Breaking News

ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)

ແບ່ງປັນ

ມີ Event ດີໆ ແລະ ໜ້າສົນໃຈຫຼາຍໆ ເລີຍອົດບໍ່ໄດ້ທີ່ຈະບອກຕໍ່ໃຫ້ແຟນໆ ຂວັນໃຈ ໄດ້ຮູ້ວ່າ ຫຼ້າສຸດມີການຖະແຫຼງຂ່າວ ການຈັດງານວາງສະແດງ ທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ (Laorealestate.la EXPO 2019).

ງານຖະແຫຼງຂ່າວຄັ້ງນີ້, ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ນີ້ວັນທີ 15 ມັງກອນ 2019, ຢູ່ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ໂດມິນິກ ວິລລ້ຽມສ໌, ຜູ້ອຳນວຍການໃຫຍ່ APA ບໍລິສັດປະກັນໄພພົງສະຫວັນ, ທີ່ເປັນຜູ້ສະໜັບສະໜູນຫຼັກຂອງງານ, ທ່ານ ເຈມສ໌ ໄວທ໌ເຮດ ຜູ້ບໍລິຫານຂອງ Yla.la ແລະ Laorealestate.la ທີ່ເປັນຜູ້ນຳດ້ານເວັບໄຊໂຄສະນາສິນຄ້າ ແລະ ເວັບໄຊອະສັງຫາລິມະຊັບໃນລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມງານຢ່າງຫຼວງຫຼາຍ.

Laorealestate.la ແລະ ເວັບໄຊ Yula.la  ເຊິ່ງເປັນຜູ້ນຳດ້ານຕະຫຼາດອອນໄລ໌ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດງານຖະແຫຼງຂ່າວ ການຈັດງານວາງສະແດງ ທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ (Laorealestate.la EXPO 2019) ເຊິ່ງຈະໄດ້ມີການຈັດຂຶ້ນໃນວັນທີ 1-2 ມີນາ 2019 ທີ່ຈະມາເຖິງນີ້, ຢູ່ທີ່ໂຮງແຮມດອນຈັນພາເລດ. ທຸກທ່ານສາມາດເຂົ້າຮ່ວມງານຟຣີ ແລ້ວຍັງມີສິດລຸ້ນໂຊກໄດ້ເດີນທາງໄປທ່ອງທ່ຽວຕ່າງປະເທດ ພ້ອມຂອງຂວັນລາງວັນອີກຫຼາກຫຼາຍຢ່າງພາຍໃນງານອີກ.

ເຊິ່ງງານນີ້ຖືວ່າເປັນຄັ້ງປະຫວັດສາດ ທີ່ມີການລວມເອົາບັນດາບໍລິສັດຊັ້ນນຳຈາກອຸດສະຫະກຳອະສັງຫາລິມະຊັບໄວ້ບ່ອນດຽວກັນ ເຊິ່ງເປັນໂອກາດດີທີ່ຜູ້ຊື້ພາຍໃນປະເທດ ແລະ ນັກລົງທຶນຕ່າງຊາດ ໄດ້ສຳຫຼວດໂອກາດໃນການລົງທຶນດ້ານອະສັງກາລິມະຊັບທີ່ເໝາະສົມທີ່ສຸດ ແລະ ນັກການເງິນຈະມີໂປຣໂມຊັ້ນຕ່າງໆໃຫ້ແກ່ແຂກທີ່ເຂົ້າຮ່ວມອີກດ້ວຍ

ເວັບໄຊ www.yula.la ມີຄວາມພາກພູມໃຈທີ່ໄດ້ເປັນເຈົ້າພາບຈັດງານວາງສະແດງ Laorealestate.laທ EXPO 2019 ທີ່ໃຫຍ່ທີ່ສຸດ ເປັນຄັ້ງປະຫວັດສາດໃນ ສປປ ລາວ.  ເຊິ່ງຈະໄດ້ນຳເອົາບັນດາກຸ່ມຄົນ ແລະ ບໍລິສັດຊັ້ນນຳ, ເຈົ້າຂອງໂຄງການຕ່າງໆໃນລາວ  ແລະ ຕ່າງປະເທດ ເຂົ້າມາຮ່ວມງານວາງສະແດງນີ້ເຊັ່ນ: ນັກພັດທະນາໂຄງການ,​ ສະຖາປານິກ, ຜູ້ຮັບເໝົາກໍ່ສ້າງ,​ ນາຍໜ້າອະສັງຫາລິມະຊັບ, ຄົນຂາຍດິນ, ທະນາຄານທີ່ປ່ອຍສິນເຊື່ອ, ບໍລິສັດປະກັນໄພ, ບໍລິສັດດ້ານກົດໝາຍ ລວມທັງນັກລົງທຶນດ້ານອະສັງຫາລິມະຊັບຈາກຕ່າງປະເທດ.

ໃນນັ້ນ, ແມ່ນຈະມີການວາງສະແດງທັງໝົດຫຼາຍກວ່າ 40 ຫ້ອງວາງສະແດງ ແລະ ຄາດວ່າພາຍໃນ 2​ ມື້ຈະມີຜູ້ສົນໃຈເຂົ້າຮ່ວມຊົມງານຫຼາຍກວ່າ 3.000 ຄົນ ທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ມີການສົນທະນາ, ປຶກສາຫາລືແລກປ່ຽນຄວາມຮູ້ ແລະ ອາດຈະໄດ້ຄູ່ຮ່ວມທຸລະກິດໃນດ້ານນີ້ນຳກັນອີກດ້ວຍ.

ນອກຈາກນີ້,  ພາຍໃນງານ  Laorealestate.la EXPO 2019  ຍັງໄດ້ມີການສຳມະນາ ຫຼາຍກວ່າ 20 ຫົວຂໍ້ ທີ່ກ່ຽວກັບອະສັງຫາລິມະຊັບ ຈາກຜູ້ຊ່ຽວຊານຕົວແທນຈາກບໍລິສັດອະສັງຫາລິມະຊັບ ຊັ້ນນຳໃນລາວ, ຈາກຜູ້ຊ່ຽວຊານດ້ານການພັດທະນາອະສັງຫາ, ນັກເສດຖະສາດ,​ ທະນາຍ, ນັກການເງິນ ແລະ ພະນັກງານລັດຖະກອນ ແລະ  ມີແຂກຕ່າງຊາດເຂົ້າຮ່ວມບັນລະຍາຍນຳ 2​ ວັນເຕັມໆ.

*ລົງທະບຽນເພື່ອເຂົ້າຮ່ວມງານຟຣີ
https://realestatekh.lpages.co/lao-real-estate-expo-2019-lao-attendees/
*ລົງທະບຽນເພື່ອເປັນຜູ້ຮ່ວມຈັດສະແດງ ຫຼື ຜູ້ສະໜັບສະໜູນ
https://realestatekh.lpages.co/lao-real-estate-expo-2019-exhibitors-sponsers/

ສາມາດຕິດຕໍ່ສອບຖາມໄດ້ທີເບີ: 020 55550906 ຫຼື ອີເມວ [email protected]

ແບ່ງປັນ