Breaking News

ສິລະປິນສາວລາວ ເດີນໜ້າໂກອິນເຕີ ຮ່ວມສະແດງຮູບເງົາ “FRIEND ZONE” ທີ່ປະເທດເພື່ອນບ້ານ!!! 

ແບ່ງປັນ

ຊ່ວງນີ້ຂ່າວໂກອິນເຕີ ອອກໄປໂຊຄວາມສາມາດຂອງສິລະປິນລາວຖືວ່າມີມາແບບບໍ່ຂາດສາຍ ຫຼ້າສຸດ ນໍ້າຝົນ ອິນທະວົງ ນັກຮ້ອງສາວລາວເຮົາ ຈາກຄ້າຍເພງ Indee Records ໄດ້ເດີນໜ້າໂກອິນເຕີຮ່ວມສະແດງຮູບເງົາ “FRIEND ZONE ລະວັງສິ້ນສຸດທາງເພື່ອນ” ທີ່ປະເທດເພື່ອນບ້ານ, ເຊິ່ງງານນີ້ຖືວ່າບໍ່ທຳມະດາກັນເລີຍເດີ້ ເພາະນາງໄດ້ຮ່ວມສະແດງກັບ ນາຍ ນະພັດ ແລະ ໃບເຟີນ ພິມຊະນົກ ເຊິ່ງທັງ 2 ເປັນອີກໜຶ່ງນັກສະແດງຂອງປະເທດເພື່ອນບ້ານທີ່ມີຄວາມສາມາດ ແລະ ກຳລັງມາແຮງທີ່ສຸດໃນເວລານີ້…

ສຳລັບ ນໍ້າຝົນ ອິນທະວົງ ແມ່ນໄດ້ຮ່ວມສະແດງໃນຮູບເງົາດັງກ່າວ ແລະ ທັງຮ້ອງເພງປະກອບຮູບເງົາຮ່ວມກັບສິລະປິນອີກຫຼາຍທ່ານຂອງອາຊຽນ ແລະ ຮູບເງົາ  “FRIEND ZONE ລະວັງສິ້ນສຸດທາງເພື່ອນ”  ແມ່ນຮູບເງົາຈາກຄ້າຍ GDH ຂອງປະເທດເພື່ອນບ້ານ ງານນີ້ຮັບປະກັນມ່ວນ ມັນ ແນ່ນອນ!!!

(ມີຕົວຢ່າງຮູບເງົາມາຝາກທຸກໆຄົນ)

ຢ່າງໃດກໍ່ຝາກແຟນໆ ຊ່ວຍໃຫ້ກຳລັງໃຈ ສິລະປິນລາວ ທີ່ໄປໂຊຄວາມສາມາດໃນຕ່າງແດນກັນຫຼາຍໆແດ່ເດີ້!!! 

ຮູບພາບ: FB/Namfon Inthavong

ແບ່ງປັນ