Breaking News

ສາຍ Art ທັງຫຼາຍຟັງທາງນີ້ ! ພົບກັບງານ “SENGLAO ARTIST NIGHT” ໂດຍ STELLA (ຂໍຍໍ້າວ່າ…ຫ້າມພາດ!!!)

ແບ່ງປັນ

ສາຍ Art ທັງຫຼາຍຟັງທາງນີ້ ! ມີຂ່າວງານດີໆ ສົ່ງທ້າຍປີເກົ່າ2018-ຕ້ອນຮັບປີໃໝ່2019 ມາຝາກແຟນໆອີກແລ້ວ ໃນວັນສຸກ ວັນທີ 21 ທັນວາ 2018 ນີ້ ພົບກັບງານ “SENGLAO ARTIST NIGHT” ໂດຍ STELLA ເປັນຄົນຈັດຂຶ້ນ ຮ່ວມກັບ ຮ້ານອາຫານແສງລາວ (ເຂົ້າຮ່ວມຟຣີ) ເຊິ່ງງານດັ່ງກ່າວພາດບໍ່ໄດ້ເລີຍເດີ້ (ຂໍຍໍ້າວ່າຫ້າມ…ພາດ!!!) ເພາະແຟນໆຈະໄດ້ພົບກັບ ງານສິລະປະ ງານອາດດດ(Art) ງານສິນຕ່າງໆ ແບບບໍ່ເຄີຍມີມາກ່ອນ ແລະ ຍັງຈະມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕທ່ານອອກມາໃນງານນີ້ງານດຽວເທົ່ານັ້ນ!!!

ນອກຈາກນັ້ນ ພາຍໃນງານ “SENGLAO ARTIST NIGHT” ແຟນໆຈະໄດ້ພົບກັບບັນດາຮ້ານທີ່ຈະມາເສີບທັງອາຫານ+ຄວາມບັນເທີງ+ສິລະປະ & ຫັດຖະກຳ+ໜັງສັ້ນ, ພ້ອມນັ້ນພາຍໃນງານຍັງຈະມີ…??? ແນ່ໆ…ຢາກຮູ້ກັນແມ່ນບໍ່ວ່າຈະແມ່ນຫຍັງນໍ້??? ເອົາເປັນວ່າ ວັນສຸກ ວັນທີ 21 ທັນວາ 2018 ນີ້ ເວລາ  16:00 – 21:00ໂມງ ນີ້ ພົບກັນທີ່ Senglao Café ຮັບຮອງວ່າມີ surprise ມາໃຫ້ແຟນໆໄດ້ຕື່ນຕາ ຕື່ນໃຈແນ່ນອນນນນ!!!

#STELLAxSENGLAOCafé  SenglaoCafé #ArtistNight

Story: ຊະນີIndy

ແບ່ງປັນ