Breaking News

ມາແລ້ວວວ! ຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີນັກສະແດງສາວລາວ ຮ່ວມສະແດງກັບປະເທດເພື່ອນບ້ານ

ແບ່ງປັນ

ລໍຖ້າກັນມາດົນພໍສົມຄວນ ຫຼ້າສຸດມີຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວລາວ ຮ່ວມສະແດງກັບປະເທດເພື່ອນບ້ານ ແຖມນາງຍັງສະແດງເປັນນາງເອກປະຊັນບົດບາດຄູ່ກັບ ຕູມຕາມ ຍຸດທະນາ (ພະເອກດັງປະເທດເພື່ອນບ້ານ) ມາໃຫ້ແຟນໆໄດ້ເບິ່ງກັນແລ້ວເດີ້…

(ມີຕົວຢ່າງລະຄອນເລື່ອງ  “ດອກຄູນສຽງແຄນ” ມາຝາກ)

ເປັນແນວໃດແດ່ແຟນໆ? ພຽງແຕ່ຕົວຢ່າງກໍອົດໃຈບໍ່ໄດ້ທີ່ຈະຢາກເບິ່ງ ລະຄອນເລື່ອງ “ດອກຄູນສຽງແຄນ”  ໃນເວີຊັ່ນເຕັມແລ້ວແມ່ນບໍ່ ເອົາເປັນວ່າໄດ້ອົດໃຈລໍຖ້າມາຮອດປານນີ້ແລ້ວ ກໍອົດໃຈໄປອີກຈັກໜ້ອຍເນາະ ເພາະລະຄອນເລື່ອງດັ່ງກ່າວຈະອອນແອໃນໄວໆນີ້.

ມາຮ່ວມເປັນກຳລັງໃຈໃຫ້ນັກສະແດງຈາກປະເທດລາວ ຢ່າລືມຕິດຕາມກັນຫຼາຍໆເດີ້ແຟນໆ.

ທີ່ມາ: louknum thidalat

(ຂ່າວກ່ຽວຂ້ອງກ່ອນໜ້າ)

ຢາກເບິ່ງແລ້ວວວ! ສ່ອງ… ລູກນໍ້າ ທິດາລັດ ໃນກອງຖ່າຍລະຄອນເລື່ອງ “ດອກຄູນສຽງແຄນ”

 

ແບ່ງປັນ