Breaking News

ຢາກໄປໆໆ! ເຫັນແລ້ວຢາກໄປທ່ອງທ່ຽວທັນທີ 5ເມືອງດັງລະດັບໂລກ ທີ່ຊີວິດນີ້ຕ້ອງໄປໃຫ້ໄດ້

ແບ່ງປັນ

ບໍ່ວ່າຈະໄປຢ້ຽມຢາມຈາກເມືອງບູຮານໄປຈົນຮອດເມືອງທີ່ໂຣແມນຕິກທີ່ສຸດໃນໂລກ?  ຫຼື ວ່າຢາກຈະສຳຜັດມໍລະດົກໂລກ ແລະ ວັດທະນະທຳທີ່ເກົ່າແກ່ທີ່ສຸດໃນໂລກ ຫຼື ສະຖານທີ່ມີຊື່ສຽງລະດັບໂລກບໍ່? ພວກເຮົາກໍຮູ້ສຶກຄືກັນ. ເພື່ອໃຫ້ມັນງ່າຍຂຶ້ນ, ພວກເຮົາໄດ້ລວບລວມ 5 ເມືອງ ຊື່ດັງຂອງໂລກ ທີ່ເຮົາມັກສຸດໆ ແລະ ເປັນເມືອງທີ່ທ່ານຄວນໄປໃນຊີວິດນີ້!!

ກວາງໂຈ

ກວາງໂຈເປັນໜຶ່ງທີ່ໃຫຍ່ທີ່ສຸດຮອງຈາກ ເມືອງປັກກິ່ງ ແລະ ເມືອງຊຽງໄຮ້. ກວາງໂຈຍັງເປັນເມືອງທີ່ຂຶ້ນຊື່ວ່າເປັນເມືອງແຫ່ງດອກໄມ້ໃນປະເທດຈີນ, ທ່ານສາມາດສຳຜັດຄວາມງາມຂອງສວນອຸທະຍານດອກໄມ້ ແລະ ເບິ່ງຕາເວັນຕົກດິນທີ່ ພູ Baiyun(白云山). ແຕ່ຖ້າທ່ານມັກທ່ອງທ່ຽວໃນເມືອງຫຼາຍກວ່າ ຂໍບອກເລີຍວ່າທ່ານມາຖືກບ່ອນແລ້ວ, ເພາະກວາງໂຈຍັງເປັນເມືອງທີ່ຮູ້ກັນດີວ່າເປັນແຫຼ່ງຊອບປິ້ງອັນດັບໃຫຍ່ ແລະ ຍັງມີອາຫານລົດຊາດດີເລີດໄວ້ໃຫ້ທ່ານໄດ້ ຊ໋ອບ ແລະ ຊີມອາຫານໃນລາຄາສະບາຍໆກະເປົາ! ຂໍບອກອີກວ່າອາຫານທີ່ກວາງໂຈ ຫຼື ເມືອງແຫ່ງອາຫານ ມີຫຼາກຫຼາຍອາຫານໄວ້ໃຫ້ທ່ານໄດ້ລອງຊິມ ບໍ່ວ່າຈະເປັນ ຊາວເຂົາ (ປິ້ງຈີນ), ຕິມຊຳ, ອາຫານປະເພດເສັ້ນ ແລະ ຂອງຫວານອີກຫຼາກຫຼາຍເຊິ່ງຄົນຈີນເອງກໍບອກກັນເອງປາກ-ຕໍ່-ປາກໃນພາສາພື້ນເມືອງທີ່ວ່າ ‘ກິນຢູ່ກວາງໂຈ’ (吃在廣州)ເຊິ່ງນັ້ນກໍໝາຍຄວາມວ່າຖ້າບໍ່ລອງອາຫານທ້ອງຖິ່ນຂອງກວາງໂຈແປວ່າມາບໍ່ຮອດ.

