Breaking News

ງາມຫຼາຍ! ບາບີ້ ປິຍະມາດ Miss International Laos 2018  ໃນຊຸດໄໝລາວທີ່ແດນປາດິບ ປະເທດຍີ່ປຸ່ນ!!

ແບ່ງປັນ

ເມື່ອເຫັນເອກະລັກຊຸດໄໝລາວທີ່ແມ່ຍິງລາວທີ່ເຮົາໄດ້ສວມໃສ່ບໍ່ວ່າຈະຢູ່ໃສ??? ແນ່ນອນວ່າຈະຕ້ອງມີຄວາມໂດດເດັ່ນ ແລະ ເປັນເອກະລັກລາວທີ່ມີຄວາມງົດງາມ ແລະ ຄວາມມີສະເໜ່ໃນຕົວ.

ມາສ່ອງສາວງາມທີ່ກຳລັງເອີ້ນໄດ້ວ່າທີ່ທີ່ຮືຮາ ແລະ ຕິດກະແສກັນທີ່ສຸດໃນເວລານີ້ ບາບີ້ ປິຍະມາດ Miss International Laos 2018 ທີ່ໄດ້ນຸ່ງຊຸດໄໝລາວຮ່ວມເຮັດກິດຈະກຳໃນກອງປະກວດ Miss International 2018 ທີ່ປະເທດຍີ່ປຸ່ນ ພ້ອມທັງອັບເດດຮູບພາບ ໃຫ້ພໍ່ແມ່ພີ່ນ້ອງຊາວລາວໄດ້ຮູ້ກັນເປັນໄລຍະໆ…

(ລອງມາເບິ່ງຮູບພາບ ບາບີ້ ປິຍະມາດ Miss International Laos 2018 ກັບການນຸ່ງຊຸດໄໝລາວໃນແດນປາດິບ ປະເທດ ຍີ່ປຸ່ນ)

ເປັນແນວໃດ ງົດງາມສຸດໆເລີຍແມ່ນບໍ່??? ຢ່າງໃດກໍຂໍພະລັງຄົນລາວມາຮ່ວມເຊຍ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໃນການປະກວດ Miss International 2018 ໃນຮອບ Finalກັນແດ່ໄວໆ, ການປະກວດຈະມີຮອບຕັດສິນ ໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວກັນແດ່ເດີ້ #ຮັກລາວເຊຍລາວ ??

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ຮູບພາບ: FB/B’Bie Piyamarth

ແບ່ງປັນ