ໄດ້ອອກໄປທ່ຽວທັງທີ ສາວໆກໍຕ້ອງຢາກມີຮູບງາມໆ ເກັບເປັນໂມເມັ້ນຄວາມຊົງຈຳ ແລະ ອວດໝູ່ເພື່ອນໃນໂຊຊ່ຽວ ໄປທ່ອງທ່ຽວທັງທີກໍຕ້ອງມີການກະກຽມຕົວກັນແດ່ ບໍ່ວ່າຈະເປັນເສື້ອຜ້າ ເກີບ ກະເປົ໋າ ທັງແຕ່ງໜ້າເຮັດຜົມ ເອີ້ນໄດ້ວ່າຈັດເຕັມກັນສຸດໆ ແຖມຈະຖ່າຍຮູບແບບທຳມະດາໆ ກໍຄືຈະບໍ່ແມ່ນວ່າບໍສາວໆ (555) ຮູບກໍຈະຕ້ອງອອກມາງາມ ອອກມາເລີດທີ່ສຸດ, ດັ່ງນັ້ນ!! ລອງມາເບິ່ງວ່າວິທີການຖ່າຍຮູບອອກມາໃຫ້ ວ້າວວວວ ທີ່ສຸດນັ້ນຈະເປັນແນວໃດ ມາໆນຳມາເບິ່ງພ້ອມໆກັນເລີຍ…
- ຫຼີກເວັ້ນການຖ່າຍຮູບແບບມຸມເສີຍ
ສາວໆຫຼາຍຄົນອາດຈະຮູ້ຢູ້ແລ້ວວ່າ ມຸມຕໍ່າ ມຸມເສຍ ທຳຮ້າຍຄົນມາແລ້ວ ເພາະນອກຈາກຈະເຮັດໃຫ້ຮູບເບິ່ງບໍ່ງາມ ຍັງເຮັດໃຫ້ເບິ່ງແລ້ວຕຸ້ຍກວ່າຄວາມເປັນຈິງຫຼາຍເທົ່າ ຊ່ວງທີ່ດີທີ່ສຸດຄືການຖ່າຍໃນໄລຍະດຽວກັບສາຍຕາຂອງເຮົາຈະດີທີ່ສຸດ
2. ຫຼີກເວັ້ນການຖ່າຍຮູບມຸມສູງເກີນໄປ
ເຊື່ອເລີຍວ່າສາວໆທຸກຄົນຕ້ອງມີມຸມທີ່ແມ່ນຂອງຕົວເອງ ພຽງແຕ່ຕ້ອງຫາມັນໃຫ້ເຈິເທົ່ານັ້ນ ອາດເປັນການອຽງໜ້າ 20 ອົງສາ ອາດຈະເປັນຝັ່ງຊ້າຍຂອງໜ້າ ຫຼືອາດເປັນຮອຍຍິ້ມ ຍິ້ມເຫັນແຂ້ວ ດັ່ງນັ້ນເຈົ້າເອງນັ້ນແຫລະທີ່ຈະຮູ້ມຸມຂອງຕົວເອງດີກວ່າຄົນອື່ນ
4. ຢ່າບີບແກ້ມເຮັດປາກແຫຼມຫຼາຍເກີນໄປ
ເພາະມັນຈະເຮັດໃຫ້ຮູບຂອງເຮົາເບິ່ງແລ້ວຕະຫຼົກ ເບິ່ງຄືພະຍາຍາມຫຼາຍເກິນໄປ ປ່ຽນເປັນອຽງໜ້າໃຫ້ກ້ອງ ແລະ ຄ່ອຍໆຫັນໜ້າເຂົ້າຫາກ້ອງ ພຽງເທົ່ານີ້ກໍຈະເຮັດໃຫ້ຮູບໜ້າຂອງເຮົາເບິ່ງຍາວຂຶ້ນ
5. ຢ່າກຶ້ງຕາ
ເພາະນອກຈາກຈະເຮັດໃຫ້ຮູບເບິ່ງເປັນສາວທີ່ໜ້າຢ້ານແລ້ວ ຍັງຈະເຮັດໃຫ້ດັງຂອງສາວໆນັ້ນຍາວຂຶ້ນຫຼາຍກວ່າປົກກະຕິ ທາງທີ່ດີທີ່ສຸດຄືເບິ່ງໄປຫາກ້ອງກໍພໍແລ້ວ
6. ຍົກຄາງຂຶ້ນເລັກໜ້ອຍ
ໃຫ້ຄົນອື່ນຮູ້ໄປເລີຍວ່າ ຂ້ອຍກໍມີຄາງຄືກັນເດີ້ ເພາະຈະເຮັດໃຫ້ສາວໆນັ້ນເບິ່ງຄືໜ້າຄົມລຽວຂຶ້ນທັນທີ
7. ຍິ້ມຄ່ອຍໆ ກໍງາມແລ້ວ
ສາວໆຫຼາຍຄົນ ຍິ້ມກວ້າງໃສ່ກ້ອງແບບຈິງໃຈ ເຊິ່ງນັ້ນກໍບໍ່ແມ່ນເລື່ອງແປກ ແຕ່ຮູບທີ່ອອກມາມັນຈະບໍ່ຄ່ອບງົດງາມເທົ່າໃດ ແຖມຍັງຈະພາໃຫ້ເກີດຮອຍຕີນກາເທີງໜ້າ ດັ່ງນັ້ນບໍ່ຄວນຍິ້ມແຮງໃສ່ກ່ອງຫຼາຍເກີນໄປ ເອົາແບບພໍດີພໍງາມກໍພໍແລ້ວເນາະສາວໆ.
ເປັນແນວໃດກັນແດ່ໄດ້ຮູ້ຈັກວິທີເຄັດລັບເດັດໆຂອງການໂພສທ່າຖ່າຍຮູບທີ່ຈະເັຮດໃຫ້ສາວໆເບິ່ງແລ້ວງາມ ເລີດ ເໝາະສົມທີ່ຈະອວດຮູບງາມໆໃຫ້ຄົນອື່ນໄດ້ເຫັນກັນແລ້ວ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ຍັງມີທ່າໂພສງາມໆມາໃຫ້ສາວໆໄດ້ເບິ່ງເປັນແບບຢ່າງອີກດ້ວຍ…



ຈັງຫວະຍ່າງຫຼິ້ນໂທລະສັບເພີນໆກະໂອເຄເລີຍໄດ໋…







ທີ່ມາ: https://women.mthai.com/women-variety/361097.html