Breaking News

ດຣ່າມ່າ…ສະໝັກວຽກບໍ່ໄດ້ຍ້ອນເປັນ “ກະເທີຍ”

ແບ່ງປັນ

ດຣ່າມ່າ…ສະໝັກວຽກບໍ່ໄດ້ຍ້ອນເປັນ “ກະເທີຍ”

ຊະນີIndy ມາແລ້ວຈະມາອັບເດດກະແສສັງຄົມໂຊ່ຊ່ຽວທີ່ມີການແຊຣກັນຢ່າງສະໜັ່ນຫວັນໄຫວ ກໍຄືເລື່ອງລາວຂອງກະເທີຍນ້ອຍຫອຍສັງຜູ້ໜຶ່ງທີ່ມີຄວາມນ້ອຍອົກນ້ອຍໃຈທີ່ບໍ່ສາມາດຜ່ານການສະໝັກວຽກໃນໄລຍະທີ່ເພິ່ນຮຽນຈົບໄດ້ຍ້ອນຄວາມທີ່ເພິ່ນເປັນເພດທີ່ 3 (ກະເທີຍ) ຈຶ່ງບໍ່ໄດ້ຮັບໂອກາດເທົ່າທຽມຈາກສັງຄົມ, ໂອ້ຍໆໆ ຊະນີIndy ໄດ້ເຫັນນາງໂພສແບບນີ້ແລ້ວຄິດອີ່ດູຕົນສົງສານເລີຍເກັບເອົາມາແຊຣໃຫ້ເພື່ອນໆໄດ້ຮູ້ນຳກັນວ່າມັນຍັງມີຄວາມບໍ່ເທົ່າທຽມທາງເພດຢູ່!

ນີ້ເປັນຂໍ້ຄວາມທີ່ນາງໄດ້ໂພສໄວ້:

ມື້ນີ້ມີເລື່ອງສິມາເລົ່າສູ່ຟັງໃນຫົວຂໍ້ຄຳວ່າ “ກະເທີຍ“
ໃນຕອນທີ່ຂ້ອຍຮຽນຈົບປະລີນຍາຕີໃໝ່ໆຂ້ອຍໄດ້ໄປຢືນສະມັກວຽກໃນບໍລິສັດແຫ່ງໜື່ງ ເຊິ່ງມີຍາດພີ່ນ້ອງເປັນຜູ້ແນະນຳແລະພີ່ນ້ອງບອກວ່າໄດ້ເຮັດແນ່ນອນແຕ່ຂ້ອຍລືມຄິດໄປວ່າໂລກນີ້ບໍ່ມີຫຍັງແນ່ນອນແຕ່ພໍໄປຢືນເອກະສານແລ້ວ ມີຜູ້ຊາຍຄົນໝື່ງລາວເປັນພະນັກງານຢູ່ບໍລິສັດນັ້ນ
ລາວເຫັນຂ້ອຍເຂົ້າໄປສະມັກວຽກລາວຖາມຂ້ອຍວ່າລາວເຄີຍເຫັນຂ້ອຍຢູ່ໃນ Facebook
ແລ້ວຂ້ອຍຕອບວ່າແມ່ນຫວາແລ້ວຫຼັງຈາກນັ້ນລາວໄດ້ເປີດFacebook ຂື້ນມາແລ້ວເປິດprofileຂອງຂ້ອຍໃຫ້ພະນັກງານທຸກຄົນເບິ່ງແລ້ວສາຍຕາທັງຍິງແລະຊາຍກໍຈັບຈ້ອງມາທີ່ຂ້ອຍບາງຄົນກະຫົວບາງຄົນກະເບິ່ງແຕ່ຫົວຈົນຈຳຕີນ
ແລ້ວຫຼັງຈາກຢືນເອກະສານແລ້ວຂ້ອຍກໍກັບມາບ້ານ
ຜ່ານໄປຫຼາຍເດືອນກໍບໍ່ມີຄຳຕອບຫຍັງກັບມາຂ້ອຍກໍເລີຍບອກພໍ່ຂອງຂ້ອບໂທໄປຖາມພີ່ນ້ອງວ່າເຂົາເຈົ້າກະຍັງສິຮັບຂ້ອຍເຮັດວຽກຢູ່ຫວາແລ້ວພີ່ນ້ອງຂ້ອຍໄດ້ຕອບກັບມາວ່າ ໄດ້ໆ ແລ້ວຜ່ານໄປອີກຫຼາຍ1ເດືອນຍັງບໍ່ມີການຕິດຕໍ່ກັບມາຈາກບໍລິສັດນັ້ນ


