Breaking News

Lady Gaga ແຊຣປະສົບການທີ່ເຄີຍຖືກລ່ວງລະເມີດທາງເພດ! ເພື່ອບອກໃຫ້ທຸກຄົນຮູ້ວ່າ ບັນຫານີ້ເກີດຂຶ້ນໄດ້ງ່າຍ ແລະໃກ້ຕົວສໍ່າໃດ! ພ້ອມທັງປະກາດຈຸດຢືນໃຫ້ທຸກຄົນລຸກຂຶ້ນມາແກ້ໄຂບັນຫານີ້ໃຫ້ໝົດໄປຈາກສັງຄົມ…

ແບ່ງປັນ

Lady Gaga ການລົນນະລົງຍຸຕິການລ່ວງລະເມີດທາງເພດຕໍ່ແມ່ຍິງ

ເຊື່ອວ່າແມ່ຍິງທຸກຄົນເຄີຍຖືກລ່ວງລະເມີດທາງເພດຢ່າງໜ້ອຍ 1 ຄັ້ງໃນຊີວິດ ບໍ່ວ່າຈະດ້ວຍສາຍຕາ, ວາຈາ ຫຼືການກະທໍາ ໃນລັກສະນະທີ່ສື່ເຖິງເລື່ອງເພດ; ເຊັ່ນດຽວກັນກັບນັກຮ້ອງຊື່ດັງ “ສະເຕຟານີ່ ໂຈແອນ ແອງເຈລີນາ ເຈີມານ໊ອດຕາ” ຫຼືທີ່ຮູ້ຈັກກັນດີໃນຊື່ ເລດີ່ ກາກ່າ (Lady Gaga) ສີລະປິນແນວ Pop ລູກເຄິ່ງອາເມຣິກາ-ອີຕາລີ່ ທີ່ໄດ້ອອກມາເລົ່າປະສົບການ ຖືກລ່ວງລະເມີດທາງເພດຕອນອາຍຸ 19 ປີ ເຊິ່ງເປັນໄລຍະທີ່ທຸກທໍລະມານທີ່ສຸດຂອງຊີວິດ ລາວຕ້ອງພົບກັບການຖືກລ່ວງລະເມີດທາງເພດພຽງລໍາພັງ ເຖິງວ່າຈະໄປຂໍຄໍາແນະນໍາຈາກບຸກຄົນທີ່ມີຊື່ສຽງໃນວົງການຫຼາຍຄົນ ແຕ່ທຸກຄົນກໍບໍ່ສາມາດທວງຄວາມຍຸຕິທໍາ ຫຼືແມ່ນແຕ່ແນະນໍາຊ່ອງທາງໃນການຮັກສາຈິດໃຈໃຫ້ລາວໄດ້, ລາວໄດ້ນັ່ງກ່າວໂທດຕົນເອງວ່າເປັນຍ້ອນການແຕ່ງຕົວ ແລະ ວີຖີຊີວິດຂອງລາວທີ່ນໍາໄປສູ່ຝັນຮ້າຍຄັ້ງນັ້ນ; ຈົນນໍາມາເຊິ່ງຄວາມທຸກທໍລະມານ ເປັນໂຣກຊຶມເສົ້າ, ໂຣກຈິດກັງວົນ ແລະໂຣກຄຼຽດຢ່າງໜັກ ລາວໃຊ້ເວລາເຖິງ 7 ປີໃນການບໍາບັດຈິດໃຈ ຈຶ່ງຫັນມາຍອມຮັບໃນຊີວິດ ແລະ ຕົວຕົນຂອງຕົວເອງອີກຄັ້ງ.

ຫຼັງຈາກທີ່ເອົາຊະນະເຫດການສະເທືອນຂວັນໃນຄັ້ງນັ້ນໄດ້ສໍາເລັດ ເລດີ່ ກາກ່າ ກໍຫັນມາທຸ່ມເທພະລັງຂອງລາວ ໃຊ້ຈຸດຢືນໃນການເປັນຄົນບັນເທີງສົ່ງພະລັງໃຫ້ກັບ “The Survivor” ຫຼື “ແມ່ຍິງທີ່ເຄີຍຕົກເປັນເຫຍື່ອຂອງການ ຖືກລ່ວງລະເມີດທາງເພດ” ຜ່ານຜົນງານບົດເພງ ແລະ ການສະແດງຂອງລາວ. ໂດຍໜຶ່ງໃນການສະແດງຂອງ ເລດີ່ ກາກ່າ ທີ່ໄດ້ຖືກເວົ້າເຖິງຫຼາຍທີ່ສຸດ ນັ້ນກໍຄືການສະແດງເພງ “Til it happens to you” ໃນງານ ອ໊ອດສກ່າ ປີ 2016 ທີ່ຜ່ານມາ. ເຊິ່ງເປັນເພງປະກອບຮູບເງົາສາລະຄະດີເລື່ອງ The Hunting Ground ທີ່ເລົ່າເຖິງ ເລື່ອງລາວຂອງນັກສຶກສາຍິງທີ່ຢືນຢັດຕໍ່ສູ້ຮຽກເພື່ອຮ້ອງສິດທິ ແລະຄວາມຍຸຕິທໍາ ຫຼັງຖືກລ່ວງລະເມີດທາງເພດໃນມະຫາວິທະຍາໄລ. ລາວໄດ້ໃຫ້ແມ່ຍິງທີ່ເປັນ The survivor ຮ່ວມສະແດງບົດເພງນີ້ກັບລາວ ເພື່ອສົ່ງຜ່ານຄວາມເຂັ້ມແຂງ ແລະເປັນກໍາລັງໃຈໃຫ້ກັບແມ່ຍິງຄົນອື່ນໃນສັງຄົມ ທີ່ກໍາລັງພົບບັນຫາທາງອາລົມກ່ຽວກັບ ການຖືກລ່ວງລະເມີດທາງເພດຢູ່.

