Breaking News

ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)

ແບ່ງປັນ

Yula.la ແລະ Laorealestate.la ແມ່ນເຈົ້າພາບຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)

Laorealestate.la ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ຜູ້ນຳດ້ານແຫຼ່ງຕະຫຼາດອອນລາຍ, ເວັບໄຊທ໌ www.yula.la, ມີຄວາມພາກພູມໃຈທີ່ຈະປະກາດວ່າ ພວກເຮົາຈະເປັນເຈົ້າພາບຈັດງານວາງສະແດງການລົງທຶນດ້ານອະສັງຫາລິມະຊັບຄັ້ງທໍາອິດໃນລາວ ທີ່ໂຮງແຮມດອນຈັນພາເລດ ໃນວັນສຸກ ແລະ ວັນເສົາ ທີ 1 ເຖິງ 2 ມີນາ 2019 ນີ້. ເຂົ້າຮ່ວມງານຟຣີ, ເພື່ອຈັບສະຫຼາກລຸ້ນໂຊກຮັບສິດເດີນທາງທ່ຽວຕ່າງປະເທດ ພ້ອມຂອງລາງວັນຕ່າງໆ.

ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ນີ້ ແມ່ນຈະນຳເອົາບັນດາ ກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວເຂົ້າຮ່ວມໃນງານເຊັ່ນ: ນັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍທີ່ດິນ, ທະນາຄານທີ່ປ່ອຍສິນເຊື່ອບ້ານ, ບໍລິສັດປະກັນໄພ ,ບໍລິສັດດ້ານກົດໝາຍ ລວມທັງນັກລົງທຶນອະສັງຫາຈາກຕ່າງປະເທດ. ໃນນັ້ນແມ່ນມີການໂຮມເອົາຫຼາຍກວ່າ 40 ບູທວາງສະແດງໄວ້ທີ່ນີ້ທີ່ດຽວ ເຊິ່ງມີພຽງ 2 ມື້ເທົ່ານັ້ນ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມຫຼາຍກວ່າ 3000 ຄົນ ທັງພາຍໃນ ແລະ ຕ່າງປະເທດ. ແບຣນລົດຫຼູຕ່າງໆທີ່ມີໃນລາວ ແລະ ບັນດາທຸລະກິດທີ່ກ່ຽວຂ້ອງ ແມ່ນຈະຈັດວາງສະແດງທີ່ດ້ານໜ້າທາງເຂົ້າຂອງງານ.

ນອກຈາກນີ້, Laorealestate.la Expo 2019 ຍັງມີຫ້ອງສຳມະນາ ທີ່ມີການຈັດສຳມະນາຫຼາຍກວ່າ 20 ຫົວຂໍ້ ໂດຍຕົວແທນຈາກບໍລິສັດອະສັງຫາຊັ້ນນຳໃນລາວ. ເຊິ່ງມີຜູ້ຊ່ຽວຊານດ້ານການພັດທະນາອະສັງຫາ, ນັກເສດຖະສາດ, ທະນາຍ, ນັກການເງິນ ແລະ ພະນັກງານລັດຖະກອນ. ຈະມີແຂກຕ່າງຊາດເຂົ້າຮ່ວມບັນລະຍາຍທີ່ຫ້ອງສຳມະນາ ແລະ ສຶກສາການຕະຫຼາດອະສັງຫາໃນລາວ. ການສຳມະນາຄັ້ງນີ້ແມ່ນເນັ້ນການໃຫ້ຄວາມຮູ້ແກ່ຜູ້ຊື້ ແລະ ຜູ້ຂາຍ ກ່ຽວກັບສະພາບການລົງທຶນໃນລາວ, ຂໍ້ບັງຄັບ, ຂໍ້ດີ – ຂໍ້ເສຍ ແລະ ຄຳແນະນຳສຳລັບທັງຜູ້ຊື້ບ້ານຫຼັງທຳອິດ ແລະ ຜູ້ທີ່ມີປະສົບການໃນການຊື້ມາກ່ອນ. ໃນການສຳມະນາທັງໝົດຈະມີການແປຜ່ານຫູຟັງທັງພາສາລາວ, ອັງກິດ ແລະ ຈີນ.