ປັກກິ່ງ (ເປີຍຈິ່ງ)

ປັກກິ່ງ ຫຼື ເປີຍຈິ່ງເປັນເມືອງຫຼວງ ແລະ ເປັນເມືອງທີ່ໃຫຍ່ທີ່ສຸດໃນປະເທດຈີນ, ປັກກິ່ງຍັງເປັນທີ່ຕັ້ງຂອງປະເພນີອັນເກົ່າແກ່, ເປັນເມືອງທີ່ຄຶກຄື້ນເຕັມໄປດ້ວຍຜູ້ຄົນ, ຫຼາກຫຼາຍໄປດ້ວຍສະຖານທີ່ບັນເທິງຍາມຄ່ຳຄືນ, ແລະ ອາຫານພື້ນເມືອງແບບດັ່ງເດີມ. ປັກກິ່ງເປັນເມືອງໃຫຍ່ທີ່ໜ້າສົນໃຈເຊິ່ງມັນໄດ້ປະສົມປະສານຢ່າງລົງໂຕໄປດ້ວຍປະຫວັດສາດ ແລະ ຄວາມຫຼູຫຼາປົນກັບຄວາມທັນສະໄໝຂອງປັດຈຸບັນທີ່ສາມາດຕື່ນຕາຕື່ນໃຈ ແລະ ສ້າງແຮງບັນດານໃຈໃຫ້ແກ່ທຸກໆນັກທ່ອງທ່ຽວທີ່ໄດ້ມາຢ້ຽມຢາມເມືອງນີ້. ຖ້າທ່ານໄດ້ມີໂອກາດມາຢ້ຽມຢາມເມືອງປັກກິ່ງ ເມືອງແຫ່ງປະຫວັດສາດນີ້ ທ່ານກໍບໍ່ຄວນພາດໂອກາດ ທີ່ຈະຢ້ຽມຢາມສະຖານທີ່ສຳຄັນລະດັບໂລກເຊັ່ນ: ກຳແພງເມືອງຈີນ ໃຫ້ທ່ານໄດ້ເລາະທົ່ວກຳແພງ ແລະ  ມ່ວນຊື່ນກັບປະສົບການປະຫວັດສາດຕ່າງໆ ໃນທຸກພາກສ່ວນຂອງກຳແພງທີ່ແຕກຕ່າງກັນ. ນອກຈາກນັ້ນທ່ານຍັງສາມາດຢ້ຽມຢາມ ເມືອງຕ້ອງຫ້າມ ຫຼື ເອີ້ນກັນວ່າພິພິທະພັນພະລາຊະວັງ ທີ່ເຄີຍເປັນທີ່ຕັ້ງຂອງພະລາດຊະວັງຂອງລາດຊະວົງຫມິງ ແລະ ຊິງ ລັດຊະການທີ່ 24, ລາດຊະວັງທີ່ໃຫຍ່ທີ່ສຸດທີ່ຍັງຖືກເກັບຮັກສາໄວ້ຢ່າງດີໃນຈີນ ແລະ ຍັງເປັນແຫ່ງທ່ອງທ່ຽວທີ່ສຳຄັນໃນໂລກ ແລະແນ່ນອນຍັງມີສະຖານທີ່ທ່ອງທ່ຽວໃຫ້ໄດ້ຢ້ຽມຢາມອີກຫຼາຍທີ່ໃນປັກກິ່ງ.

