Breaking News

ມາໄກຫຼາຍ! ຄົນບັນເທີງລາວແຫ່ໂພສຮູບ 10ປີກ່ອນ ໃນກະແສ #10yearschallenge ທີ່ກຳລັງມາແຮງທີ່ສຸດໃນຕອນນີ້

ແບ່ງປັນ

ເປັນກະແສກັນໄປທົ່ວໂລກ ແລະ ຮິດກັນສຸດໆໃນເວລານີ້ ກັບກະແສ #10yearschallenge ທີ່ເປັນການຫວນຄືນອະດີດນຳເອົາ ຮູບພາບເກົ່າໃນເມື່ອ 10 ປີກ່ອນຂອງຄົນນັ້ນໆມາສົມທຽບກັບຮູບໃນປັດຈຸບັນ, ເຊິ່ງບໍ່ວ່າຈະເປັນດາລາ ເຊເລບ ເນັດໄອດໍ້ທົ່ວໂລກ ຫຼື ຄົນທຳມະດາກໍໄດ້ມີການຮ່ວມຫຼີ້ນ #10yearschallenge ແບບວ່າໃນເວລານີ້ບໍ່ວ່າຈະເລື່ອນ ເຟສບຸກ ອິນສະຕາແກຣມ ຫຼື ສື່ໂຊຊ່ຽວອື່ນໆ ກໍ່ຈະເຫັນກັນຢ່າງຫຼວງຫຼາຍ ເຖິງຂັ້ນກົດໄລ້ ກົດແຊຣກັນບໍ່ຖ້ວນ ບໍ່ທັນກັນເລີຍ!!!

ແລະ ບັນດາຄົນດັງ ທັງດາລາ ນັກຮ້ອງ ເຊເລບບ້ານເຮົາຫຼາຍທ່ານ ກໍ່ບໍ່ເວັ້ນທີ່ຈະນຳເອົາຮູບພາບເກົ່າໆ ມາຮ່ວມໃນ #10yearschallengeລອງມາເບິ່ງກັນເດີ້ ວ່າແຕ່ລະຄົນໃນ 10 ປີກ່ອນ ແລະ ປັດຈຸບັນຈະແຕກຕ່າງໄປຫຼາຍຊໍ່າໃດ?

ຕ໋ອດ ລີນ້າ

ກິກ ໄພລິນດາ

ຫຼິງຫຼິງ ປິຍະດາ

ເປັດ ອານຸລັກ (CEO ບໍລິສັດສາມາດ)

ໂຕໂຕ້ ພອນສິນ 

ມຸກ Miss Supranational Laos 2017

ໄກ່ ໂອເວີ້ແດ້ນ

ຕຸລີ່ ບິດາລັກ

ສັກ ວົງແຊວ ແລະ ພັນລະຍາ

ອຸງ ທົດສະພອນ

ສຸດາ ວັນທອງທິບ

ແອນນິຕ້າ ທິວາພອນ

ໄດ້ເຫັນແລ້ວເປັນແນວໃດ? ເອົາມາຝາກແຕ່ເທົ່ານີ້ກ່ອນເພາະວ່າມີຫຼາຍແທ້ໆ ແຖມແຕ່ລະຄົນພັດທະນາມາໄດ້ໄກຫຼາຍ ແຕ່ບາງຄົນກໍ່ບໍ່ປ່ຽນໄປຫຼາຍປານໃດ ຍັງງາມ ຍັງຫຼໍ່ຄືເກົ່າ… ແລ້ວແຟນໆເດໄດ້ລອງເອົາຮູບເກົ່າ ມາປຽບທຽບກັບຮູບປັດຈຸບັນໃນ #10yearschallenge ແລ້ວຫຼືຍັງ ດຽວຈະລົມກັບໝູ່ບໍ່ຮູ້ເລື່ອງເດີ້!!!

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ)

ແບ່ງປັນ