Breaking News

ອອນອະນົງ Miss Universe Laos ເດີນທາງກັບປະເທດ ພ້ອມໂພສເປີດໃຈຫຼັງຈາກທີ່ໄດ້ລາງວັນ “ຊຸດປະຈຳຊາດດີເດັ່ນ” ແບບນີ້…

ແບ່ງປັນ

ເປັນຂ່າວສ້າງຊື່ສຽງໃຫ້ປະເທດຊາດ ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເມື່ອ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ເຊິ່ງເປັນເວທີປະກວດນາງງາມອັນດັບໜຶ່ງຂອງໂລກ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ…

ແລະ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເດີນທາງກັບເຖິງ ປະເທດ ລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ນາງຍັງໄດ້ອອກມາໂພສເປີດໃຈຜ່ານເຟສບຸກສ່ວນຕົວ ເຖິງຄວາມປິຕິຍິນດີ ທີ່ສາມາດນຳເອົາລາງວັນ “ຊຸດປະຈຳຊາດດີເດັ່ນ” ມາຝາກທຸກຄົນໄດ້  ພ້ອມທັງຂອບໃຈແຟນໆທຸກຄົນແບບນີ້…

ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ.

 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