Breaking News

ຮອງທ້ອງໄປກ່ອນແລ້ວ 1ລາງວັນ! ມາຮ່ວມສົ່ງກຳລັງໃຈໃຫ້ ຕູ່ ທິດາ ໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (Final  21 ທັນວາ ນີ້!!!)

ແບ່ງປັນ

ສົ່ງທ້າຍປີ 2018 ກັບການປະກວດນາງງາມລະດັບໂລກໃນເວທີ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ  ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງສາວງາມໄປເປັນຕົວແທນນັ້ນກໍຄື ຕູ່ ທິດາ ສິດທິໄຊ  Miss Tourism International Laos 2018 ແລະ ໃນກ່ອນໜ້ານີ້ໃນຊ່ວງເກັບຕົວ ນາງກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະຄວ້າລາງວັນ “Miss Socialite adopted by BarstreetKL” ເປັນລາງວັນເດີນແບບສະຫງ່າງາມຖຶກໃຈຜູ້ເຂົ້າຊົມ ມາໄດ້ແບບໜ້າຍິນດີ (ຂໍສະແດງຄວາມຍິນດີນຳຫຼາຍໆ)

ແລະ ໃນວັນທີ 21 ທັນວາ 2018 ນີ້ແລ້ວເດີ້… ກໍຈະເປັນຮອບ Final ຂອງການປະກວດ Miss Tourism International 2018, ຢ່າງໃດແຟນໆຊາວລາວກໍຢ່າລືມເປັນກຳລັງໃຈ ມາຮ່ວມລຸ້ນ ຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ຕູ່ ທິດາ  Miss Tourism International Laos 2018 ສາວງາມຕົວແທນປະເທດລາວກັນຫຼາຍໆເດີ້ແຟນໆ #ຮັກລາວເຊຍລາວ??

(ສາມາດຕິດຕາມການ LIVE ສົດທາງເພຈ: https://www.facebook.com/MissTourismInternational/)

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ທີ່ມາ: Firstmodelinglao

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ…)

ມີຄວາມໝາຍແນວໃດ? ກັບຊຸດປະຈຳຊາດຂອງ ຕູ່ ທິດາ ທີ່ຈະໃຊ້ເຂົ້າປະກວດໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ

ແບ່ງປັນ