Breaking News

ແມ່ຍິງທຸກຄົນມີສິດທີ່ຈະແຕ່ງກາຍ ແລະ ນຸ່ງຊຸດຊັ້ນໃນແບບໃດກໍໄດ້… ຢ່າກ່າວອ້າງວ່າ ການລ່ວງລະເມີດທາງເພດແມ່ນການ “ສົມຍອມ” ຂອງແມ່ຍິງ…

ແບ່ງປັນ

ການລ່ວງລະເມີດທາງເພດບໍ່ແມ່ນການ “ສົມຍອມ”

ປັດຈຸບັນມີຂ່າວຄວາມເຄື່ອນໄຫວໜຶ່ງຂອງປະເທດ “ໄອແລນ” ທີ່ໜ້າສົນໃຈຫຼາຍ ນັ້ນກໍຄືການປະທ້ວງຂອງແມ່ຍິງຊາວໄອຣິສ ທີ່ມີຕໍ່ຄໍາຕັດສິນຍົກເລີກຄໍາຝ້ອງຂອງຄະດີລ່ວງລະເມີດທາງເພດຄະດີໜຶ່ງ; ເປັນຄະດີຂົ່ມຂືນຍິງສາວອາຍຸ 17 ປີ ແລະ ສາເຫດທີ່ສານຕັດສິນຍົກຝ້ອງເນື່ອງຈາກວ່າ ຈໍາເລີຍໄດ້ນໍາເອົາຊຸດຊັ້ນໃນຂອງຜູ້ຖືກເຄາະຮ້າຍມາເປັນຫຼັກຖານວ່າ ການແຕ່ງຕົວມີຄວາມຢົ່ວຢວນເກີນໄປ ພ້ອມກ່າວປະນາມການແຕ່ງຕົວຂອງນາງໃນຄືນທີ່ເກີດເຫດວ່າ “You have to look at the way she was dressed. She was wearing a thong a lace front” ແປວ່າ “ເຈົ້າຕ້ອງເບິ່ງທີ່ການແຕ່ງຕົວຂອງນາງ ນາງໃສ່ຊຸດຊັ້ນໃນທີ່ມີລູກໄມ້ຢູ່ທາງໜ້າ” ຈາກຄໍາກ່າວອ້າງດັ່ງກ່າວ ສານຈຶ່ງຕັດສິນໃຫ້ຈໍາເລີຍເພດຊາຍອາຍຸ 27 ປີ ພົ້ນຜິດຈາກຄະດີຂົ່ມຂືນໃນໄລຍະຕົ້ນເດືອນພະຈິກທີ່ຜ່ານມາ.

ຈາກເຫດການດັ່ງກ່່າວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແມ່ຍິງຊາວໄອຣິສເປັນຈໍານວນຫຼວງຫຼາຍ ຈົນເກີດມີການປະທ້ວງຂຶ້ນ; ເຊິ່ງມີແມ່ຍິງຫຼາຍກວ່າ 600 ຄົນ ຮວມພະລັງກັນເອົາເຄື່ອງນຸ່ງຂອງຕົນໄປສະແດງໃນສານ, ບາງຄົນກໍໄດ້ນໍາເອົາຊຸດຊັ້ນໃນທີ່ມີຄວາມຢົ່ວຢວນໄປວາງໄວ້ຢູ່ທາງໜ້າສານເມືອງຄອດ ພາຍໃຕ້ຄໍາຂວັນທີ່ວ່າ “Yes means Yes, No means No” ແປວ່າ “ແມ່ນໝາຍຄວາມວ່າມແມ່ນ, ບໍ່ແມ່ນໝາຍຄວາມວ່າບໍ່ແມ່ນ” ນອກຈາກນັ້ນຍັງມີການເຄື່ອນໄຫວຜ່ານທາງສື່ Online, ມີແມ່ຍິງຈໍານວນຫຼາຍໂພສຮູບຊຸດຊັ້ນໃນໃນລັກສະນະທີ່ມີຄວາມຢົ່ວຢວນລົງໃນຊ່ອງທາງ Social media ຕ່າງໆ ພ້ອມດ້ວຍ #ThisIsNotConsent ຫຼື #ນີ້ບໍ່ແມ່ນການຍິນຍອມ ເພື່ອສະແດງພະລັງວ່າ ການແຕ່ງກາຍຂອງເພດຍິງ ຫຼື ວິຖີຊີວິດຂອງແມ່ຍິງບໍ່ໄດ້ກ່ຽວຂ້ອງກັບການອະນຸຍາດ ຫຼືຍິນຍອມໃຫ້ຄົນອື່ນມາລ່ວງລະເມີດທາງເພດແຕ່ຢ່າງໃດ.

