Breaking News

ຊຸດນີ້ມີຄວາມໝາຍ??? ເປີດເຜີຍແລ້ວ ຊຸດປະຈຳຊາດຂອງ ອອນອະນົງ ຫອມສົມບັດ ທີ່ຈະໃຊ້ເຂົ້າປະກວດໃນເວທີ ນາງງາມຈັກກະວານ (Miss Universe 2018)

ແບ່ງປັນ

ສົມກັບທີ່ແຟນໆນາງງາມໃຫ້ການລໍຄອຍກັບການເປີດເຜີຍ ຊຸດປະຈຳຊາດຂອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຈະໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນ ນາງງາມຈັກກະວານ (Miss Universe 2018)ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ).

ຊື່ອເລີຍວ່ານອກຈາກການແຂ່ງຂັນໃນຮອບອື່ນໆແລ້ວ ສິ່ງທີ່ພໍ່ແມ່ພີ່ນ້ອງໃຫ້ການສົນໃຈ ແລະ ຖ້າລຸ້ນຖ້າເຊຍໃຫ້ກຳລັງໃຈສາວງາມທີ່ເປັນຕົວແທນປະເທດລາວກໍແມ່ນ ໃນຮອບຊຸດປະຈຳຊາດ “ເຊິ່ງປີນີ້ຊຸດປະຈຳຊາດທີ່ເປັນສິ່ງບົ່ງບອກເອກກະລັກລາວຂອງເຮົາ ກໍມາໃນ “ຊຸດທານນ້ຳໃຈສູ່ປະເທດລາວ” ເຊິ່ງຊຸດນີ້ແນ່ນອນວ່າມີທີ່ມາທີ່ໄປ ມີຄວາມໝາຍ ໄດ້ແຮງບັນດານໃຈມາຈາກນາງກິນນະລີທີ່ເປັນສັດເຄິ່ງຄົນເຄິ່ງນົກທີ່ຢູ່ໃນນິຍາຍຂອງລາວ ແລະ ໄດ້ນຳເອົາປະເພນີວັດທະນະທຳພື້ນເມືອງ, ການສະແດງຟ້ອນກິນນະລີມາດັດແປງໃນການນຳສະເຫນີຊຸດ”.


“ຮູບແບບຂອງຊຸດແມ່ນໃຊ້ເຕັກນິກການສະແດງແບບຫຸ່ນເຕັ້ນເປີດຫມວກ ເພື່ອສົມທົບທຶນ ທີ່ພົບເຫັນໄດ້ຢູ່ທົ່ວໄປຕາມສະຖານທີ່ທ່ອງທ່ຽວຕ່າງໆ. ການຜະລິດຊຸດໃນຄັ້ງນີ້ແມ່ນໄດ້ແຮງບັນດານໃຈມາຈາກເຫດການໄພພິບັດທີ່ເກີດຈາກເຫດການເຂື່ອນເຊປຽນ-ນ້ຳນ້ອຍແຕກ, ທັງນີ້ກໍເພື່ອສົ່ງກຳລັງໃຈໃຫ້ກັບຜູ້ປະສົບໄພ ແລະ ຜູ້ທີ່ສູນເສຍ ໂດຍການນຳໃຊ້ຊຸດນີ້ເປັນສື່ກາງ, ສື່ຄວາມຫມາຍ ເພື່ອຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ສປປ ລາວ.
ຄວາມຫມາຍຂອງຊຸດນີ້ແມ່ນສື່ເຖິງ ແລະ ແທນຄຳຂອບໃຈທຸກໆຄົນ ທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊ່ວຍເຫລືອຕ່າງໆ ໂດຍຜ່ານຮູບແບບຂອງຊຸດທີ່ສື່ເຖິງການບໍລິຈາກເງິນ ແລະ ວັດຖຸຕ່າງໆ ເພື່ອຊ່ວຍເຫລືອສັງຄົມ ພຽງແຕ່ນຳໃຊ້ນາງກິນນະລີເປັນຕົວສື່ສານ ແລະ “ຊຸດທານນ້ຳໃຈສູ່ປະເທດລາວ” ນີ້ມີນໍ້າໝັກເຖິງ 40ກິໂລກຼາມກັນເລີຍເດີ້ແຟນໆ”.

ເປັນແນວໃດແດ່ໄດ້ເຫັນ “ຊຸດທານນ້ຳໃຈສູ່ປະເທດລາວ” ແລະ ໄດ້ຮູ້ຄວາມໝາຍກັນໄປແລ້ວ ຮູ້ສຶກມີພະລັງ ຢາກລຸ້ນຢາກເຊຍສາວລາວເຮົາແລ້ວແມ່ນບໍ່?

 

ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018  ແລະ ການປະກວດຈະມີຮອບຕັດສິນໃນວັນທີ 16 ທັນວາ 2018 ນີ້… #ຮັກລາວເຊຍລາວ ?? 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/Saykeo Make , Miss Universe Laos ມີສຢູນີເວີຣສ ລາວ

ແບ່ງປັນ