Breaking News

ບໍ່ທຳມະດາ! ຊຸດປະຈຳຊາດຂອງ Miss Universe Cambodia 2018 ອະລັງການງານສ້າງ ມີແຮງບັນດານໃຈມາຈາກ…

ແບ່ງປັນ

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe  2018 ທີ່ຄົນທົ່ວໂລກລໍຖ້າຕິດຕາມ ແລະ ເຊື່ອວ່າແຟນໆນາງງາມທັງຫຼາຍກໍຄົງລໍຖ້າລຸ້ນໃນຮອບ “ຊຸດປະຈຳຊາດ” ເພາະຖືວ່າເປັນອີກໄຮໄລ້ໜຶ່ງທີ່ໂດດເດັ່ນ ແລະ ໃນຕອນນີ້ແຕ່ລະປະເທດກໍເລີ່ມເປີດໂຕຊຸດປະຈຳຊາດກັນອອກມາແລ້ວ ແລະ ໃນມື້ນີ້ ຊະນີIndy ຈະພາແຟນໆມາສ່ອງຊຸດປະຈຳຊາດ Miss Universe Cambodia 2018 ສາວງາມຈາກປະເທດເພື່ອນບ້ານຂອງເຮົາ ແຕ່ຂໍບອກກ່ອນເລີຍເດີ້ວ່າບໍ່ທຳມະດາແນ່ນອນ!!!

ຊີ່ງ Rern Sinat Miss Universe Cambodia 2018 ຈະສວມໃສ່ຊຸດປະຈຳຊາດທີ່ມີຊື່ວ່າ “The Kingdom of Wonder”  ເຊິ່ງຈະເປັນການສະເໜີປະຫວັດສາດທີ່ຍາວນານ ແລະ ວັດທະນະທຳທີ່ເປັນເອກະລັກຂອງປະເທດ ກຳປູເຈຍ ຊຸດນີ້ແມ່ນໄດ້ແຮງບັນດານໃຈມາຈາກຍຸກສະໄໝກ່ອນ ກະໂປງເຮັດມາຈາກຜ້າໄໝກຳປູເຈຍ ເຊິ່ງເປັນທີ່ນິຍົມຂອງກຸ່ມແມ່ຍິງໃນຍຸກແລກໆ

ສ່ວນສາກເບື້ອງຫຼັງເປັນຮູບຊົງແຜນທີ່ຂອງປະເທດ ໂດຍມີນະຄອນວັດ ມໍລະດົກໂລກທີ່ແຕ່ງຕັ້ງໂດຍອົງກອນຍູເນສໂກຢູ່ເຄິ່ງກາງ ສ່ວນຜ້າຄຸມແຂນກໍໄດ້ຮັບແຮງບັນດານໃຈມາຈາກທຸງຊາດເຊັ່ນດຽວກັນ ນອກຈາກນີ້ຍັງມີການຫຍິບສະຖາປັດຕະຍະກຳທີ່ໂດດເດັ່ນ ແລະ ຄວາມງົດງາມຂອງດອກລຳດວນ ດອກໄມ້ປະຈຳຊາດຂອງປະເທດກຳປູເຈຍມາໃສ່ໄວ້ໃນຊຸດອີກດ້ວຍ

ບອກເລີຍວ່າພຽງແຕ່ລາຍລະອຽດຂອງຊຸດກໍບໍ່ທຳມະດາເລີຍແມ່ນບໍ່? ອະລັງການງານສ້າງສົມກັບຊື່ຊຸດ “The Kingdom of Wonder”  ແທ້ໆ…

ສຳລັບ ຊຸດປະຈຳຊາດຂອງລາວເຮົາທີ່ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ຄາດວ່າກຳລັງຈະເປີດຕົວໄວໆນີ້ແລ້ວ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ສາວລາວໃນເວທີ Miss Universe  2018  ກັນແດ່ເດີ້ແຟນໆ.

ຮູບພາບ: Miss Universe Cambodia

ແບ່ງປັນ