ຈາກເຫດການທີ່ເກີດຂຶ້ນທັງໝົດ ສະມາຊິກຜູ້ແທນລາດຊະດອນຍິງຄົນໜຶ່ງ ໄດ້ຍົກເອົາຊຸດຊັ້ນໃນຕົວໜຶ່ງຂຶ້ນມາອະພິປາຍໃນສະພາ ແລະ ປະກາດຈຸດຢືນວ່າ ນາງຂໍຕໍ່ຕ້ານການໂຈມຕີ ຫຼືກ່າວໂທດຜູ້ຖືກເຄາະຮ້າຍໃນເຫດການຖືກຂົ່ມຂືນທຸກຮູບແບບ ຫຼືສິ່ງທີ່ເອີ້ນວ່າ “Routine victim-blaming” “ບໍ່ມີໃຜຢາກຖືກຂົ່ມຂືນ ແລະ ເຫດການນີ້ ບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ເຄາະຮ້າຍ; ບໍ່ວ່າແມ່ຍິງຈະສວມໃສ່ເສື້ອຜ້າແນວໃດ, ຍ່າງແບບໃດ, ໄປກັບໃຜ ຫຼືເອົາຫຍັງຕິດຕົວໄປນໍາ ແມ່ນແຕ່ເຫຼົ້າ ຫຼືຢາເສບຕິດ ກໍບໍ່ສາມາດເວົ້າໄດ້ວ່າ ນັ້ນຄືການສົມຍອມຂອງແມ່ຍິງ” ແລະ ປິດທ້າຍດ້ວຍການຕັ້ງຄໍາຖາມຕໍ່ທຸກຄົນໃນ ຣັດຖະສະພາ ແລະສັງຄົມວ່າ: “ມັນໜ້າອາຍແມ່ນບໍ່ການທີ່ຂ້ອຍນໍາເອົາຊຸດຊັ້ນໃນມາສະແດງໃນທີ່ນີ້ ທ່ານລອງຄິດເບິ່ງວ່າແມ່ຍິງເຄາະຮ້າຍທີ່ຖືກຂົ່ມຂືນຈະຮູ້ສຶກແນວໃດ ເມື່ອມີຄົນເອົາຊຸດຊັ້ນໃນຂອງຕົນມາສະແດງເປັນຫຼັກຖານຕໍ່ໜ້າສານ”

ເມື່ອເຫດການນີ້ໄດ້ກະຈາຍອອກໄປ ບໍ່ແມ່ນແຕ່ແມ່ຍິງໃນເມືອງຄອດເທົ່ານັ້ນທີ່ລຸກຂຶ້ນມາສະແດງພະລັງ ແລະ ປະກາດຈຸດຢືນ ແມ່ຍິງທົ່ວໂລກກໍໄດ້ມີການເຄື່ອນໄຫວ #ThisIsNotConsent ເຊັ່ນດຽວກັນ.

ນີ້ເປັນເຫດການທີ່ເວົ້າແທນຫົວໃຈຂອງແມ່ຍິງຍຸກໃໝ່ທຸກຄົນໄດ້ເປັນຢ່າງດີ ເປັນເລື່ອງສໍາຄັນຫຼາຍທີ່ທຸກຄົນໃນສັງຄົມຄວນເຄົາລົບຈຸດຢືນ ແລະການຕັດສິນໃຈຂອງແມ່ຍິງ ໝົດຍຸກທີ່ແມ່ຍິງຈະຖືກກ່າວອ້າງວ່າ “ສົມຍອມ” ຫຼື “ເຫັນດີນໍາ” ໃນຄະດີລ່ວງລະເມີດທາງເພດໄດ້ແລ້ວ; ແມ່ຍິງທຸກຄົນມີສິດທີ່ຈະແຕ່ງກາຍ ແລະ ສາມາດນຸ່ງຊຸດຊັ້ນໃນແບບໃດກໍໄດ້ ໂດຍບໍ່ຕ້ອງກັງວົນວ່າຈະຕົກເປັນເປົ້າສາຍຕາ ຫຼືເມື່ອມີຄະດີແບບນີ້ເກີດຂຶ້ນກໍກ່າວອ້າງວ່າ “ນາງສົມຍອມ”

Kuanjai ແລະ Bike for her ຂໍເຊີນຊວນແມ່ຍິງທຸກຄົນລຸກຂຶ້ນມາປະກາດຈຸດຢືນນໍາກັນວ່າ ການລ່ວງລະເມີດທາງເພດ ເປັນບັນຫາທີ່ຍອມຮັບບໍ່ໄດ້ ແລະ ບໍ່ໃຫ້ເຫດການລ່ວງລະເມີດທາງເພດເກີດຂຶ້ນທຸກໆຮູບແບບ ກ່າວໂທດຕໍ່ຜູ້ຖືກເຄາະຮ້າຍ… Stop Violence against women.

#ThisIsNotConsent ນີ້ບໍ່ແມ່ນການຍິນຍອມ

ທີ່ມາ: Iconic Women Alliance Page
ແບ່ງປັນ