Breaking News

ພາບປະທັບໃຈ! ໂຈໂຈ້ ແລະ ຕ່າຍ ອໍລະໄທ ພ້ອມທີມງານແກຣມມີ່ ເຂົ້າຢ້ຽມຢາມ-ຄໍານັບທ່ານທູດລາວປະຈໍາປະເທດໄທ

ແບ່ງປັນ

ຈະພາແຟນໆມາເບິ່ງພາບແຫ່ງຄວາມປະທັບໃຈ ຫຼ້າສຸດ ສິລະປິນດັງສອງຝັ່ງຂອງ ໂຈໂຈ້ ມິຣາໂຄລ (ນັກຮ້ອງ/ຜູ້ກຳກັບ) ແລະ ຕ່າຍ ອໍລະໄທ (ນັກຮ້ອງລູກທຸ່ງຊື່ດັງປະເທດເພື່ອນບ້ານ) ພ້ອມດ້ວຍທີມງານຈາກຄ່າຍເພງ ແກຣມມີ່ ກໍໄດ້ເດີນທາງໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຣາຊະອານາຈັກໄທ ພ້ອມເຂົ້າຄຳນັບ ທ່ານທູດລາວປະຈໍາປະເທດໄທ ໃນວັນທີ 29 ພະຈິກ 2018 ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມອົບອຸ່ນ ແລະ ປະທັບໃຈ.

ເຊິ່ງສິລະປິນທັງສອງກໍຍັງໄດ້ໂພສຮູບພາບ ພ້ອມດ້ວຍຂໍ້ຄວາມແຫ່ງຄວາມປະທັບໃຈນີ້ລົງໃນເພສເຟສບຸກໃຫ້ແຟນໆໄດ້ອັບເດດກັນອີກດ້ວຍ…

( ໂຈໂຈ້ ມິຣາໂຄລ)

(ຕ່າຍ ອໍລະໄທ)

“ເຊົ້ານີ້ ມື້ນີ້ ເລິກດີ ໂຊກດີ ແລະ ເປັນກຽດຫຼາຍໆ ທີ່ໄດ້ມີໂອກາດນຳມິວສິກວິດີໂອເພງ “ນິລັນດອນ” ມາມອບໃຫ້ກັບ ສະຖານທູດລາວປະຈຳ ປະເທດໄທ ທ່ານເປັນກັນເອງຫຼາຍໆ ຊຶ່ງມິວສິກວິດີໂອເພງນີ້ ທຸກຄົນຈະໄດ້ເຫັນ ມີຄວາມເຊື່ອມສຳພັນກັນລະຫວ່າງໄທກັບລາວ ທັງນັກຮ້ອງ ແລະ ນັກສະແດງ”

(ມີຮູບພາບແຫ່ງຄວາມປະທັບໃຈມາຝາກແຟນໆ…)

ສຳລັບ ໂຈໂຈ້ ມິຣາໂຄລ ແລະ ຕ່າຍ ອໍລະໄທ ເມື່ອບໍ່ດົນມານີ້ກໍໄດ້ຝາກຜົນງານເພງ “ນິລັນດອນ” ທີ່ທັງສອງໄດ້ຮ້ອງຮ່ວມກັນເພື່ອເຊື່ອມຄວາມສຳພັນລະຫວ່າງ ລາວ-ໄທ ເຊິ່ງໃນເວລານີ້ເອີ້ນໄດ້ວ່າຮິດຕິດຫູ ແລະ ກຳລັງເປັນກະແສກັນ ມີແຟນໆຕິດຕາມກັນຢ່າງຫຼວງຫຼາຍ.

ຮູບພາບຈາກ: FB/ JoJo Miracle , Tai Orathai

ແບ່ງປັນ