ນອກຈາກນັ້ນ ເລດີ່ ກາກ່າ ຍັງເຄີຍເຂົ້າຮ່ວມແຄມເປນ “It’s On Us” ຂອງລັດຖະບານ ສະຫະລັດອາເມຣິກາ ທີ່ຊ່ວຍສ້າງຄ່ານິຍົມຕໍ່ຕ້ານການລ່ວງລະເມີດທາງເພດ ຂອງແມ່ຍິງ ແລະ ກະຕຸ້ນສັງຄົມໃຫ້ຮ່ວມມືກັນຊ່ວຍເຫຼືອ ແລະ ສະໜັບສະໜູນແມ່ຍິງທີ່ຖືກລ່ວງລະເມີດ;​ ທີ່ສໍາຄັນຄື ປູກຈິດສໍານຶກຄວາມບໍ່ເມີນເສີຍ ຍອມໃຫ້ເຫດການແບບນີ້ເກີດຂຶ້ນກັບຄົນຢູ່ໃນຄອບຄົວຂອງຕົນ.

ທຸກມື້ນີ້ສາວເກັ່ງ ເລດີ່ ກາກ່າ ຍັງຄົງເດີນໜ້າສ້າງຄວາມເຄື່ອນໄຫວໃນປະເດັນສັງຄົມຕ່າງໆ ເຊິ່ງຫຼ້າສຸດໃນງານ Elle’s Women in Hollywood ເລດີ່ ກາກ່າ ໄດ້ຂຶ້ນກ່າວເປັນສູນທອນພົດວ່າ: ການເປັນແມ່ຍິງໃນວົງການ ຮໍລີວູ໊ດໝາຍເຖິງຫຍັງ ສໍາລັບຂ້ອຍ “ແມ່ຍິງໃນວົງການຮໍລີວູ໊ດບໍ່ແມ່ນວັດຖຸໃຫ້ຄວາມບັນເທີງ ແຕ່ພວກເຮົາຄືສຽງທີ່ມີສິດໃນການສະແດງຄວາມຄິດເຫັນ, ມີຄວາມຄິດ, ມີຄວາມເຊື່ອ, ມີຄຸນຄ່າ ແລະ ມີພະລັງທີ່ຈະກ້າເວົ້າອອກມາໃຫ້ທຸກຄົນໄດ້ຍິນ ແລະ ກ້າຕໍ່ສູ້ຄືນເມື່ອຖືກກະທໍາ” ພ້ອມທັງລົນນະລົງໃຫ້ຄົນໃນວັງການບັນເທີງໃຊ້ພະລັງຂອງຕົນເພື່ອເຄື່ອນໄຫວທາງສັງຄົມ ແລະ ສອນໃຫ້ທຸກຄົນຢືນຢັດປົກປ້ອງເບິ່ງແຍງຄົນອື່ນໃນສັງຄົມ ບໍ່ວ່າຈະເປັນໄພອັນຕະລາຍທາງຮ່າງກາຍ ແລະ ຈິດໃຈ.

ໃນການແຊປະສົບການຖືກລ່ວງລະເມີດທາງເພດນັ້ນ ຫຼາຍຄົນເຫັນວ່າເປັນເລື່ອງທີ່ໜ້າອາຍ ແລະບໍ່ກ້າທີ່ຈະເປີດເຜີຍ; ແຕ່ເລດີ່ ກາກ່າ ຜູ້ຖືວ່າເປັນໄອຄອນຂອງໂລກ ພັດກ້າທີ່ຈະລຸກຂຶ້ນມາແຊເລື່ອງລາວທີ່ຜິດພາດໃນຊີວິດຕົນເອງ ເພື່ອບອກໃຫ້ທຸກຄົນຮູ້ວ່າ ບັນຫານີ້ເກີດຂຶ້ນໄດ້ງ່າຍ ແລະໃກ້ຕົວສໍ່າໃດ ແລະເພື່ອປະກາດຈຸດຢືນໃຫ້ທຸກຄົນລຸກຂຶ້ນມາແກ້ບັນຫາເລື່ອງນີ້ໃນສັງຄົມ.

Kuanjai ແລະ Bike for her ກໍຂໍເປັນອີກໜຶ່ງຊ່ອງທາງທີ່ຈະຊ່ວຍໃຫ້ແມ່ຍິງລາວທຸກຄົນ ໄດ້ເຂົ້າມາປະກາດຈຸດຢືນ ແລະ ແຊປະສົບການໃນການຖືກລ່ວງລະເມີດທາງເພດ… ເພື່ອກ່າວປະນາມຜູ້ກະທໍາຜິດ ແລະບອກໃຫ້ໂລກຮູ້ວ່າເຫດການແບບນີ້ບໍ່ແມ່ນເລື່ອງທີ່ຍອມຮັບໄດ້ໃນສັງຄົມ.

ທີ່ມາ: Iconic Women Alliance Page

 

 

ແບ່ງປັນ