Breaking News

ຢາກເປັນຄົນຄິດບວກ (Think Positive) ເບິ່ງໂລກໃນແງ່ດີ ເພື່ອໃຫ້ຊີວິດດີຂຶ້ນ ຈະເຮັດແນວໃດ???

ແບ່ງປັນ

ເພາະຊີວິດບໍ່ແມ່ນເລື່ອງງ່າຍ ໃນແຕ່ລະມື້ແນ່ນອນວ່າຕ້ອງມີບັນຫາເຂົ້າມາໃຫ້ໄດ້ແກ້ໄຂກັບວົນໄປ… ເຮັດໃຫ້ເກີດຄວາມຄຽດ ຄິດຫຼາຍ ວິຕົກກັງວົນ ຈົນເຮັດໃຫ້ເກີດການສ້າງກຳແພງໃຫ້ຕົວເອງ ອາດກາຍເປັນຄົນເບິ່ງໂລກໃນແງ່ຮ້າຍແບບບໍ່ຮູ້ຕົວ, ໃນເມື່ອເຮົາຮູ້ແບບນັ້ນແລ້ວ ວ່າບາງຢ່າງເຮົາກໍສາມາດຄວບຄຸມ ແກ້ໄຂມັນໄດ້ຢູ່…

ຢ່າໂທດແຕ່ໂຊກຊະຕາ

ໃຫ້ຈື່ໄວ້ເລີຍວ່າທຸກຢ່າງທີ່ເກີດຂຶ້ນ ລ້ວນແຕ່ມີທີ່ມາທີ່ໄປ ມີເຫດຜົນຂອງມັນສະເໝີ ຢ່າມົວໄປໂທດແຕ່ໂຊກຊະຕາ ຫຼື ຟ້າແຖນ ຈະບໍ່ມີມື້ທີ່ຈະແກ້ໄຂບັນຫາໄດ້ ແຕ່ຖ້າເຮົາເບິ່ງວ່າບັນຫາ ຫຼື ອຸປະສັກທີ່ເກີດຂຶ້ນເປັນເລື່ອງທີ່ຕ້ອງພົບເຈິ ເພື່ອໃຫ້ເຮົາພັດທະນາຕົວເອງຂຶ້ນຕື່ມ ກໍຈະເຮັດໃຫ້ກາຍເປັນເລື່ອງນ້ອຍໆ ແລະ ຈະສາມາດຊອກຫາຫົນທາງທີ່ດີເພື່ອແກ້ໄຂບັນຫາໄດ້

ຢູ່ກັບປັດຈຸບັນ ຢ່າໄປກັງວົນເລື່ອງທີ່ຍັງບໍ່ເກີດ

ບາງເທື່ອທີ່ເກີດຄວາມຄຽດກັບເລື່ອງທີ່ຍັງບໍ່ເກີດ ຄິດວົນວຽນຊໍ້າໆວ່າສິ່ງທີ່ຈະເກີດຂຶ້ນຕ້ອງເປັນເລື່ອງທີ່ບໍ່ດີ ທັງໆທີ່ຍັງບໍ່ມີເຫດການໃດເກີດຂື້ນເລີຍ, ດັ່ງນັ້ນ ການຢູ່ກັບປັດຈຸບັນຈຶ່ງຈຳເປັນທີ່ສຸດ ຈົ່ງເຮັດປັດຈຸບັນໃຫ້ດີ ໃຫ້ເຕັມທີ່ ແລ້ວຜົນທີ່ຕາມມາກໍຈະດີເອງ ແລະ ທີ່ສຳຄັນຄວນມີແຜນສຳຮອງທຸກຄັ້ງ ຈະໄດ້ອຸ່ນໃຈວ່າຖ້າເກີດບັນຫາຂຶ້ນມາ ກໍຈະໄດ້ມີຫົນທາງເພື່ອຮັບຮອງບັນຫາໄດ້

ຮູ້ຈັກຜ່ອນ  ຢ່າເຄັ່ງຈົນເກີນໄປ

ອັນໃດທີ່ເຄັ່ງຈົນເກີນໄປ ບໍ່ແມ່ນເລື່ອງດີເດີ້ ຄວນເຝິກເປັນຄົນໃຫ້ອະໄພ ແລະ ຮູ້ຈັກຜ່ອນ ຈັກຍານແດ່ກໍດີ ຫຼຸດຄວາມຄາດຫວັງລົງ ແລະ ເພື່ອໃຈໃຫ້ເປັນ ໂລກນີ້ບໍ່ມີຫຍັງແນ່ນອນ ທຸກຢ່າງມີການປ່ຽນແປງສະເໝີ ຄົນທີ່ປັບຕົວໄດ້ ຈະເປັນຄົນທີ່ມີຄວາມສຸກຫຼາຍທີ່ສຸດ

ຫັນມາເບິ່ງແຍງຕົວເອງ

ຫຼາຍເທື່ອທີ່ໄປໃສ່ໃຈຄົນອື່ນ ໂຟກັສທຸກຢ່າງທີ່ບໍ່ແມ່ນຕົວເອງ ຈົນເກີດຄວາມຄຽດສະສົມ ລອງຫັນມາຮັກຕົວເອງ ເບິ່ງແຍງຕົວເອງໃຫ້ຫຼາຍຂຶ້ນ ເລີ່ມອອກກຳລັງກາຍ ລອງປ່ຽນຊົງຜົມ ສີຜົມ ປ່ຽນສະໄຕຣການແຕ່ງຕົວ ຫຼື ອາດຈະຫາກິດຈະກຳເຮັດ ເຮັດໃນສິ່ງທີ່ມັກ ແລະ ຖະໜັດ ສິ່ງເຫຼົ່ານີ້ຈະເປັນຕົວຊ່ວຍເຮັດໃຫ້ຮູ້ສຶກມີຄຸນຄ່າຫຼາຍຂຶ້ນກວ່າເກົ່າຫຼາຍເທົ່າ

ຍິ້ມເຂົ້າໄວ້ ມ່ວນກັບເລື່ອງເລັກໆນ້ອຍໆ

ມີຄວາມສຸກກັບເລື່ອງເລັກໆນ້ອຍໆໄດ້ ເປັນຈຸດເລີ່ມຕົ້ນທີ່ດີ ທີ່ຈະເປັນຄົນຄິດບວກ ໃຜເຫັນກໍຢາກຢູ່ໃກ້ ຢາກເວົ້າຢາກລົມນຳ ເພາະເຈົ້າຈະມີພະລັງບວກໃນຊີວິດ ພຽງແຕ່ປ່ຽນຄວາມຄິດ ຊີວິດກໍຈະປ່ຽນທັນທີ.

ດັ່ງນັ້ນ!! ລອງມາປ່ຽນທັດສະນະຄະຕິເປັນຄົນທີ່ຄິດບວກ (Think Positive) ເບິ່ງໂລກໃນແງ່ດີ ເພື່ອໃຫ້ຊີວິດດີຂຶ້ນ ຕ້ອນຮັບປີໃໝ່ 2019 ກັນດີກວ່າເນາະ!!!

ຮຽບຮຽບ: ຊະນີIndy

ທີ່ມາຈາກ: https://women.mthai.com/women-variety/307285.html

ແບ່ງປັນ