Breaking News

ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ນັກສະແດງສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້”

ແບ່ງປັນ

ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ຄະນຶງນິດ ນັກສະແດງ-ພິທີກອນສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້” ເຊິ່ງເມື່ອບໍ່ດົນມານີ້ ລົດເມ ກໍໄດ້ມີໂອກາດເດີນທາງມາຢ້ຽມຢາມ ປະເທດລາວ ພ້ອມກັບເຊັກອິນທີ່ ນະຄອນຫຼວງວຽງຈັນ ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນເດີ້ ເພາະສາວຄົນນີ້ຍັງມີໂອກາດໄດ້ນຸ່ງຊຸດໄໝລາວ ແຖມຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆຜ່ານອິນສະຕາແກມວ່າ “ຂໍເປັນສາວລາວ 1ມື້”

ງານນີ້ເຮັດໃຫ້ມີບັນດາໝູ່ເພື່ອນໃນວົງການ ບັນດາແຟນຄລັບທັງ ລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນວ່າ ລົດເມ ນຸ່ງຊຸດໄໝລາວແລ້ວງາມ ໜ້າຮັກຫຼາຍໆ, ນອກຈາກນັ້ນບັນດາແຟນໆຊາວລາວກໍຍັງເຂົ້າໄປ “ຍິນດີຕ້ອນຮັບ” ນັກສະແດງສາວຄົນນີ້ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ.

ສາວ ລົດເມ ຄະນຶງນິດ ໜ້າຮັກແບບນີ້ ໃຜຈະໃຈດຳບໍ່ໃຫ້ເປັນສາວລາວກັນໄດ້ລົງຄໍນໍ້…ວ່າບໍ່ແຟນໆ? ຢ່າງໃດກໍຂໍ “ຍິນດີຕ້ອນຮັບເຂົ້າສູ່ປະເທດລາວ” ໂອກາດໜ້າຢ່າລືມມາຢ້ຽມຢາມແຟນໆຊາວລາວກັນອີກແດ່ເດີ້ ຄົນລາວເຮົາຍິນດີຕ້ອນຮັບສະເໝີ.

ຮູບພາບ: IG/rodmayaloha

ແບ່ງປັນ