 ຊຽງໄຮ້

ຊຽງໄຮ້ເປັນອີກເມືອງທີ່ຄຶກຄື້ນແລະເຕັມໄປດ້ວຍຜູ້ຄົນຫຼາຍທີ່ສຸດໃນປະເທດຈີນ, ເປັນເມືອງທີ່ໜ້າຕື່ນເຕັ້ນ, ທັນສະໄໝ, ແຕ່ຍັງຄົງຄວາມດັ່ງເດີມຂອງມັນຢູ່. ຊຽງໄຮ້ເປັນເມືອງທີ່ໄວໜຸ່ມສະໄໝໃຫມ່ ເລືອກທີ່ຈະອາໄສຢູ່ເພາະຊຽງໄຮ້ເປັນເມືອງສົມບູນແບບທີ່ຖືກປະສົມປະສານໄປດ້ວຍສິລະປະ ຈາກທາງຕາເວັນອອກ ແລະ ຕາເວັນຕົກ. ເຖິງວ່າຊຽງໄຮ້ຈະເຕັມໄປດ້ວຍຕຶກສູງໆ ແລະ ແໜ້ນເຕັມໄປດ້ວຍຜູ້ຄົນທີ່ຍ່າງເຕັມຖະໜົນຫົນທາງ, ແຕ່ຊຽງໄຮ້ກໍເປັນອີກເມືອງໜຶ່ງທີ່ມີຫຼາຍສະຖານທີ່ລັບໆໄວ້ໃຫ້ທ່ານຄົ້ນຫາທົ່ວເມືອງ. ເພື່ອຊ່ວຍໃຫ້ທ່ານໄດ້ມີໄລຍະເວລາທີ່ດີທີ່ສຸດຂອງທ່ານໃນຊຽງໄຮ້, ພວກເຮົາໄດ້ເກັບກໍາສະຖານທີ່ໆດີທີ່ສຸດໄວ້ໃຫ້ທ່ານໄດ້ຢ້ຽມຢາມໃນຊຽງໄຮ້ແບບຈັດເຕັມ ບໍ່ວ່າຈະເປັນ ຊົມບັນຍາກາດທິວທັດແຄມແມ່ນ້ຳ Bund, ຍ່າງເລາະຫຼິ້ນໃນຖະໜົນ ໄທຄັງ ແລະ ເມືອງບູຮານຂອງຊຽງໄຮ້. ຍັງມີອີກສະຖານທີ່ໆສຳຄັນທີ່ສຸດ ແລະ ບໍ່ຄວນພາດຂອງທຣິບການທ່ອງທ່ຽວນີ້ກໍຄື ທິວທັດທີ່ສວຍງາມຍາມຄ່ຳຄືນຂອງຕົວເມືອງ ທີ່ສາມາດເບິ່ງຈາກຕຶກສູງເຊັ່ນ: Shanghai World Financial Center ເຊິ່ງຈະເຮັດໃຫ້ທຣິບຂອງທາງເປັນທຣິບທີ່ຫນ້າປະທັບໃຈຫຼາຍຂຶ້ນ.

 ເມືອງນິວຢອກ (New York City)

ເມືອງນິວຢອກ ຫຼື New York City ເປັນເມືອງໜຶ່ງທີ່ທຸກໆຄົນຕ້ອງມາສຳຜັດດ້ວຍໂຕເອງເທື່ອໜຶ່ງໃນຊີວິດ. ເມືອງນິວຢອກເປັນເມືອງສູນລວມແຫ່ງວັດທະນະທຳຈາກຫຼາຍໆປະເທດປະສົມປະສານກັນ ແລະ ຍັງເປັນແຫຼ່ງຕົ້ນກຳເນີດຂອງຫຼາຍໆສານຫຼັກເມືອງທີ່ໂດ່ງດັງໄປທົ່ວໂລກເຊັ່ນ: ຕຶກເອັມໄພຣ໌ສເຕັດ, ອານຸສາວະຣີ ເທພີສັນຕິພາບ, ທາມສະແຄວຣ໌,​ ສວນເຊັນເທລ, ແລະ ຂົວບຣູກລິນ. ທ່ານຍັງສາມາດຢ້ຽມຢາມພິພິທະພັນສິລະປະ, ຮ້ານອາຫານຊື່ດັງຕ່າງໆ ແລະ ສະຖານທີ່ທ່ອງທ່ຽວໃກ້ຄຽງທົ່ວເມືອງ.​