ຄັ້ງທຳອິດໃນປະຫວັດສາດ ທີ່ມີການລວມເອົາບັນດາບໍລິສັດຊັ້ນນຳຈາກອຸດສາຫະກຳອະສັງຫາລິມະຊັບມາໄວ້ບ່ອນດຽວກັນ ເຊິ່ງເປັນໂອກາດດີທີ່ຜູ້ຊື້ພາຍໃນປະເທດ ແລະ ນັກລົງທຶນຕ່າງຊາດ ໄດ້ສຳຫຼວດໂອກາດໃນການລົງທຶນດ້ານອະສັງຫາທີ່ເໝາະສົມທີ່ສຸດ. ຜູ້ຂາຍອະສັງຫາ ແລະ ນັກການເງິນຈະມີໂປຣໂມຊັ້ນຕ່າງໆໃຫ້ແກ່ແຂກທີ່ເຂົ້າຮ່ວມອີກດ້ວຍ.

ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ດາວວອນ ພະຈັນທະວົງ, ໄດ້ກ່າວວ່າ, “ສຄອຊ ແມ່ນມີຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ. ເຊິ່ງການຈັດງານເຊັ່ນນີ້ເອງ ຈະເປັນການພັດທະນາໃນດ້ານອຸດສາຫະກຳ ແລະ ເສດຖະກິດໄດ້ຢ່າງກວ້າງຂວາງ ລວມທັງການແບ່ງປັນຂໍ້ມູນ, ການປະຕິບັດໃຫ້ສຳເລັດຜົນ, ການເຊື່ອມສາຍສຳພັນທາງທຸລະກິດ ແລະ ການສ້າງຖານຜູ້ບໍລິໂພກໃຫ້ກວ້າງຂວາງຂຶ້ນສຳລັບຜູ້ຈັດວາງສະແດງ ແລະ ຜູ້ສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ.”

ທ່ານໂດມິນິກ ວິລລ້ຽມສ໌, ຜູ້ອຳນວຍການໃຫຍ່ຂອງ APA Insurance Laos (ບໍລິສັດປະກັນໄພ ພົງສະຫວັນ (APA)), ທີ່ເປັນຜູ້ສະຫນັບສະຫນູນຫຼັກ ແລະ ຄູ່ຮ່ວມງານຫຼັກຂອງ laorealestate.la Expo 2019 ພ້ອມກັບ ສຄອຊ, Yula.la ແລະ laorealestate.la, ໄດ້ໃຫ້ຄຳຄິດເຫັນວ່າ: “ງານມະຫະກຳທີ່ໜ້າສົນໃຈທີ່ຈະຈັດຂຶ້ນນີ້ ຈະຊ່ວຍສົ່ງເສີມອຸດສາຫະກຳອະສັງຫາລິມະຊັບໃນລາວໄດ້ເປັນຢ່າງດີ ແລະ ຍັງສະແດງໃຫ້ເຫັນເຖິງໂອກາດທີ່ຈະລົງທຶນໃນຕະຫຼາດອະສັງຫາແກ່ຜູ້ຊື້ ແລະ ນັກລົງທຶນອີກດ້ວຍ. ສຸດທ້າຍນີ້ກໍຄືການສົ່ງເສີມຄວາມກ້າວໜ້າໃນພາກສ່ວນອະສັງຫາລິມະຊັບ ແລະ ເສດຖະກິດໂດຍລວມ, ເຊິ່ງໃນຖານະຜູ້ໃຫ້ບໍລິການປະກັນໄພຊັບສິນ ແລະ ອາຄານຊັ້ນນຳໃນປະເທດ ລວມທັງປະກັນໄພການຈຳນອງ, APA Insurance ແມ່ນມີຄວາມຍິນດີທີ່ໄດ້ສະໜັບສະໜູນ ໃນຖານະຄູ່ຮ່ວມງານ ແລະ ຜູ້ສະໜັບສະໜູນຫຼັກ ແລະ ພວກເຮົາຫວັງ ຢ່າງຫຍິ່ງທີ່ຈະໄດ້ຕ້ອນຮັບບັນດາແຂກທຸກທ່ານທີ່ໂຮງແຮມດອນຈັນພາເລດ ໃນວັນທີ 1 – 2 ມີນາ 2019 ທີ່ຈະມາເຖິງນີ້.