ພໍ່ຂ້ອຍກໍ່ໄດ້ໂທໄປຖາມພີ່ນ້ອງອີກເທື່ອໝື່ງວ່າເຂົາກະຮັບຢູ່ຫວາ
ພີ່ນ້ອງຂ້ອຍໄດ້ຕອບພໍ່ຂ້ອຍວ່າ ເອີ້! ລືມບອກເຂົາເອົາຄົນອື່ນມາແທນລະເດ ເຂົາວ່າລູກເຈົ້າເປັນກະເທີຍເຂົາຢ້ານບໍ່ມີຄວາມສາມາດໃນການເຮັດວຽກຍ້ອນວ່າເປັນກະເທີຍແລ້ວພໍ່ຂ້ອຍວາງໂທລະສັບແລ້ວລາວຕອບວ່າເຂົາບໍ່ເອົາ ແລ້ວລູກຖ້າໄປສະມັກ ບ່ອນໃໝ່ເອົາເນາະ ແລ້ວຂ້ອຍກໍບອກພໍ່ວ່າລູກຂໍໂທດທີ່ເຮັດໃຫ້ພໍ່ກັບແມ່ຜິດຫວັງຫຼັງຈາກນັ້ນຂ້ອຍກໍໄດ້ໄປສະມັກຢູ່ຫຼາຍບ່ອນກະບໍ່ມີຄຳຕອບຫຍັງ ກັບມາຈາກບໍລິສັດໃດໆ ຂ້ອຍກໍຮູ້ສຶກທໍ້ຈົນມາຮອດບໍລິສັດສຸດທ້າຍທີ່ໄດ້ຮັບການແນະນຳຈາກລູກຂອງປ້າກໍເລີຍປະກອບເອກະສານໄປສະມັກແລ້ວຮອດມື້ທີ່ເຂົາເຈົ້ານັດໄປສຳພາດ
ແລ້ວຂ້ອຍກໍໄປພໍໄປຮອດກຳລັງຍ່າງຈະເຂົ້າໄປໃກ້ຕຶກບໍລິສັດໄດ້ຍິນພະນັກງານລົມກັນວ່າມື້ນີ້ສິມີຄົນມາສະມັກງານໄດ້ຍິນວ່າເປັນກະເທີຍວ່າຊັ້ນ ແລ້ວເຂົາເຈົ້າກະຫົວສະອິກສະອ້ອຍພໍເຂົ້າໄປໃນຫ້ອງສຳພາດຂ້ອຍລໍຖ້າປະມານ30ນາທີແລ້ວມີພະນັກງານມາບອກວ່າຖ້າແປ໊ບໝື່ງເດີຫົວໜ້າ ຄາປະຊຸມຂ້ອຍກໍຕອບວ່າໂດຍໆ…ແລ້ວຜ່ານໄປອີກ1ຊົ່ວໂມງກໍຍັງບໍ່ໃຜເຂົ້າມາຂ້ອຍກໍເລີຍຢ່າງອອກມາຖາມພະນັກງານວ່າຫົວໜ້າປະຊຸມແລ້ວລະຫວາອ້າຍລາຕອບວ່າຖ້າອີກແປ໊ບ ດຽວເດີນ້ອງອີກ30ນາທີຂ້ອຍກໍຕອບລາວວ່າໂດຍໆ ແລ້ວຂ້ອຍກໍຖາມລາວວ່າອ້າຍຫ້ອງນໍ້າຢູ່ໃສນ້ອງຂໍເຂົ້າຫ້ອງນໍ້າແດ່ ລາວວ່າຍ່າງໄປທາງຊ້າຍມືເດີແລ້ວຂ້ອຍກໍຍ່າງໄປຕາມທີ່ລາວບອກພໍໄປຮອດຫ້ອງນໍ້າຂ້ອຍກໍເຂົ້າໄປ ແລ້ວໄດ້ມີພະນັກງານຜູ້ຊາຍຍ່າງມາເຂົ້ຫ້ອງນໍ້າຄືກັນ ໄດ້ຍິນເຂົາເຈົ້າລົມກັນວ່າມື້ນີ້ໄດ້ຍິນວ່າມີຄົນມາສະມັກງານຫວາ ແລ້ວຜູ້ຊາຍອີກຄົນໜື່ງຕອບວ່າເອີແມ່ນແລ້ວຫລານບັກໂຕ້ຫັ້ນ ເດ້ທີ່ວ່າເປັນກະເທີຍຫັ້ນເດ້ແລ້ວຜູ້ຊາຍອີກຄົນຫນື່ງກະບອກວ່າເອົ້າຫວາລາວເປັນກະເທີຍວະຫັ່ນເອີໆ ຕາຍກູແນວນີ້ກະແນວມີ ເນາະເປັນກະເທີຍເສຍຊາດເກີດລ້າໆ ແລ້ວຜູ້ຊາຍຄົນນັ້ນກໍບອກວ່າ ກະຫັ້ນລ່ະ
