Breaking News

ຂ່າວດີສົ່ງທ້າຍປີອີກແລ້ວວວ! ນາງງາມລາວຄວ້າລາງວັນໃນເວທີ Miss China-Asean Etiquette 2018 (ຂໍສະແດງຄວາມຍິນດີ)

ແບ່ງປັນ

ສົ່ງທ້າຍປີ 2018 ນີ້ ບອກເລີຍວ່າຄົນລາວເຮົາມີຄວາມດີໃຈ ຍິ້ມໄດ້ ເພາະມີແຕ່ເລື່ອງລາວດີໆ ຂ່າວດີໆໃຫ້ໄດ້ຕິດຕາມກັນເລື້ອຍໆ ຫຼ້າສຸດ ວັນທີ 20 ທັນວາ 2018 ມຸກທິດາ ສຸພັນທະຈິດ Miss Laos China-Asean Etiquette 2018 ສາວງາມຕົວແທນປະເທດລາວ ກໍສາມາດຄວ້າລາງວັນ ຮອງອັນດັບ 2 ຈາກເວທີ Miss China-Asean Etiquette 2018 ທີ່ຈັດຂຶ້ນທີ່ ປະເທດໄທ ມາໄດ້ແບບໜ້າຍິນດີ (ຊົມເຊີຍ! ເກັ່ງຫຼາຍໆ) 

ສຳລັບ ລາງວັນ Miss China-Asean Etiquette 2018 ໄດ້ແກ່ Esraphelle B. Tambong ສາວງາມຈາກປະເທດ Philippines

ຮອງອັນດັບ 1 ໄດ້ແກ່ Zhao Wenyi ສາວງາມຈາກປະເທດ China

ຮອງອັນດັບ 2 ໄດ້ແກ່ Moukthida Souphanthachith ສາວງາມຈາກປະເທດລາວ  

(ຂໍສະແດງຄວາມຍິນດີກັບສາວງາມທຸກຄົນ)

ເຫັນແລ້ວກໍຍິ້ມໄດ້ ໃນປີ 2018 ນີ້ ເວົ້າໄດ້ເລີຍວ່າ ນາງງາມຈາກປະເທດລາວ ກໍຄືແມ່ຍິງລາວເຮົາໄດ້ໄປສ້າງຊື່ສຽງໃນເວທີລະດັບໂລກມາແລ້ວຫຼາຍເວທີ ເຮັດໃຫ້ຊາວຕ່າງຊາດໄດ້ຮັບຮູ້ປະເທດລາວຫຼາຍຂຶ້ນ ແລະ ຍັງຮັບຮູ້ ໄດ້ຍອມຮັບເຖິງຄວາມສາມາດຂອງ ແມ່ຍິງລາວ ເຮົາໄປທົ່ວໂລກແລ້ວໃນເວລານີ້.  #ແຊຣໄປໃຫ້ໂລກຮູ້ ??

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