ທ່ານ ເຈມສ໌ ໄວທ໌ເຮດ, ຜູ້ບໍລິຫານຂອງ Yula.la ແລະ Laorealestate.la ທີ່ເປັນຜູ້ນຳດ້ານເວັບໄຊທ໌ໂຄສະນາສິນຄ້າ ແລະ ເວັບໄຊທ໌ອະສັງຫາລິມະຊັບໃນລາວ ໄດ້ກ່າວວ່າ, “ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ແມ່ນເປັນງານທີ່ດີສຳລັບທຸລະກິດທີ່ກ່ຽວຂ້ອງດ້ານອະສັງຫາເພື່ອຂະຫຍາຍຖານລູກຄ້າ ແລະ ເພີ່ມຍອດຂາຍໃຫ້ແກ່ບໍລິສັດນັ້ນໆ. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ແກ່ອຸດສາຫະກຳດ້ານອະສັງຫາໄດ້ມີໂອກາດສ້າງຄວາມເຂັ້ມແຂງໃຫ້ແກ່ ແບຣນຂອງພວກເຂົາເອງ.”
“ກ່ອນອື່ນໝົດແມ່ນຕ້ອງຂໍຂອບໃຈບັນດາບໍລິສັດຕ່າງໆທີ່ມີສ່ວນຮ່ວມໃນງານຄັ້ງນີ້ ເພາະຖ້າປາສະຈາກທຸກທ່ານແລ້ວ ງານຂອງເຮົາກໍບໍ່ອາດຈະເກີດຂຶ້ນໄດ້. ໃນນັ້ນແມ່ນຂໍຂອບໃຈ ບໍລິສັດ APA insurance, ບໍລິສັດຊັ້ນນຳດ້ານປະກັນໄພອາຄານ ແລະ ຊັບສິນ ທີ່ໄດ້ໃຫ້ກຽດຮ່ວມເປັນຜູ້ສະໜັບສະໜູນຫຼັກໃນງານ. ເພີ່ມຕື່ມກໍຄື ຂໍຂອບໃຈ 3 silver sponsors ຂອງພວກເຮົາເຊັ່ນ: Archineer Associates, Laos’ premier Architecture, Engineering and Consultancy firm; ນອກນັ້ນຍັງມີ Aristo Developers, ໜຶ່ງໃນບໍລິສັດພັດທະນາອະສັງຫາທີ່ໃຫຍ່ທີ່ສຸດໃນ Cyprus, ທີ່ຊ່ວຍໃຫ້ສິດໃນການລົງທຶນແກ່ຄົນລາວທີ່ຕ້ອງການລົງທຶນໃນ EU. ຂໍຂອບໃຈ Bluegrass Design Group ແລະ Guru Group ທີ່ເປັນບໍລິສັດການຕະຫຼາດແບບຄົບວົງຈອນຊັ້ນນຳໃນລາວ. ສຸດທ້າຍນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມງານສື່ມວນຊົນຂອງພວກເຮົາ, ຜູ້ທີ່ຈະຊ່ວຍໃຫ້ງານໃນຄັ້ງນີ້ເປີດໂຕໄດ້ຢ່າງຫຍິ່ງໃຫຍ່ ໃນເດືອນມີນາ ທີ 1 – 2 ທີ່ດອນຈັນພາເລດທີ່ຈະມາເຖິງນີ້.

“ສຳລັບຜູ້ເຂົ້າຮ່ວມງານ, ພວກເຮົາໄດ້ເປີດໂອກາດໃຫ້ທ່ານໄດ້ພົບກັບຕົວເລືອກທີ່ຫຼາກຫຼາຍໃນການລົງທຶນອະສັງຫາ; ໃນນັ້ນປະກອບມີ ທີ່ດິນ,ບ້ານ, ວຶນລ້າ, ຄອນໂດ, ບໍລິສັດຮັບເໝົາກໍ່ສ້າງ, ນັກອອກແບບສະຖາປັດ ລວມທັງ ຜູ້ໃຫ້ຄຳແນະນຳ ແລະ ບໍລິການດ້ານອະສັງຫາ.”ກ່າວໂດຍ ທ່ານ. ໄວທ໌ເຮດ. “ສຳລັບຄົນທີ່ຊື້ບ້ານຫຼັງທຳອິດ ແມ່ນຈະໄດ້ປະໂຫຍດຈາກຕົວເລືອກກ່ຽວກັບສິນເຊື່ອບ້ານທີ່ຫຼາກຫຼາຍ, ການໃຫ້ຄຳແນະນຳດ້ານກົດໝາຍ ແລະ ປະກັນໄພຕ່າງໆ.”