ທີ່ຈິງຫົວໜ້າບໍ່ໄດ້ປະຊຸມໃດຫັ້ນຫົວໜ້າບໍ່ຢາກມາສຳພາດຫົວໜ້າບໍ່ເອົາໃາເຮັດວຽກນຳດອກພວກບໍ່ສົມປະກອບ ລະກະຫົວເຢາະເຢີ້ຍອອກໄປ ຂ້ອຍກໍນັ່ງມິດຢູ່ໃນຫ້ອງນໍ້າຄາວໝື່ງແລ້ວອອກມາແລ້ວຂ້ອຍກໍກັບໄປເອົາເອກະສານຍ່າງອອກຈາກບໍລິສັດນັ້ນມາທັງຍາງທັງໄຫ້ອອກມາຢ່າງບໍອາຍຄົນອື່ນເບິ່ງເຕັມ
ແລ້ວອ້າຍລູກຂອງປ້າກໍມາຫາແລ້ວບອກວ່າບໍ່ໄດ້ເຮັດເດີວຽກນະ
ຫັ້ນແລະເປັນຜູ້ຊາຍດີດີຢາກເປັນກະເທີຍນະ
ຂ້ອຍກໍບອກວ່າຂ້ອຍບໍໄດ້ຢາກເປັນແຕ່ມັນເປັນເອງ.
ຫຼັງຈາກມື້ນັ້ນຈົນຮອດມື້ນີ້ຂ້ອຍຍັງຊອກວຽກເຮັດບໍ່ໄດ້
ຂ້ອຍພະຍາຍາມເຮັດທຸກວິທີທາງທີ່ຈະເຮັດແນວໃດກະໄດ້ທີ່ບໍ່ຕ້ອງຂໍເງີນພໍ່ແມ່ໃຊ້ຈ່າຍຈົນເກີນໄປທຸກມື້ນີ້ຂ້ອຍຂາຍຄີມຂາຍລິບສຕິກຂາຍເຄື່ອງສຳອາງອອນລາຍເພື່ອທີ່ຈະບໍ່ຂໍເງີນພໍ່ແມ່
ແລ້ວມື້ນີ້ຂ້ອຍນັ່ງເຝົ້າຮ້ານຂາຍເຄື່ອງໃຫ້ແມ່ຂ້ອຍໂດຍທີ່ວ່າໃຜຊວນໄປໃສກະບໍ່ໄປ ຮອດຕອນແລງຄໍ່າແມ່ຫວຍມາເກັບເງີນຫວຍແລ້ວເງີນບໍ່ຫວຍແລ້ວແມ່ຂ້ອຍກໍເວົ້າວ່າຂາຍເຄື່ອງແນວໃດເງີນບໍ່ພໍຫວຍຂ້ອຍກໍຕອບແມ່ວ່າກະບໍ່ຮູ້ຄືກັນລູກກະນັ່ງເຝົ້າຂາຍຢູ່ໃດແຕ່ໄດ້ຂາຍຫນ້ອຍດຽວແລ້ວແມ່ຂ້ອຍກໍຮ້າຍຂ້ອຍ
ຄົນອື່ນຮ້າຍ1000ເທື່ອກໍບໍ່ເທົ່າພໍ່ແມ່ຄູບາອາຈານຮ້າຍ ນໍ້າຕາໄຫຼຕົກໃນ.
ຂ້ອຍບໍ່ຮູ້ວ່າຂ້ອຍເຮັດຫຍັງຜິດ ງົງ
ຕົ້ນເຫດເລື່ອງທັ້ງໜົດມາຈາກຄຳວ່າ “ກະເທີຍພຽງຄຳດຽວ
ຂ້ອຍຂໍໂທດທີ່ຂ້ອຍເປັນໂຕລັງກຽດເປັນຕົວຕະຫລົກເປັນຂອງເລ່ນເປັນທີລະບາຍຂອງທຸກຄົນໃນສັງຄົມ ຂ້ອຍບໍ່ເຄີຍບຽດບຽນຄົນອື່ນຂ້ອຍພະຍາຍາມເຮັດແຕ່ສິ່ງດີດີແຕ່ສຸດທ້າຍມີແຕ່ຄົນດູຖູກ ຂ້ອຍຂໍຍອມແພ້ ແຕ່ມີສິ່ງດຽວທີ່ຂ້ອຍມີກະຄືຄວາມເປັນຄົນ ເປັນເພື່ອນຮ່ວມໂລກຂອງທຸກຄົນເທົ່ານັ້ນຈົນຮອດມື້ຕາຍ

ຂອບໃຈທີ່ມາ ແລະ ຮູບພາບຈາກ: Patty Trieaupsone

ແບ່ງປັນ