Breaking News

ຢາກຟັງແລ້ວ! “ນິລັນດອນ” ໂຈໂຈ້ Miracle ຮ້ອງເພງຄູ່ ຕ່າຍ ອໍລະໄທ ເຊື່ອມຄວາມສຳພັນສອງຝັ່ງຂອງ

ແບ່ງປັນ

ເຫັນຕົວຢ່າງບົດເພງ “ນິລັນດອນ” ທີ່ໄດ້ນັກຮ້ອງດັງຈາກ 2 ຝັ່ງຂອງ ຈາກລາວ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ ນັກຮ້ອງລູກທຸ່ງຊື່ດັງຂອງໄທ ທີ່ໄດ້ມາຮ່ວມງານກັນ ແລະ ກຽມປ່ອຍຜົນງານເພງມ່ວນໆ “ນິລັນດອນ” ໃຫ້ແຟນໆໄດ້ຟັງແບບມ່ວນໆ ຊຶ້ງໆ, ເຊິ່ງເນື້ອຫາຂອງເພງໄດ້ເວົ້າເຖິງຄວາມຮັກຂອງ ຍິງ-ຊາຍ ທີ່ພັດພາກຈາກກັນມາຫຼາຍພົບຫຼາຍຊາດ ແຕ່ພໍມາພົບກັນໃນຊາດນີ້ ເຊິ່ງຢູ່ຄົນລະຟາກຝັ່ງແມ່ນໍ້າຂອງ ແຕ່ທັງສອງກໍໄດ້ໃຊ້ຄວາມຮັກຊອກຫາກັນ ແລະ ຂໍຄອງຮັກກັນໄປນິລັນດອນ ຄືດັງກັບຊື່ເພງນັ້ນເອງ.

ແລະ ຄວາມພິເສດຍັງບໍໝົດພຽງເທົ່ານັ້ນ ສຳລັບ MV ໄດ້ມີການເດີນທາງໄປຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່ ໂດຍໄດ້ນັກສະແດງຈາກທັງ 2 ປະເທດກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) ເຊິ່ງທັງສອງກໍສະແດງໄດ້ສົມບົດບາດ ເບິ່ງແລ້ວອິນໄປຕາມໆກັນ.

ເບິ່ງຕົວຢ່າງແລ້ວຮູ້ສຶກຢາກຟັງເພງນີ້ກັນເຕັມທີ່ແລ້ວແມ່ນບໍ່? ອົດໃຈລໍກ່ອນເດີ້ ເພາະເພງນີ້ຈະປ່ອຍໃນວັນທີ 12 ພະຈິກ 2018 ນີ້, ສາມາດຕິດຕາມໄດ້ທີ່ຊ່ອງຍູທູບ  Grammy Gold Official ກັນໄດ້ເລີຍເດີ້ແຟນ.

ແບ່ງປັນ