Breaking News

ເຊຍລາວສຸດໃຈ! ອອນອະນົງ Miss Universe Laos  ເດີນທາງຮ່ວມປະກວດ ນາງງາມຈັກກະວານ (Miss Universe 2018)

ແບ່ງປັນ

ອີກບໍ່ພໍເທົ່າໃດເດືອນກໍຈະໝົດປີ 2018 ກັນແລ້ວ ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ນອກຈາກເວລາທີ່ຜ່ານໄປໄວແລ້ວນັ້ນ ແຟນໆຮູ້ ຫຼື ບໍ່ວ່າໃນອີກບໍ່ດົນນີ້ກໍຈະມີການປະກວດນາງງາມອີກໜຶ່ງເວທີໃຫ່ຍລະດັບໂລກ Miss Universe 2018 ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ), ແນ່ນອນວ່າ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຫຼ້າສຸດໄດ້ເດີນທາງໄປຮ່ວມເກັບຕົວກັບ Miss Universe 2018 ທີ່ປະເທດໄທ ໃນວັນທີ 29 ພະຈິກ 2018

ຕ້ອງບອກວ່າເປັນອີກໜຶ່ງສາວງາມທີ່ມີແຟນໆນາງງາມໃຫ້ການຕິດຕາມ ແລະ ສົ່ງກຳລັງໃຈໃຫ້ຢ່າງຫຼວງຫຼາຍ ສຳລັບ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ປັດຈຸບັນ ອອນອະນົງ ແມ່ນເດີນທາງຮອດ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກຽມເກັບຕົວຮ່ວມກັບສາວງາມອີກຫຼາຍປະເທດຈາກທົ່ວໂລກ

ແລະ ການປະກວດ Miss Universe 2018 ທີ່ປະເທດໄທ ແລະ ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018 ນີ້…

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018   #ຮັກລາວເຊຍລາວ ?? 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/

ແບ່ງປັນ