Breaking News

ລູກນໍ້າ ທິດາລັດ ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ຮັບບົດເປັນຫຍັງ…ມາເບິ່ງ???

ແບ່ງປັນ

ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ອອກອາກາດຕັ້ງແຕ່ວັນທີ 13 ພະຈິກ 2018 ທາງໂທລະພາບຊ່ອງ 8 (ປະເທດໄທ), ເຊິ່ງເຮັດໃຫ້ມີແຟນໆລໍຖ້າຕິດຕາມຜົນງານຂອງນັກສະແດງສາວລາວຄົນນີ້ຢ່າງຫຼວງຫຼາຍ…

ແຕ່ໃນວັນທີ 17 ທັນວາ 2018 ກໍເປັນຕອນທີ່ບັນດາແຟນໆລໍຖ້າ ເຊິ່ງມີຕອນທີ່ສາວລູກນໍ້າໄດ້ຮ່ວມສະແດງໃນລະຄອນ “ສິ້ນລາຍຫົງ” ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ-ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ.

ລອງມາເບິ່ງສີມີການສະແດງຂອງນາງກັນເລີຍ!!!

ໄດ້ເບິ່ງແລ້ວຮູ້ສຶກແນວໃດກັນແດ່ ອິນໄປຕາມໆກັນເລີຍແມ່ນບໍ່??? ຢ່າງໃດກໍຢ່າລືມຕິດຕາມເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາ ແລະ ເປັນການຝາກຜົນງານດ້ານລະຄອນເທື່ອທຳອິດຂອງ ລູກນໍ້າ ທິດາລັດ ວົງສິລິ ອີກດ້ວຍ ຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆເດີ້ແຟນໆ.

ຮູບພາບ: FB/Louknum Vongsili

ຄລິບ: ThaiCh8 : ช่อง 8

ແບ່ງປັນ