Breaking News

ສ່ອງ! ນຸ້ຍ ສຸພາພອນ ນາງເອກຮູບເງົາ “ສຽງສຸດທ້າຍ” ຈັດລຸກນີ້…ຮ່ວມພົບປະແຟນໆທີ່ນະຄອນປາກເຊ

ແບ່ງປັນ

ເປັນກະແສ Talk of the town ກັນໄປແລ້ວໃນເວລານີ້ ສຳລັບຮູບເງົາເລື່ອງ “ສຽງສຸດທ້າຍ” ຫຼ້າສຸດທີມຜູ້ສ້າງ ແລະ ນັກສະແດງກໍໄດ້ໄປຮ່ວມພົບປະກັບແຟນໆຮູບເງົາທີ່ ນະຄອນປາກເຊ ປະເທດລາວ ເຊິ່ງນອກຈາກບັນຍາກາດຈະເຕັມໄປດ້ວຍຄວາມອົບອຸ່ນແຟນໆໃຫ້ການຕ້ອນຮັບເປັນຢ່າງດີແລ້ວ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ທີ່ອໍລ້າຈັບ ມາໃນລຸກທີ່ເບິ່ງແລ້ວງົດງາມ ສົດໃສ ແຖມໃນເວລານີ້ນາງຂຶ້ນແທ່ນນາງເອກຮູບເງົາຫຼາຍຮ້ອນລ້ານໄປແລ້ວວວວ…

ແຟນໆວ່າແນວໃດ? ລຸກນີ້ຂອງ ນຸ້ຍ ສຸພາພອນ ໃຫ້ຄະແນນນາງເທົ່າໃດ???

ແບບນີ້ໃຫ້ຄະແນນ 10 ເຕັມ 10 ໄປເລີຍກໍແລ້ວກັນເນາະງົດງາມຫຼາຍໆ…

ແລະ ຍັງມີຮູບພາບບັນຍາກາດທີ່ ອ້າຍ ໂຈ້ໂຈ້ ມິຣາໂຄຣ ແລະ ນ້ອງ ນຸ້ຍ ສຸພາພອນ ແລະ ບັນດາແຟນໆທີ່ ນະຄອນປາກເຊ ມາຝາກກັນນຳເດີ້…

ຮູບພາບ: FB/Nui Souphaphone,JoJo Miracle

ແບ່ງປັນ