ທ່ານ ໄວທ໌ເຮດ ຍັງໄດ້ກ່າວຕື່ມອີກວ່າ, “ສຳລັບຜູ້ທີ່ກຳລັງຊອກຫາວິທີລົງທຶນຢູ່ຕ່າງປະເທດ, ການໄປທ່ຽວ, ການໄປຢູ່ອາໄສ ຫຼື ຕົວເລືອກໃນການໄປສຶກສາຮ່ຳຮຽນ ແມ່ນຈະໄດ້ປະໂຫຍດຈາກງານໃນຄັ້ງນີ້ເຊັ່ນດຽວກັນ ເພາະພາຍໃນງານແມ່ນມີບູທທີ່ເປີດໂອກາດໃຫ້ໃນດ້ານເຫຼົ່ານີ້ເຊັ່ນ: ປະເທດ ອົດສະຕາລີ, ອາເມລິກາ, ເອີຣົບ ແລະ ໄທ.”

“ທາງດ້ານສຳມະນາແມ່ນຈະເປີດໂອກາດໃຫ້ເຂົ້າຮ່ວມຮັບຟັງບັນລະຍາຍທີ່ເໝາະກັບນັກຊື້ອະສັງຫາທີ່ຕ້ອງການສຶກສາກ່ຽວກັບພາສີ, ການປະເມີນລາຄາ, ກົດໝາຍທີ່ດິນ, ການພິຈາລະນາກ່ອນການລົງທຶນ, ແນວໂນ້ມດ້ານການຕະຫຼາດ, ວິທີກູ້ສິນເຊື່ຶອບ້ານແນວໃດຈຶ່ງຈະປອດໄພ ແລະ ອີກຫຼາຍໆຫົວຂໍ້ ໃຫ້ທ່ານໄດ້ຟັງແບບບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງເປັນວິຊາການທັງພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 20 ທ່ານ ລວມທັງທ່ານ ໄວທ໌ເຮດເອງອີກດ້ວຍ.”

Digital Classified Group (DCG) ເປັນບໍລິສັດແມ່ ສັນຊາດອົດສະຕາລີ ຂອງ Yula.la ແລະ Laorealestate.la ທີ່ໄດ້ນຳເອົາງານມະຫະກຳອະສັງຫາລິມະຊັບທີ່ຫຍິ່ງໃຫຍ່ນີ້ມາສູ່ລາວ. ພວກເຂົາແມ່ນປະສົບຜົນສຳເລັດໃນການຈັດງານທີ່ຄ້າຍຄືກັນໃນຕ່າງປະເທດ ໃນນັ້ນປະກອບມີ ກຳປູເຈຍ ແລະ ປາປົວນິວກິນີ, ເຊິ່ງມີຍອດຂາຍອະສັງຫາລິມະຊັບຫຼາຍກວ່າ 80 ລ້ານໂດລ້າ ຈາກງານຕ່າງໆເຫຼົ່ານີ້, ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມງານເຖິງ 30,000 ຄົນ ແລະ ມີບູທຫຼາຍກວ່າ 200 ບູທ. ງານດັ່ງກ່າວຍັງໄດ້ຮັບການສະໜັບສະໜູນຈາກສື່ມວນຊົນທັງໃນລາວ ແລະ ຕ່າງປະເທດ, ທີ່ເປັນສື່ໂຄສະນາທັງແບບອອນລາຍ ແລະ ທົ່ວໄປພ້ອມກັນກັບກຸ່ມທຸລະກິດທີ່ມີຊື່ສຽງໃນລາວ ແລະ ບັນດານັກລົງທຶນທົ່ວພາກພື້ນອາຊີ ແລະ ຈີນແຜ່ນດິນໃຫຍ່.

ຜູ້ເຂົ້າຮ່ວມງານກໍສາມາດລົງທະບຽນໄດ້ເຊັ່ນກັນ ເພື່ອຮັບຂໍ້ມູນຂ່າວສານໃໝ່ໆ ແລະ ລຸ້ນຮັບຂອງລາງວັນຕ່າງໆຈາກພວກເຮົາ. ກົດເຂົ້າໄປທີ່ລິ້ງນີ້ໄດ້ເລີຍ https://realestatekh.lpages.co/lao-real-estate-expo-2019-attendees/ ລົງທະບຽນຟຣີ! ແລະ ເຮົາຍັງມີຊ່ອງທາງໃຫ້ຕິດຕາມໄດ້ທາງ Facebook: https://www.facebook.com/events/2192522880987586/ ອີກດ້ວຍ.

ແບ່ງປັນ