ປາຣີສ

ເຫດຜົນທີ່ຈະໄປຢ້ຽມຢາມກຸງປາຣີສແມ່ນຖືວ່າບໍ່ມື້ສິ້ນສຸດ!! ກຸງປາຣີສເປັນເມືອງທີ່ທັນສະໄໝເລື່ອງແຟຊັ່ນ, ເປັນເມືອງໂຣແມນຕິກ, ມີຄວາມເຍົ້າຍວນດຶງດູດໃຈໃຫ້ຢາກໄປສຳຜັດ ແລະ ຖືວ່າເປັນເມືອງແຫ່ງສິລະປະ. ເຮົາສາມາດເອີ້ນໄດ້ວ່າກຸງປາຣີເປັນເມືອງແຫ່ງແສງໄຟ ແລະ ຍັງເປັນເມືອງຫຼວງຂອງແຟຊັ່ນທົ່ວໂລກ. ທ່ານຈະພົບກັບ ສິ່ງເລັກໆນ້ອຍໆຕ່າງໆທີ່ໜ້າສົນໃຈ, ຮ້ານອາຫານ, ຄາເຟ່ທີ່ຫຼາກຫຼາຍໃຫ້ທ່ານເລືອກ, ຮ້ານບູຕິກຍ່ອຍໆທົ່ວເມືອງ, ພິພິຕະພັນຊັ້ນນຳຂອງໂລກ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນໂລກ. ແຕ່ຖ້າທ່ານມີຄວາມຮູ້ສຶກວ່າຢາກໜີອອກຈາກຕົວເມືອງ ບ່ອນທີ່ມີນັກທ່ອງທ່ຽວຫຼາຍໆ ກໍຍັງມີສະຖານທີ່ໆສວຍງາມໃນບໍລິເວນອ້ອມຂ້າງກຸງປາຣີສນັ້ນກໍ່ຄື ຖະໜົນ St. Germain, ຖະໜົນ Montmartre, ຖະໜົນ Ile Saint-Louis ແລະ ຕົວເມືອງ Bellevilleທີ່ທ່ານສາມາດຊອກຫາຮ້ານອາຫານລົດຊາດດີເລິດ, ຮ້ານຄ້ານ້ອຍໆແລະສະຖານທີ່ທ່ອງທ່ຽວຂະໜາດໃຫຍ່ໄດ້ເຊັ່ນກັນ.

ທ່ານພ້ອມ ທີ່ຈະເດີນທາງໄປທ່ອງທ່ຽວເພື່ອການປະຈົນໄພທີ່ດີໃຫ້ກັບຊີວິດແລ້ວບໍ່?  ແນະນຳໄປກັບເຮົາ  ຊາຍນ່າ ເຊົາເທຣິນ ແອໄລນ໌, ທ່ານສາມາດຢ້ຽມຢາມຕົວເມືອງຕ່າງໆຂ້າງເທິງຈາກບິນຕົງຈາກນະຄອນຫຼວງວຽງຈັນ! ພວກເຮົາມີຍົນຫຼາຍກວ່າ 800 ຄັນ ແລະ ຍັງຖືກຈັດເປັນອັນດັບທີ 1 ຂອງອາຊີ ແລະ ທີ 3 ຂອງໂລກໃນການບໍລິການທີ່ດີເລີດ, ທ່ານສາມາດ ເລືອກຖ້ຽວບິນໃນ 2,200 ທ່ຽວບິນ ໄປຮອດຈຸດໝາຍປາຍທາງຫຼາຍກວ່າ 220 ປາຍທາງ ໃນ 40 ປະເທດທົ່ວໂລກ.

ຈອງບ່ອນນັ່ງ ແລະ ປີ້ຍົນໃນການເດີນທາງເທື່ອຕໍ່ໄປຂອງທ່ານໄດ້ທີ່  https://global.csair.com/LA/GB/Home

ແບ່ງປັນ