນທົ່ວໂລກ ວ່າທີ່ຕົວເກັງຄວ້າມົງກຸດ Miss International 2018

ແບ່ງປັນ

ເອີ້ນໄດ້ວ່າ…ມາແຮງເປັນທີ່ສົນອົກສົນໃຈຈາກຄົນທົ່ວໂລກ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ຫຼັງຈາກມີເວັບໄຊ້ນາງງາມສື່ດັງຈັດອັນດັບໃຫ້ ບາບີ້ ຂຶ້ນເປັນຕົວເກັງອັນດັບ 1 ໃນການປະກວດສາວງາມລະດັບໂລກ Miss International 2018

ແລະ ຫຼັງຈາກນັ້ນກະແສຂອງສາວງາມຈາກປະເທດລາວເຮົາກໍດີຂື້ນມາເລື້ອຍໆ ເປັນທີ່ສົນໃຈຂອງຄົນທົ່ວໂລກ ລວມທັງສື່ຕ່າງຊາດຫຼາຍສຳນັກອີກດ້ວຍ.  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ເພາະປີນີ້ເວົ້າໄດ້ເລີຍວ່າສາວງາມຈາກປະເທດລາວເຮົາ ໂດດເດັ່ນ ເປັນທີ່ຈັບຕາຈາກຄົນທົ່ວໂລກ ອາດມີລຸ້ນທີ່ຈະຄວ້າມົງກຸດໃນເວທີໂລກມາເປັນຄັ້ງທຳອິດໃນປະຫວັດສາດຂອງວົງການນາງງາມລາວເຮົາກໍເປັນໄດ້.

ການປະກວດຈະມີຮອບຕັດສິນ ໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??

 

Story: ຊະນີIndy

 

ແບ່ງປັນ