Breaking News

ໂອ້ຍໆໆໆ…ຫວານເວີ້! ຟຣຸກ ຈັດເຊີໄພ້ ແອັບເປີ້ນ ສະຫຼອງຄົບຮອບແຕ່ງດອງ 1 ປີ

ແບ່ງປັນ

ໂອະ ໂອະ ໂອ້ຍ! ເຮັດເອົາຄົນໂສດນັ່ງບໍ່ຕິດ ຫຼັງຈາກທີ່ມີຮູບພາບຫວານຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ເພາະໃນວັນທີ 4 ພະຈິກ ທີ່ຜ່ານມາ ເປັນວັນຄົບຮອບແຕ່ງດອງ 1 ປີ ຂອງທັງສອງນັ້ນເອງ, ແຖມ ໜຸ່ມ ຟຣຸກ ຍັງຈັດເຊີໄພ້ໃຫ້ ສາວ ແອັບເປີ້ນ ພາດິນເນີໃຕ້ແສງທຽນ ພ້ອມຫອບຊໍ່ດອກໄມ້ຊໍ່ໃຫ່ຍເຊີໄພ້ ງານນີ້ຫວານ… ຊຶ້ງ…ສຸດໆ

ຍັງບໍ່ໝົດ…ທັງສອງຍັງມີແຄັບຊັ່ນຫວານໆ ຢອດໃຫ້ກັນແບບໜ້າຮັກສຸດໆ!!!

ເປັນອີກໜຶ່ງຄູ່ທີ່ໜ້າຮັກຫຼາຍໆ, ຢ່າງໃດກໍຂໍໃຫ້ທັງສອງຄອງຮັກກັນໄປດົນໆເລີຍເດີ້ ສາວ ແອັບເປີ້ນ ໜຸ່ມ ຟຣຸກ.

ຮູບພາບ: fb/Fluke Jira, Appleminiberry

ແບ່ງປັນ